ຊາວ​ເນັດ​ຣູມາ​ນີກົດ​ໄລ​ກ໌ໃຫ້​ແກ່"4 ຮອບດ້ານ"ຂ​ອງຈີນ
2015-03-11 11:13:10  cri 

ນັບ​ຕັ້ງ​ແຕ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 3 ຂອງສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນສະ​ໄໝ​ທີ 12 ​ໄຂ​ຂຶ້ນ​ເປັນ​ຕົ້ນ​ມາ, ຊາວ​ເນັດຣູມາ​ນີ້​ໄດ້​​ເອົາ​ໃຈ​ໃສ່​ກອງ​ປະຊຸມ​ຄັ້ງ​ນີ້​ຢ່າງ​ກວ້າງຂວາງ.

ຊາວ​ເນັດ​ຣູມາ​ນີ​ຄົນ​ໜຶ່ງ​ທີ່​ຊື່ວ່າທ່ານ Gheorghe Vicentiu ກ່າວ​ວ່າ, ​ການສະ​ເໜີແນວ​ຄິດ​ຍຸດ​ທະ​ສາດ"4 ຮອບດ້ານ"​ໄດ້​ຕອບ​ຫຼາຍຂໍ້​ສົງ​ໄສ​ທີ່​ກ່ຽວຂ້ອງ​ກັບ​ຈີນ​ຈະ​ພັດທະນາ​ແນວ​ໃດ​ໃນ​ອະນາຄົດ, ​ເພີ່ມ​ທະວີ​ຄວາມ​ໝັ້ນ​ໃຈ​ຂອງ​ປະຊາ​ຊົນ​ຈີນ​ຕໍ່​ການ​ພັດທະນາ​ໃນ​ອະນາຄົດ, ພ້ອມ​ກັນ​ນັ້ນ ກໍ່ໃຫ້​ປະຊາຊົນ​ໂລກ​ໄດ້ເຫັນ​ຈີນ​ທີ່​ພັດທະນາ​ຢ່າງ​ຕັ້ງໜ້າ.

ຊາວ​ເນັດ​ຣູມາ​ນີອີກ​ຄົນ​ໜຶ່ງ​ທີ່​ຊື່ວ່າ​ນາງ Alina Daniel ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຈີນ​ທີ່​ໄດ້​ປະສົບ​ຜົນ​ສໍາ​ເລັດ​ໃນ​ການ​ຕໍ່ຕ້ານ​ການ​ສໍ້​ຫຼາດ​ບັງ​ຫຼວງ​​ໃນ​ຫຼາຍ​ປີ​ມາ​ນີ້. ນາງ Alina Daniel ກ່າວ​ວ່າ, ທັດສະນະ​ຄະຕິການ​ປົກຄອງ​ປະ​ເທດ"4 ຮອບດ້ານ"​ໄດ້​ໃຫ້​ພວກ​ເຮົາ​ໄດ້ເຫັນ​​ອີກ​ຄັ້ງ​ໜຶ່ງ​ວ່າ ລັດຖະບານຈີນ​ມີ​ຄວາມ​ຕັດສິນ​ໃຈຕໍ່ຕ້ານການ​ສໍ້​ລາດ​ບັງ​ຫຼວງ, ​ເຊື່ອ​ໝັ້ນ​ວ່າ​ພາຍ​ໃຕ້​ການ​ນໍາພາ​ຂອງ​ພັກ​ທີ່​ສາມາດ​ປັບປຸງ​ຕົນ​ເອງ​ຢ່າງ​ບໍ່​ຢຸດ​ຢັ້ງ​ນັ້ນ, ປະຊາຊົນ​ຈີນ​ຈະ​ສາມາດ​ສ້າງ​ປະ​ເທດ​ທີ່​ເຂັ້ມ​ແຂງ ​ແລະ​ຮັ່ງມີ​ຢ່າງ​​ແນ່ນອນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ