ຊ່ຽວຊານ​ແລະ​ນັກ​ວິຊາ​ການ​ປະ​ເທດ​ອາຊຽນສະ​ແດງ​ຄວາມ​ຍ້ອງຍໍຊົມ​ເຊີຍ​ຕໍ່​ຈີນ​ຊຸກຍູ້ການ​ກໍ່ສ້າງ"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"
2015-03-11 14:42:12  cri 

ຊ່ຽວຊານ​ແລະ​ນັກ​ວິຊາ​ການ​ຈໍານວນ​ໜຶ່ງ​ຂອງ​ປະ​ເທດ​ອາ​ຊຽນ​ໄດ້ສະ​ແດງ​ຄວາມ​ຍ້ອງຍໍຊົມ​ເຊີຍ​ຕໍ່​ຈີນ​ຊຸກຍູ້ການ​ກໍ່ສ້າງ"​ແລວ​ທາງ​ເສດ​ຖະກິດ​ເສັ້ນທາງ​ສາຍ​ໄໝ ​ແລະ​ເສັ້ນ​ທາງ​ສາຍ​ໄໝ​ທາງທະ​ເລ​ຂອງສະຕະ​ວັດ​ທີ 21"ຫຼື"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ", ຫວັງຢາກ​ລົງ​ເລິກ​ການ​ຮ່ວມ​ມື​ກັບ​ຈີນ ​ເພື່ອ​ບັນລຸ​ການ​ພັດທະນາ​ແລະ​ຄວາມ​ຈະ​ເລີ​ນຮ່ວມ​ກັນ.

ທ່ານ​ສຽນ​ເຟີ່ງ, ຮອງ​ຜູ້ອໍານວຍ​ການ​ໃຫຍ່ ທັງ​ເປັນ​ຜູ້​ຂຽນບົດ​ປະ​ຈໍາ​ຂອງ​ໜັງສືພິມ Asia News Time ຂອງ​ໄທ​ກ່າວ​ວ່າ, "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ຂອງຈີນ​ແມ່ນ​ແຜນການ​ແບບ​ຕ່າງ​ຝ່າຍ​ຕ່າງມີ​ຜົນ​ປະ​ໂຫຍ​ດທີ່​ຊ່ວຍ​ຊູ​ຍູ້​ໜູນ​ກັນ, ຮ່ວມມື​ກັນ ​ແລະພັດທະນາ​ຮ່ວມ​ກັນ, ຫວັງ​ຢາກ​ໃຫ້​ຈີນ​ວາງ​ແຜ​ນການ​ແລະ​ມາດ​ຕະການ​ທີ່ປະຕິບັດໄດ້.

ທ່ານ Johannes, ຊ່ຽວຊານ​ບັນຫາ​ສາກົນ​ຂອງ​ມະຫາ​ວິ​ມະ​ຍາ​ໄລ Binus ຂອງ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ, ຈີນ​ຈະ​ຊຸກຍູ້​ການ​ກໍ່ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ດ້ານ​ການ​ເຊື່ອມ​ຈອດ​ກັນຢູ່​ພາກ​ພື້ນ​ນີ້ ​ແລະກໍ່ສ້າງ​ຈຸດ​ຄໍ້າ​ຂອງ​ການ​ຮ່ວມ​ມື​ທາງ​ທະ​ເລ ​ໂດຍ​ຜ່ານ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ຂອງ​ສະຕະວັດ​ທີ 21, ອິນ​ໂດ​ເນ​ເຊຍ​ຫວັງວ່າຈະ​ສາ​ມາດ​ເຂົ້າ​ຮ່ວມ​ຂອບ​ການ​ຮ່ວມ​ມື​ດັ່ງກ່າວ​ຂອງ​ຈີນຢ່າງ​ຕັ້ງໜ້າ ​ເພື່ອ​ໄດ້​ຮັບ​ການ​ພັດທະນາ.

ທ່ານ Win Tin, ຫົວໜ້າ​ບັນນາທິການ​ໜັງສືພິມ Union Daily ​ເຊິ່ງ​ເປັນ​ໜັງສືພິມ​ຂອງ​ພັກກໍາ​ອໍາ​ນາດ​ຂອງ​ມຽນມາ​ກ່າວ​ວ່າ, ສໍາ​ລັບ​ປະ​ເທດ​ຈີນ, ການ​​ສ້າງສາຍ​ພົວພັນ​ທາງການ​ທູດ​ກັບປະ​ເທດ​ໃກ້​ຄຽງ​ໃຫ້​ດີ​ນັ້ນ ​ຄວນ​ເປັນ​ວຽກ​ງານ​ທີ່​ສໍາຄັນ​ທີ່​ສຸດ. ຍາກ​ທີ່​ຈະ​ຫຼີກລ້ຽງ​ບາງ​ບັນຫາ​​ໄດ້ລະຫວ່າງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ. ​ແຕ່ຂໍ​ພຽງ​ແຕ່​ແກ້​ໄຂ​ດ້ວຍຫຼັກການ 5 ປະການ​ຢູ່​ຮ່ວມ​ກັນ​ໂດຍ​ສັນຕິ, ​ບັນຫາ​ເຫຼົ່າ​ນີ້​ຈະ​ສາມາດ​ແກ້​ໄຂ​ໄດ້​ດີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ