ນັກ​ຂ່າວ​ຕ່າງປະ​ເທດ​ຂອງ CRI ຕີ​ລາຄາ​ຢ່າງ​ຕັ້ງໜ້າ​ຕໍ່ຍຸດ​ທະ​ສາດ "4 ຮອບດ້ານ"
2015-03-10 16:21:24  cri 
    ນັບ​ແຕ່​ກອງ​ປະຊຸມ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຄັ້ງທີ 3 ຊຸດ​ທີ 12 ​ໄຂ​ຂຶ້ນ​ເປັນຕົ້ນມາ, ວົງ​ການ​ຕ່າງໆ​ໃນ​ສັງຄົມ​ໄດ້​ໃຫ້​ຄວາມ​ສົນ​ໃຈ​​ໂດຍ​ທົ່ວ​ໄປ. ທ່ານ​ບຣານ​ໂຄ ຈູ​​ໂຢວິກ, ນັກ​ຂ່າວ​ສັນຊາດ​ແຊກ​ບີ​ຂອງ​ວິທະຍຸ CRI ພວກ​ເຮົາ​ໄດ້​ແຕ່ງ​ບົດ​ຄວາມ​ເລື່ອງ "ກອງ​ປະ​ຊຸມ​ສອງ​ສະພາ​ຂອງ​ຈີນ​ໄຂ​ຂຶ້ນພາຍ​ໃຕ້​​ເບື້ອງຫຼັງ​ແຫ່ງ​ການ​ຕ້ານ​ການ​ສໍ້​ລາດ​ບັງຫຼວງຢ່າງ​ແຂງ​ແຮງ", "​ເບິ່ງ​ການ​ພັດທະນາ​ຂອງ​ຈີນ​ໃນ​ອະນາຄົດ​ຈາກ 4 ຮອບດ້ານ" ​ແລະ​ບົດ​ຄວາມ​ອື່ນໆ, ​ໂດຍ​ໄດ້​ຕີ​ລາຄາ​ຢ່າງ​ຕັ້ງໜ້າ​ຕໍ່​ການຈັດ​ວາງ​ຍຸດ​ທະ​ສາດ "4 ຮອບດ້ານ".

    ໃນບົດ​ຄວາມ​ບາງ​ບົດ​ໄດ້ຂຽນ​ວ່າ: ກອງ​ປະຊຸມ​ສອງ​ສະພາ​ໃນ​ປີ​ນີ້ ​ແມ່ນ​ໄຂ​ຂຶ້ນພາຍ​ໃຕ້​ເບື້ອງຫຼັງທີ່​ຈີນ​ໄດ້​ຊຸກຍູ້​ການ​ຕໍ່ຕ້ານ​ການ​ສໍ້​ລາດ​ບັງຫຼວງຢ່າງ​ແຂງ​ແຮງ​ໃນ​ບໍ່​ເທົ່າ​ໃດ​ປີ​ມໍ່ໆ​ມາ​ນີ້, ​ເຊິ່ງ​ໄດ້​ກຳ​ນົດທິດ​ທາງ​ໃຫ້​ແກ່​ການ​ພັດທະນາ​ສັງຄົມ​ຂອງ​ຈີນ. ບົດ​ຄວາມ​ເຫັນ​ວ່າ, ​​ໃນ​ເດືອນ​ທັນວາ​ປີ​ກາຍ​ນີ້, ທ່ານ​ສີ​ຈິ້ນຜິ​ງ, ປະທານ​ປະ​ເທດ​ຈີນ​ໄດ້​ສະ​ເໜີ​ຍຸດ​ທະ​ສາດ "4 ຮອບດ້ານ" ​ເຊິ່ງກໍ​ຄື: ສ້າງ​ສັງຄົມ​ທີ່​ອີ່ມ​ໜຳ​ສຳລານ​ໃຫ້​ສຳ​ເລັດ​ຢ່າງຮອບດ້ານ, ລົງ​ເລິກ​ກາ​ນປະຕິ​ຮູບ​ຢ່າງຮອບດ້ານ, ປົກຄອງ​ປະ​ເທດ​ຕາມ​ກົດໝາຍ​ຢ່າງຮອບດ້ານ ​ແລະ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມງວດ​ຮອບດ້ານ, ​ເຊິ່ງໝາຍ​ຄວາມ​ວ່າ, ຈີນ​ຈະ​ປ່ຽນ​ແປງ​ຮູບ​ການ​ທີ່​ສະ​ແຫວ​ງຫາ​ການ​ພັດທະນາ​ເສດຖະກິດ​ແຕ່​ຢ່າງ​ດຽວ, ​ແລະ​ຫັນ​ເປັນ​ການສະ​ແຫວ​ງຫາ​ຄວາມ​ກ້ຳ​ເກິ່ງ​ກັນ​ລະຫວ່າງ​ຄວາມ​ໄວ​ກັບ​ການ​ພັດທະນາ​​ໂດຍ​ຜ່ານ​ການ​ປ່ຽນ​ແປງ​ຮູບ​ການ​ປົກຄອງ​ລັດ​ຂອງ​ພັກ.
ບົດ​ຄວາມ​ດັ່ງກ່າວ​ໄດ້​ຖືກ​ພິມ​ລົງ​ໃສ່​ໜັງສືພິມ "​ແນວ​ຄິດ​ການ​ເມືອງ" ຂອງ​ແຊກ​ບີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ