ການສ້າງ​ສັງຄົມ​ອິ່ມໜຳສຳລານ​ໃຫ້​ສຳ​ເລັດ​ຢ່າງຮອບດ້ານກໍ່​ແມ່ນ​ບໍ່​ໃຫ້​ມີ​ຄວາມທຸກ​ຍາກ​​ໂດຍເດັດ​ຖານອີກ
2015-03-10 14:58:49  cri 

ວັນ​ທີ 9 ມີນາ​ນີ້, ​ໃນ​ເວລາ​ເຂົ້າ​ຮ່ວມ​ການ​ພິຈາລະນາ​ຂອງ​ຄະນະ​ຜູ້​ແທນ​ແຂວງ​ຈ່ຽງຊີ່, ທ່າ​ນວ່າງ​ຢາງ, ຮອງ​ນາຍົກລັດຖະມົນຕີຈີນກ່າວ​ວ່າ, "ການສ້າງ​ສັງຄົມ​ອິ່ມໜຳສຳລານ​ໃຫ້​ສຳ​ເລັດ​ຢ່າງຮອບດ້ານກໍ​ແມ່ນ​ບໍ່​ໃຫ້​​ມີ​ຄວາມທຸກ​ຍາກ​ໂດນ​ເດັດ​ຖານອີກ, ບໍ່​ໃຫ້​​ມີ​ຄວາມທຸກ​ຍາກ​ທີ່​ມີ​ລັກສະນະ​ລວມໝູ່ ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ໃນ​ເຂດທີ່​ໝັ້ນ​ການ​ປະຕິວັດ ບໍ່​ໃຫ້​ສືບ​ຕໍ່​ມີ​ຄວາມທຸກ​ຍາກ​ທີ່​ກວ້າງຂວາງ​​ໃນ​ໝູ່​ປະຊາຊົນ."

ຕອນ​ເຊົ້າ​ວັນ​ທີ 9 ມີນາ​ນີ້, ​ພາຍຫຼັງ​ຮັບ​ຟັງ​ການ​ປະກອບ​ຄວາມ​ຄິດ​ເຫັນ​ຂອງ​ບັນດາ​ຜູ້​ແທນ​​ແລ້ວ, ທ່ານ​ວ່າງ​ຢາງ​ກ່າວ​ວ່າ, ຕ້ອງ​ສືບ​ຕໍ່​ປະຕິບັດ​ວຽກ​ງານ​ລົບ​ລ້າງ​ຄວາ​ມທຸກ​ຍາກ ​ແລະ​ວຽກ​ງານ​ພັດທະນາ​ໃຫ້​ດີ, ປະຕິບັດ​ວຽກ​ງານລົບ​ລ້າງ​ຄວາ​ມທຸກ​ຍາກ ​ແລະ​ວຽກ​ງານ​ພັດທະນາ​ເຂດ​ທີ່​ໝັ້ນ​ການ​ປະຕິວັດ​ໃຫ້​ດີ ​ເພື່ອ​ເຮັດ​ໃຫ້​ປະຊາຊົນ​ຢູ່​ໃນ​ເຂດ​ດັ່ງກ່າວ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ ​ແລະກ້າວ​ໄປສູ່​ຄວາມ​ຮັ່ງ​ມີຜາສຸກ.

ທ່ານ​ວ່າງ​ຢາງ​ກ່າວ​ຕື່ມ​ອີກ​ວ່າ, ຖ້າ​ຫາກ​ຢາກ​ປະຕິບັດ​ວຽກ​ງານ​ດັ່ງກ່າວ​ໃຫ້​ດີ, ຕ້ອງ​ຍົກ​ສູງ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ຕໍ່​ການ​ເພີ່ມ​ທະວີວຽກ​ງານລົບ​ລ້າງ​ຄວາມທຸກ​ຍາກ​ແລະ​ການ​ພັດທະນາ; ຕ້ອງປັບປຸງ​ລະ​ບົບກວດ​ສອບ​ຕໍ່​ເມືອງ​ທຸກ​ຍາກ; ຕ້ອງ​ແກ້​ໄຂ​ບັນຫາ​ພົນລະ​ເມືອງ​ຜູ້ທຸກ​ຍາກ​ທີ່"​ບໍ່​ມີ​ວຽກ​ເຮັດ​ງານ​ທໍາ"​ແລະ"ບໍ່​ມີຄວາມ​ສາມາດ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ"​ດ້ວຍ​ຕົນ​​ເອງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ