ຜູ້​ຊ່ຽວຊານ​ຕ່າງປະ​ເທດ​ເຫັນ​ວ່າ: ງົບປະ​ມານການ​ທະ​ຫານຂອງ​ຈິນມີ​ການ​ເພີ່ມ​ຂຶ້ນ​ແມ່ນ​ສົມ​ເຫດສົມ​ຜົນ
2015-03-10 17:26:39  cri 
  ຕາມແຜນ​ງົບປະມານການ​ທະຫານ​ປີ 2015 ທີ່​ກະຊວງ​ການ​ເງິນ​ຈີນ​ເປີດເຜີຍ​ ໃນ​ຫວ່າງມໍ່ໆ​ມາ​ນີ້ສະ​ແດງ​ໃຫ້​ເຫັນ​ວ່າ: ງົບປະມານດ້ານ ການ​ປ້ອງ​ກັນປະ​ເທດ​ຂັ້ນ​ສູນ​ກາງຂອງ​ຈີນ​ໄດ້​ບັນລຸ​ເຖິງ 886 ຕື້ 898 ລ້ານ​ຢວນ, ​ເພີ່ມ​ຂຶ້ນ 10,1%, ​ແຕ່​ຈັງຫວະການ​ເຕີບ​ໂຕ​ພັດ​ໄດ້​ຫຼຸດ​ລົງ. ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ, ຜູ້​ຊ່ຽວຊານ​ຕ່າງປະ​ເທດຫຼາຍ​ຄົນ​ໃຫ້​ຮູ້​ວ່າ: ​ໂດຍພິຈາລະນາ​ເຖິງ​ປັດ​ໄຈ​ໃນ​ຫຼາຍ​ດ້ານ, ງົບປະ​ມານການ​ທະ​ຫານຂອງ​ຈິນເພີ່ມ​ຂຶ້ນ​ແມ່ນ​ເລື່ອງ​ທີ່​ສົມ​ເຫດສົມ​ຜົນ.

  ທ່ານ​ວາ​ສິລິ ກາສິ​ນ, ຜູ້​ຊ່ຽວຊານຈາກ​ສູນວິ​ເຄາະ​ແລະຍຸດ​ທະ​ສາດ​​​ດ້ານ​ເຕັກນິກ​ຂອງຣັດ​ເຊຍ​ໃຫ້​ຮູ້​ວ່າ: ຈັງຫວະ​​ການເຕີບ​ໂຕ​ຂອງງົບປະ​ມານການ​ທະ​ຫານຂອງ​ຈິນ​ແມ່ນ​ແທດ​ເໝາະ​ກັບ​ຈັງຫວະ​ການເຕີບ​ໂຕ​ດ້ານ​ເສດ​ຖະກິດ​ຂອງ​ຈີນ. ທ່ານ​ເຫັນ​ວ່າ: ຈີນ​ພວມ​ດຳ​ເນີນ​ການ​ປະຕິ​ຮູບ​ຂະໜາດ​ໃຫຍ່​ໃນ​ດ້ານ​ການ​ທະຫານ​ແລະ​ອື່ນໆ, ດ້ວຍ​ເຫດ​ນີ້, ຕ້ອງ​ເພີ່ມ​ງົບປະມານ​ໃນການ​ສຶກສາ​ດ້ານ​ການ​ທະ​ຫານ, ການປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ທະຫານ​ໃຫ້​ດີ​ຂຶ້ນ, ການຍົກ​ຄວາມ​ດຶງ​ດູດ​ໃຈ​​ທີ່​ເຂົ້າ​ເປັນ​ທະຫານຂອງ​ປະຊາຊົນ​ໃຫ້ສູງຂຶ້ນ​ແລະ​ໃນ​ດ້ານ​ອື່ນໆ.

  ທ່ານຫຼີ​ເຢີ​ນຫຼຽງ, ສາ​ສະ​ດາ​ຈານ​ຂອງ​ສະ​ຖາ​ບັນ​ພັດທະນາ​ແລະ​ບໍລິຫານ​ແຫ່ງ​ຊາດ​ໄທກ່າວ​ວວ່າ: ງົບປະ​ມານການ​ທະ​ຫານຂອງ​ຈິນມີ​ການ​ເພີ່ມ​ຂຶ້ນ​ແລະ​ອັດຕາ​ສ່ວນງົບປະ​ມານການ​ທະ​ຫານ​ໃນ​ຍອດຜະລິດ​ຕະພັນພາຍ​ໃນ​ຂອງ​ຈີນ​ແມ່ນສອດ​ຄອງ​ກັບຄວາມ​ຕ້ອງການ​ການ​ພັດທະນາ​ແລະ​ຖານະ​ທີ່​ເປັນ​ປະ​ເທດ​ໃຫຍ່​ຂອງ​ຈີນ, ​ແມ່ນ​ສົມ​ເຫດ​ສົມ​ຜົນທີ່​ສຸດ. ບໍ່​ວ່າ​ເບິ່ງຈາກ​ຄວາມ​ເປັນ​ຈິງ​ໃນປະຫວັດສາດ, ຫຼື​ວ່າເບິ່ງ​ຈາກນະ​ໂຍ ບາຍ​ຕ່າງປະ​ເທດ​ແລະ​ພຶດຕິ​ກຳ​ຕົວ​ຈິງ​ຂອງ​ຈີນ, ຈີນ​ລ້ວນ​ແຕ່​ແມ່ນ​ຖືການ​ຢູ່​ຮ່ວມ​ກັນ​ໂດຍ​ສັນຕິ​ເປັນ​ສຳຄັນ. ​​ໃນ​ນະ​ໂຍບາຍ​ຕ່າງປະ​ເທດ​ຕໍ່​ປະ​ເທດ​​ໃກ້​ຄຽງ, ຈີນ​ໄດ້ລີ​ເລີ່​ມ​ແລ​ະປະຕິບັດ "ມີ​ມິດຕະພາບ​ຕໍ່​ກັນ, ​ຈິງໃຈຕໍ່​ກັນ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ແລະມີ​ຄວາມ​ໂອບ​ເອື້ອອາລີຕໍ່​ກັນ"ຢ່າງ​ຈະ​ແຈ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ