ກົດ​ໝາຍວ່າ​ດ້ວຍ​ການ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ​ຂອງ​ຈີນ​ຈະ​ຍື່ນ​ໃຫ້​ພິຈາລະນາ​ໃນ​ເວລາ​ທີ່​ເໝາະ​ສົມ​ຂອງ​ປີ​ນີ້
2015-03-10 15:05:51  cri 

​ໃນ​ເວລາ​ຕອບ​ຄໍາ​ຖາມ​ຈາກ​ນັກ​ຂ່າວ​ໃນ​ວັນ​ທີ 9 ມີນາ​ນີ້, ທ່ານ​ຫວາງ​ອ້າຍ​ລີ້, ຫົວໜ້າ​ຫ້ອງການກົດໝາຍ​ອາຍາ​ຄະນະ​ກໍາມະການວຽກ​ງນລະບົບກົດໝາຍ​ຂອງ​ຄະນະ​ກໍາມະການ​ປະ​ຈໍາ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ຕໍ່​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ, ຈະ​ມອບ​​ໃຫ້​ຄະນະ​ກໍາມະການ​ປະ​ຈໍາ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໃນ​ເວລາ​ທີ່​ເໝາະ​ສົມ​ເພື່ອ​ດໍາ​ເນີນ​ການ​ພິຈາລະນາ ​ໂດຍ ອີ​ງຕາມ​ແຜນການ​ນິຕິບັນຍັດ​ຂອງ​ຄະນະ​ກໍາ​ມະ​ການ​ປະ​ຈໍາ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໃນ​ປີ​ນີ້.

ທ່ານ​ຫວາງ​ອ້າຍ​ລີ້​ກ່າວ​ວ່າ, ກົດໝາຍ​ວ່າ​ດ້ວຍການຕໍ່ຕ້ານ​ການ​ກໍ່ການ​ຮ້າຍ​ຂອງ​ຈີນ​ແມ່ນ​ຮ່າງ​ອອກ​ວ່າ​ໂດຍ​ອີງ​ຕາມ​ຄວາມ​ຕ້ອງການ​ຂອງ​ຈີນ​ໃນ​ດ້ານ​ການ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ, ອີງ​ຕາມ​ບັນຫາ​ທີ່​ເກີດ​ຂຶ້ນ​ໃໝ່​​ໃນ​ສະຖານະ​ການຕໍ່​ຕ້ານ​ການ​ກໍ່​ການ​ຮ້າຍ​ສາກົນ ​ແລະ​ປະສານ​ສົມທົບ​ກັບ​ສະພາບ​ຄວາມ​ເປັນ​ຈິງ​ຂອ​ງວຽກ​ງານ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ​ຂອງ​ຈີນ. ຕໍ່​ກັບ​ຂະ​ບວນການ​ພິຈາລະນາ​ກົດໝາຍ​ສະບັບ​ດັ່ງກ່າວ, ທ່ານ​ກ່າວ​ວ່າ, ​​ໃນ​ເດືອນ​ຕຸລາ ປີ 2014, ໄດ້ດໍາ​ເນີນ​ການ​ພິຈາລະນາ​ເທື່ອ​ທໍາ​ອິດ​ຕໍ່ຮ່າງ​ກົດໝາຍ​ສະບັບ​ດັ່ງກ່າວ​ແລ້ວ ​ແລະ​ໃນ​ເດືອນ​ກຸມພາ​ປີ​ນີ້​ໄດ້ດໍາ​ເນີ​ນການ​ພິຈາລະນາ​ເທື່ອ​ທີ​ສອງ. ຕາມຂໍ້​ກໍານົດ​ຂອງ​ກົດໝາຍ​ວ່າ​ດ້ວຍ​ນິຕິ​ບັນຍັດ, ​ໂດຍ​ທົ່ວ​ໄປ​ແລ້ວ, ກົດໝາຍ​ຂອງ​ຈີນ​ຕ້ອງ​ຜ່ານ​ການ​ພິຈາລະນາ​ເປັນ​ສາມ​ຄັ້ງ ຈຶ່ງ​ສາມາດ​ວາງ​ອອກ​ແລະ​ບັງ​ຄັບ​ໃຊ້ໄດ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ