ການ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຄັ້ງ​ທຳ​ອິດ​ຂອງ​ສະພາ​ປຶກສາ​ການ​ເມືອງ​ແຫ່ງ​ຊາດ​ຈີນ​ປີ 2015 ​ໄດ້​ສຸມ​ໃສ​ບັນຫາ​ເສດຖະກິດ​ຂອງ​ຈີນ, ການ​ປະດິດ​ສ້າງ​​ໃໝ່​​ແລະ​ດຳ​ເນີ​ນທຸລະ​ກິດ​ໄດ້​ກາຍ​ເປັນ​ສິ່ງ​ສຳຄັນ
2015-03-10 15:18:32  cri 
ວັນ​ທີ 9 ມີນາ​ນີ້, ກອງ​ປະຊຸມຄັ້ງ​ທີ 3 ຂອງ​ສະພາ​ປຶກສາ​ການ​ເມືອງປະຊາຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝທີ 12 ​ໄດ້​ຈັດ​ກອງ​ປະຊຸມ​ຄົບ​ຄະນະ​​ເທື່ອ​ທີ​ສອງ, ຜູ້​ແທນ​ສະພາ​ປຶກສາ​ການ​ເມືອງ​ແຫ່ງ​ຊາດ​ຈີນ 16 ທ່ານ​ໄດ້​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ການ​ພັດທະນາ​ເສ​ດຖະກິດ​ຂອງ​ຈີນ, "ການ​ປະດິດ​ສ້າງ​ໃໝ່"​ແລະ "ການ​ດຳ​ເນີນ​ທຸລະ​ກິດ"ກາຍ​ເປັນ​ສິ່ງ​ສຳຄັນ​ທີ່​ໄດ້​ເວົ້າ​ເຖິງ​ຫຼາຍທີ່​ສຸດ.

ການ​ປະກອບ​ຄຳ​ເຫັນ​ຂອງ​ກອງ​ປະຊຸມ​ໄດ້​ດຳ​ເນີນ​ເປັນ​ເວລາ 2 ຊົ່ວ​ໂມງ, ບັນດາ​ຜູ້​ແທນ​ຕ່າງ​ໄດ້​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ຫົວ​ຂໍ້​ຕ່າງໆ​ເຊັ່ນ: ພາຍ​​ໃຕ້​ສະພາບ​ການ​ທີ່​​ເສດຖະກິດຂອງ​ຈີນ​ເຕີບ​ໂຕ​ຊ້າ​ລົງ​ຄວນ​ເຮັດ​ແນວ​ໃດ, ລົງ​ເລິກ​ການ​ປະຕິ​ຮູບ​ການ​ສຶກສາ​ຊັ້ນ​ສູງ​ແລະ​ຊຸກຍູ້​ໃຫ້​ນັກ​ສຶກສາ​ດຳ​ເນີນ​ທຸລະ​ກິດ​ດ້ວຍ​ຕົນ​ເອງ, ພັດທະນາ​ກະສິກຳ​ຍຸກ​ປະຈຳ​ບັນ, ​ແລະ​ຮັບ​ມື​ກັບ​ສະພາບ​ການ​ປົກກະຕິ​ໃໝ່​ຂອງ​ຕະຫຼາດ​ອະສັນ​ຫາ​ລິ​ມະ​ຊັບ​ຂອງ​ຈີນ​ເປັນຕົ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ