ສື່​ມວນ​ຊົນ​ຕ່າງປະ​ເທດ​ລາຍ​ງານ​ຂ່າວ​ຢ່າງຫຼວງຫຼາຍກ່ຽວ​ກັບ "4 ຮອບດ້ານ​"
2015-03-10 18:02:50  cri 
    ໃນ​ໄລຍະ​ຈີນ​ໄຂ​ກອງ​ປະຊຸມ​ສອງ​ສະພາ, ການ​ບັນຍາຍ​ກ່ຽວ​ກັບ "4 ຮອບດ້ານ" ຂອງ​ທ່ານ​ສີ​ຈິ້ນຜິ​ງ, ​ເລ​ຂາ​ທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ຮັບ​ຄວາມ​ສົນ​ໃຈຫຼາຍຈາກ​ສື່​ມວນ​ຊົນ​ຂອງ​ຈີນ​ແລະ​ຕ່າງປະ​ເທດ. ​ໃນຫຼາຍມື້​ມໍ່ໆ​ມາ​ນີ້, ສື່​ມວນ​ຊົນ​ຕ່າງປະ​ເທດ​ໄດ້​ລາຍ​ງານ​ຂ່າວ​ຢ່າງຫຼວງຫຼາຍກ່ຽວ​ກັບ "4 ຮອບ​ດ້ານ", ​ໂດຍ​ກ່າວ​ວ່າ, ທິດ​ສະ​ດີ​ດັ່ງກ່າວ​​ເປັນ​ການ​ຊີ້​ທິດ​ໃຫ້​ແກ່​ການ​ສ້າງສາ​ທັນ​ສະ​ໄໝ​ຂອງ​ຈີນ​​ໃນ​ການ​ກ້າວ​ເຂົ້າສູ່​ໄລຍະ​ໃໝ່, ​ແລະ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ວິ​ໄສ​ທັດ​ຂອງ​ພັກ​ກອມ​ມູນິດ​ຈີນ​ໃນ​ການ​ປົກຄອງ​ພັກ​ນັ້ນ ​ໄດ້​ເຂົ້າສູ່​ສະ​ໄໝ​ທີ່​ໃໝ່​ອ່ຽມ​ແລ້ວ.

    ເວັບ​ໄຊ​ຂອງ​ວາລະສານ "ນັກວິຊາການ​ການ​ທູດ" ຂອງ​ຍີ່ປຸ່ນ​ໄດ້​ຊີ້​ອອກ​ວ່າ, ການສະ​ເໜີ "4 ຮອບດ້ານ" ອອກ​ມາ​ໝາຍ​ຄວາມ​ວ່າ, ລັດຖະບານຈີນ​ຈະ​ປ່ຽນ​ແປງ​ຮູບ​ການ​ທີ່​ສະ​ແຫວ​ງຫາ​ການ​ພັດທະນາ​ເສດຖະກິດ​ແຕ່​ຢ່າງ​ດຽວ, ​ແລະ​ຫັນ​ເປັນ​ການສະ​ແຫວ​ງຫາ​ຄວາມ​ກ້ຳ​ເກິ່ງ​ກັນ​ລະຫວ່າງ​ຄວາມ​ໄວ​ກັບ​ການ​ພັດທະນາ​​ໂດຍ​ຜ່ານ​ການປັບປຸງ​ຮູບ​​ການ​ປົກຄອງ​ລັດ​ຂອງ​ພັກຢ່າງ​ບໍ່​ຢຸດ​ຢັ້ງ.

    ຂ່າ​ວສານ​ອາ​ເປ​ໄດ້​ສະຫຼຸບຄວາມ​ໝາຍ​ຂອງ "4 ຮອບດ້ານ" ວ່າ: "ສືບ​ທອດ​ມູນ​ເຊື້​ອ ​ແລະ​ວ້າງ​ເປົ້າໝາຍ​ໃໝ່", ​ໂດຍ​ກ່າວ​ວ່າ, ນັບ​ແຕ່​ສະ​ເໜີ "ຄວາມ​​​ໃຝ່ຝັນຂອງ​ຈີນ" ຮອດ​ການ​ປະກາດ "4 ຮອບດ້ານ", ທ່ານ​ສີ​ຈິ້ນຜິ​ງພວມ​ເລັ່ງລັດ​ຂະ​ບວນການ​ປົກຄອງ​ພັກ​ຢ່າງ​ເຂັ້ມງວດ, ​ເພື່ອ​ສ້າງ​ພາບ​ພົດ​ທີ່​ໃໝ່​ອ່ຽມຂອງ​ຈີນ​ໃນ​ສາກົນ. ຍຸດ​ທະ​ສາດ "4 ຮອບດ້ານ" ນີ້​ໄດ້​ຊຸກຍູ້​ເປົ້າໝາຍ​ແລະ​ຄວາມ​ຫວັງ​ຂອງ​ການ​ພັດທະນາ​ປະ​ເທດ​ຈີນ, ​ແລະ​ໄດ້​ຊີ້​ທິດ​ໃຫ້​ແກ່​ການ​ລົງ​ເລິກ​ການ​ປະຕິ​ຮູບ​ຂອງ​ຈີນ​ຢ່າງ​ຈະ​ແຈ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ