ຈີນ​ຈະ​ຊຸກຍູ້​ການ​ປົກຄອງ​ປະ​ເທດ​ຕາມ​ກົດໝາຍ​ຢ່າງຮອບດ້ານ ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈະ​ສ້າງ​ແລະ​ປັບປຸງກົດໝາຍ​ຫຼາຍ​ສະບັບ​ໃນ​ປີ​ນີ້
2015-03-11 18:23:17  cri 
ຕາມ​ເວັບ​ໄຊ​ໜັງສືພິມ​ລຽນ​ເຮີ​ຈາວ​ປ້າວ​ຂອງ​ສິງກະ​ໂປ​ລາຍ​ງານ​ໃນວັນ​ທີ 10 ມີນາ​ນີ້ວ່າ: ພາຍ​ໃຕ້​ເປົ້າ​ໝາຍ​ທີ່​ຊຸກຍູ້​ການ​ປົກຄອງ​ປະ​ເທດ​ຕາມ​ກົດໝາຍ​ຢ່າງຮອບດ້ານ, ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຈະ​ສ້າງ​ແລະ​ປັບປຸງ​ກົດໝາຍ​ຫຼາຍ​ສະບັບ​ເຊັ່ນ: ​ກົດ​ໝາຍວ່າ​ດ້ວຍຫຼັກ​ຊັບ, ກົດ​ໝາຍວ່າ​ດ້ວຍ​ການ​ເລືອກ​ຕັ້ງ, ກົດໝາຍ​ວ່າ​ດ້ວຍການ​ຕ້ານ​ລັດທິ​ກໍ່​ການ​ຮ້າຍ, ກົດໝາຍ​ວ່າ​ດ້ວຍ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ​ແລະ​ກົດໝາຍອື່ນໆ​ອີກ.

ຕາມ​ຂ່າວ​ແຈ້ງວ່າ: ວຽກ​ງານສ້າງ​ແລະ​ປັບປຸງກົດໝາຍ​ກ່ຽວ​ພັນ​ເຖິງ 5 ຂົງ​ເຂດ​ທີ່​ສຳຄັນ, ຄື​ບູລະນະ​ລະບຽບ​ກົດ​ໝາຍ​ທາງ​ດ້ານ​ເສດຖະກິດຕະຫຼາດ​ຂອງ​ສັງຄົມ​ນິຍົມ​ໃຫ້​ສົມບູນຂຶ້ນ, ​ເຮັດ​ໃຫ້ການນິຕິບັນຍັດດ້ານ​ການ​ເມືອງ​ ​ປະຊາທິປະ​ໄຕ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ບໍລິບູນ, ຊຸກຍູ້​ການ​ສ້າງ​ກົດໝາຍ​ໃນ​ຂົງ​ເຂດ​ທາງ​ສັງຄົມ, ​ເພີ່ມ​ທະວີ​ການ​ສ້າງ​ກົດໝາຍ​ໃນ​ຂົງ​ເຂດ​ວັດທະນະທຳ, ການ​ສຶກສາ ​ແລະ ຊີວະ​ພາບ ​ແລະ ຊຸກຍູ້​ກົດໝາຍ​ວ່າ​ດ້ວຍ​ຄວາມ​ໝັ້ນຄົງ​ຂອງ​ປະ​ເທດ.

ຂ່າວ​ແຈ້ງ​ອີກ​ວ່າ, ກົດ​ໝາຍວ່າ​ດ້ວຍ​ນິຕິບັນຍັດ​ທີ່ປະຕິບັດ​ມາ​ເປັນ​ເວລາ 15 ປີ​ຈະ​ໄດ້​ຮັບ​ການ​ປັບປຸງ​ເປັນ​ຄັ້ງ​ທຳ​ອິດ​ນັ້ນ​​ໄດ້​ປະຈັກ​ສາຍຕາ​ຂອງ​ຄົນ​ຈຳນວນ​ຫຼາຍ. ກອງ​ປະຊຸມສະພາປະຊາຊົນ​ແຫ່ງ​ຊາດ​ຈີນ​ໃນ​ຄັ້ງ​ນີ້​ພວມ​ດຳ​ເນີນ​ການ​ພິຈາລະນາ​ຄັ້ງ​ທີ 3 ຕໍ່​ຮ່າງກົດໝາຍ, ​ແລະ​ຈະ​ດຳ​ເນີນ​ການ​ລົງ​ຄະ​ແນນ​ສຽງ​ໃນ​ວັນ​ທີ 15 ມີນາ​ນີ້. ຖ້າ​ໄດ້​ຮັບ​ການ​ຮັບຮອງ, ​ແຕ່​ນີ້​ເປັນ​ຕົ້ນ​ໄປ, ອົງການ​ປົກຄອງ​ທ້ອງ​ຖິ່ນ​ຈະ​ບໍ່​ສາມາດ​​ເກັບ​ອາກອນ​ເພີ່ມ​ຫຼື​ກຳນົດ​ເພີ່ມອາກອນ​ຊະນິດ​ໃໝ່ຕໍ່​ປະຊາຊົນ​ໂດຍ​ຜ່ານ​ຄຳ​ສັ່ງ​ດ້ານ​ການ​ບໍລິຫານ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ