ສື່​ມວນ​ຊົນ​ຕ່າງປະ​ເທດ​ເຫັນ​ວ່າ "ການ​ປົກຄອງ​ພັກ​ຢ່າງ​ເຂັ້​ມງວດ​ຮອບດ້ານ​" ມີ​ຫົວຄິດ​ປະດິດ​ສ້າງຫຼາຍທີ່​ສຸດ
2015-03-11 17:03:28  cri 
    ໃນ​ການຈັດ​ວາງ​ຍຸດ​ທະ​ສາດ "4 ຮອບດ້ານ" ທີ່​ທ່ານ​ສີ​ຈິ້ນຜິ​ງ, ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ສະ​ເໜີ​ອອກ​ມາ, "ການ​ປົກຄອງ​ພັກ​ຢ່າງ​ເຂັ້​ມງວດ​ຮອບດ້ານ" ​​ເປັນ​ການ​ຍົກ​ລະດັບ​ໃໝ່​ຂອງ​ການ​ຕ້ານ​ການ​ສໍ້​ລາດ​ບັງຫຼວງຢ່າງ​ເດັດຂາດ, ​ເຊິ່ງ​ໄດ້​ເຮັດ​ໃຫ້​ສື່​ມວນ​ຊົນ​ຕ່າງປະ​ເທດ​ມີ​ຄວາມ​ສົນ​ໃຈ​ໃນ​ລະດັບ​ສູງ.

    ໜັງສືພິມ "ຮູ​ຟິງຕັນ​ພົສ" ຂອງ​ອາ​ເມ​ລິ​ກາ​ສະບັບ​ວັນ​ທີ 2 ມີນາ​ນີ້​ລາຍ​ງານ​ວ່າ: ​ໃນ​ຍຸດ​ທະ​ສາດ "4 ຮອບດ້ານ", "ການ​ປົກຄອງ​ພັກ​ຢ່າງ​ເຂັ້ມງວດ​ຮອບດ້ານ" ​ແມ່ນ​ມີ​ຫົວຄິດ​ປະດິດ​ສ້າງຫຼາຍທີ່​ສຸດ. ກ່ອນ​ໜ້າ​ນີ້, ມາດ​ຕະການ​ຂອງ​ລັດຖະບານ​ຈີນ​ລ້ວນ​ແຕ່​ບໍ່​ມີ​ເນື້ອ​ໃນ​ກ່ຽວ​ກັບ​ການ​ປົກຄອງ​ພັກ, "ການ​ປົກຄອງ​ຢ່າງ​ເຂັ້​ມງວດ" ​ແມ່ນ​ການ​ປະຕິ​ຮູບ​ລະດັບ​ຊາດຢ່າງ​ກ້າຫານ.

    ໜັງສືພິມ "​ໂລກສະຕະວັດ​ທີ 21" ຫຼື ​El Mundo del Siglo Veintiuno ຂອງ​ແອ​ສ ປາຍສະບັບ​ວັນ​ທີ 6 ມີນາ​ນີ້​ໄດ້​ພິມ​ບົດ​ຄວາມ, ​ໂດຍ​ຊີ້​ອອກ​ວ່າ, ທ່ານ​ເລຂາທິການ​ໃຫຍ່​ສີ​ຈິ້ນຜິ​ງ​ໄດ້​ຈັດ​ເອົາ "ການ​ປົກຄອງ​ພັກ​ຢ່າງ​ເຂັ້​ມງວດຮອບດ້ານ" ​ເຂົ້າ​ໃນ​ແນວ​ຄິດ​ຍຸດ​ທະ​ສາດ "4 ຮອບດ້ານ", ​ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​​ເຖິງ​ຄວາມ​ຕັດສິນ​ໃຈ​ຂອງ​ພັກ​ກອມ​ມູນິດ​ຈີນ​ໃນ​ການ​ຕໍ່ສູ້​ຕ້ານການ​ສໍ້​ລາດ​ບັງຫຼວງ.

    ນອກຈາກ​ສື່​ມວນ​ຊົນ​ຂອງ​ຕ່າງປະ​ເທດ​ແລ້ວ, ຜູ້​ຊ່ຽວຊານ​ແລະ​ນັກວິຊາການ​ຂອງ​ຕ່າງປະ​ເທດ​ຈຳນວນ​ໜຶ່ງ ກໍ​ໄດ້​ຢືນຢັນ​ໃນ​ລະດັບ​ສູງ​ຕໍ່​ລັດຖະບານ​ຈີນ​ທີ່​ຊຸກຍູ້​ການ​ສ້າງ​ແບບ​ແຜນ​ຂອງ​ພັກ​ທີ່​ປອດ​​ໃສ​ຂາວ​ສະອາດ​ແລະ​ຕ້ານ​ການ​ສໍ້​ລາດ​ບັງຫຼວງຢ່າງ​ເຂັ້ມງວດ.

    ທ່ານ​ອັນ​ເດຣີ ກີຣີລົຟ, ຫົວໜ້າ​ນັກ​ຂ່າວ​ຂອງ​ຂ່າວສານ​ຕັສຂອງຣັດ​ເຊຍ​ປະຈຳ​ຈີນ​ໄດ້​ກ່າວ​ເປັນ​ພິ​ເສດ​ວ່າ: "ຂໍ້​ໜຶ່ງ​ທີ່​ມີ​ຄວາມ​ໝາຍ​ສຳລັບຣັດ​ເຊຍ​ມາ​ຖອດ​ຖອນ​ນັ້ນ​ແມ່ນ: ການ​ຕ້ານການ​ສໍ້​ລາດ​ບັງຫຼວງຄວນ​​ເຂົ້າສູ່​ລວງ​ເລິກ, ຕໍ່​ເນື່ອງ, ​ແລະ​ມີ​ປະສິດທິພາບ​ສູງ, ການ​ກະທຳ​ຂອງ​ຈີນ​ໃນ​ການ​ແກ້​ໄຂ​ບັນຫາ​ທີ່​ຄ້າຍຄື​ກັນ ກໍ​ຈະ​ສົ່ງ​ຜົນ​ສະທ້ອນ​ເຖິງຣັດ​ເຊຍ, ຣັດ​ເຊຍ​ນັບ​ມື້​ນັບຖື​ສຳຄັນ​ບົດຮຽນ​ຂອງ​ຈີນ."

    ໃນ​​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ, ທ່ານ​ຟາ​ຈານ ຣາ​ຣ໌ມານ, ຫົວໜ້າ​ສະມາຄົມ​ຈີນ-​ປາ​ກີ​ສະຖານ​ຂອງ​ປາ​ກີ​ສະຖານ, ຜູ້​ຊ່ຽວຊານ​ດ້ານ​ປະ​ເທດ​ຈີນ​ໄດ້​ກ່າວ​ວ່າ, ບັນຫາ​ສໍ້​ລາດ​ບັງຫຼວງ​ແມ່ນ "ບັນຫາ​ໜັກ​ແລະ​ແກ້​ຍາກ" ຂອງ​ສັງຄົມ​ປະ​ເທດ​ຕ່າງໆ​ໃນ​ໂລກ​ມາ​ໂດຍ​ຕະຫຼອດ, ມາດ​ຕະການ​​ຂອງ​ລັດຖະບານ​ຈີນ​ໃນ​ການຕ້ານການ​ສໍ້​ລາດ​ບັງຫຼວງທີ່​ລົງ​ເລິກ, ຕໍ່​ເນື່ອງ ​ແລະ​ມີ​ປະສິດທິພາບ​ສູງນັ້ນ ບໍ່​ພຽງ​ແຕ່​ໄດ້​ຊຸກຍູ້​ການ​ພັດທະນາ​ຢ່າງ​ກົມກຽວ​ກັນ​ຂອງ​ສັງຄົມ​ຈີນ​​ເທົ່າ​ນັ້ນ, ​ແຕ່​ຍັງ​ໄດ້​ຮັບ​ການ​ຕອບ​ຮັບ​ຢ່າງ​ອົບ​ອຸ່ນ​ຈາກ​ປະຊາຊົນ, ​ແລະ​ໄດ້​ຮັບ​ໝາກຜົນ​ອັນ​ຍິ່ງ​ໃຫຍ່ນຳ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ