ກອງ​ປະຊຸມ​ຄັ້ງທີ 3 ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 12 ​ໄດ້​ຮັບ​ເອົາ​ຍັດຕິ 522 ຂໍ້, ຕົ້ນຕໍ​ໄດ້​ສຸມ​ໃສ່​ຂົງ​ເຂດ​ນິຕິບັນຍັດ
2015-03-11 15:35:38  cri 
ວັນ​ທີ 10 ມີນາ​ນີ້, ທ່ານ​ໂກ່​ວ​ເຈິ້ງ​ຫວາ, ຮອງ​ຫົວໜ້າ​ໜ່ວຍ​ງານ​ຍັດຕິ​ຂອງ​ສຳນັກງານ​ເລຂາ​ຂອງກອງ​ປະຊຸມ​ຄັ້ງທີ 3 ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 12 ​ແຈ້ງ​ຂ່າວ​ວ່າ, ນັບ​ມາ​ຮອດ​ຕອນ​ເຊົ້າ​ວັນ​ທີ 10 ມີນາ​ນີ້, ລວມ​ໄດ້​ຮັບ​ເອົາ​ຍັດຕິ 522 ຂໍ້, ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ປີ​ກາຍ​ນີ້​ປະມານ 10%. ​ໃນ​ນັ້ນ​, ຍັດຕິ​ກ່ຽວ​ກັບ​ນິຕິບັນ​ຍັດ​ມີ 511 ຂໍ້.

ຜົນ​ການ​ວິ​ເຄາະ​ເບື້ອງ​ຕົ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ, ຍັດຕິ​ຂອງ​ປີ​ນີ້​ມີ​ຈຸດ​ພິ​ເສດ​ຢ່າງ​ຈະ​ແຈ້ງ, ບໍ່​ພຽງ​ແຕ່​ເອົາ​ໃຈ​ໃສ່​ນຳ​ການ​ກໍ່ສ້າງ​ການ​ເມືອງ​ແບບ​ປະຊາທິປະ​ໄຕ, ການ​ປະຕິ​ຮູບ​ລະບົບ​ເສດຖະກິດ, ການ​ປະຕິ​ຮູບ​ລະບົບ​ຍຸຕິ​ທຳ​ແລະ​ການ​ປະຕິ​ຮູບ​ລະບົບ​ທີ່​ດິນ​ເປັນ​ຕົ້ນ, ຍັງ​ໄດ້​ເອົາ​ໃຈ​ໃສ່​ນຳ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ແລະ​ຊີວະ​ພາບ, ການ​ນຳ​ໃຊ້​ຊັບພະຍາກອນ​ສັງ​ລວມ​ແລະ​ການ​ພັດທະນາ​ຂະ​ແໜງ​ການ​ວັດທະນະທຳ​ເປັນ​ຕົ້ນ. ນອກ​ນີ້, ຍັງ​ໄດ້​ສະ​ເໜີ​ໂຄງການ​ນິຕິບັນຍັດ​ທີ່​ກ່ຽວຂ້ອງ​ກ່ຽວ​ກັບ​ການເລັ່ງລັດ​ການ​ຕໍ່​ສ້າງ​ກົດໝາຍ​ວ່າ​ດ້ວຍ​ຄວາມ​ໝັ້ນຄົງ​ຂອງ​ຊາດ​ແລະ​ຊຸກຍູ້​ການ​ນິຕິບັນຍັດ​ຕ້ານ​ການສໍ້​ລາດ​ບັງ​ຫຼວງ​ຂອງ​ຊາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ