ເຈົ້າ​ໜ້າ​ທີ່​ກວດກາ​ຊາຍ​ແດນ​ຈີນ-ລາວ​ຮ່ວມ​ກັນ​ລາດຕະ​ເວນ​ເພື່ອ​​ເພີ່ມ​ທະວີ​ການ​ຄວບ​ຄຸມ​ຊາຍ​ແດນ
2015-03-11 14:30:14  cri 
ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ແລະ​ສະ​ເຖຍລະ​ພາບ​ຂອງ​ດ່ານ​ຊາຍ​ແດນ​ໃນ​ໄລຍະ​ດຳ​ເນີນກອງ​ປະຊຸມ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ແລະ​ກອງ​ປະຊຸມ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ປີ 2015, ອອກ​ແຮງ​ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ແລະ​ສະ​ເຖຍລະ​ພາບ​ທາງ​ສັງຄົມ​ຢູ່​ເຂດ​ຊາຍ​ແດນ, ​ເພີ່ມ​ທະວີ​ການ​ປະຕິບັດ​ມາດ​ຕະການ​ຄຸ້ມ​ຄອງ​ແລະ​ຄວບຄຸມ​ເຂດ​ຈຸດ​ສຸມ​ແລະ​ເຂດ​ພູມ​ສັນຖານ​ທີ່​ສັບສົນ​ຕາມ​ຊາຍ​ແດນ​ໃຫ້​ມີ​ປະສິດທິ​ຜົນ​ຫຼາຍ​ຂຶ້ນ, ປ້ອງ​ກັນ​ແລະ​ຕໍ່ຕ້ານ​ຜູ້​ກະທຳ​ຜິດ​ກົດໝາຍ​ປະ​ເພດ​ຕ່າງໆ​ທີ່​​ເລັດ​ລອບ​ເຂົ້າ​ອອກ​ຊາຍ​ແດນ. ວັນ​ທີ 9 ມີນາ​ນີ້ ສະຖານີ​ກວດກາ​ຊາຍ​ແດນ​ບໍ່​ຫານ​ຢຸນນານ​ຈີນ​ແລະ​ສະຖານີ​ກວດກາ​ຊາຍ​ແດນ​ບໍ່​ເຕັນລາວ​ໄດ້​ດຳ​ເນີນ​ການ​ພົບ​ປະລະ​ຫວ່າງ​ເຈົ້າ​ໜ້າ​ທີ່​ກວດກາ​ຊາຍ​ແດນ.

ຕອນ​ເຊົ້າວັນ​ທີ 9 ມີນາ​ນີ້ ​ເຈົ້າ​ໜ້າ​ທີ່​ລາດຕະ​ເວນ​ຂອງ​ສອງ​ຝ່າຍ​ຈີນ-ລາວ​ໄດ້​ລາດຕະ​ເວນ​ດ້ວຍ​ວິທີ​ການ​ຍ່າງ​ຕາມ​ເສັ້ນທາງ​ລາດຕະ​ເວນ​ທີ່​ໄດ້​ກຳນົດ​ໄວ້, ​ໂດຍ​ໄດ້​ປະຕິບັດ​ການ​ສຳ​ຫຼວດກວດກາ​ຢ່າງ​ມີ​ຈຸດ​ສຸມ​ຕາມ​ທາງ​ນ້ອຍຕ່າງໆ​ບ່ອນ​ສຳຄັນທີ່​ພວກເລັດ​ລອບ​ຂ້າມຊາຍ​ແດນ​ຢ່າງ​ຜິດ​ກົດໝາຍນຳ​ໃຊ້​ນັ້ນຢູ່​ຕາມ​ເສັ້ນ​ຊາຍ​ແດນ​ລະຫວ່າງ​ຫຼັກ​ໝາຍຊາຍ​ແດນເລກທີ 29 ຫາ​​ເລກທີ 29-3, ພາຍຫຼັງ​ເຈົ້າ​ໜ້າ​ທີ່​ລາດຕະ​ເວນ​ພົບ​ປະ​ກັນແລ້ວ, ສອງຝ່າຍ​ໄດ້​ດຳ​ເນີນ​ການ​​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບ​ຜົນຕົວຈິງ​ທີ່​ໄດ້​ຮັບ​ໃນ​ການ​ພົບ​ປະ​ຮ່ວມ​ລາດຕະ​ເວນ​ຢູ່​ຊາຍ​ແດນ​ຂອງ​ສອງ​ຝ່າຍ​ໃນ​ຄັ້ງ​ນີ້​ພ້ອມ​ດ້ວຍ​ບັນຫາ​ອື່ນໆ​ທີ່​ພົ້ນ​ເດັ່ນ​ເຊັ່ນ​ການ​ເພີ່ມ​ທະວີ​ການ​ຄຸ້ມຄອງ​ແລະ​ຄວບ​ຄຸມ​ຊາຍ​ແດນ, ​ເພີ່ມ​ທະວີ​ການ​ຕ້ານ​ການ​ເລັດ​ລອບ​ເຂົ້າ​ອອກ​​ເມືອງ​ຢ່າງ​ຜິດ​ກົດໝາຍ​ແລະ​ການ​ຄ້າຂາຍ​ເຖື່ອນ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ