ບົດ​ລາຍ​ງານ​ຂອງສອງ​ອົງການ​ຕຸລາ​ການ​ສູງ​ສຸດ​ຂອງ​ຈີນກ່າວເຖິງການຕິດຕາມ​ຈັບ​ກຸມ​ຜູ້​ກະທຳ​ຜິດ​ການ​ສໍ້​ລາດ​ບັງ​ຫຼວງແລ້ວ​ໂຕນ​ໜີ​ໄປຕ່າງປະ​ເທດ
2015-03-12 17:03:15  cri 
ກອງ​ປະຊຸມ​ຄັ້ງ​ທີ 3 ຂອງ​ສະພາ​​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດທີ 12 ​ໄດ້​ຈັດ​ກອງ​ປະຊຸມ​ຄົບ​ຄະນະ​ໃນ​ວັນ​ທີ 12 ມີນາ​ນີ້. ທ່ານ​ໂຈ່​ວຊຽງ, ປະທານ​ສານ​ປະຊາຊົນ​ສູງສຸດ​ຈີນ, ທ່ານ​​ເສົາ​ຈ້ຽນມິ​ງ, ​ຫົວໜ້າອົງການ​​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ​ຈີນຕ່າງ​ໄດ້ຂຶ້ນ​ລາຍ​ງານ​ວຽກ​ງານ. ປີ​ນີ້, ບົດ​ລາຍ​ງານ​ຂອງ​ສອງ​ອົງການ​ຕຸລາການ​ສູງ​ສຸດ​ລ້ວນ​ແຕ່​ໄດ້ກ່າວເຖິງການຕິດຕາມ​ຈັບ​ກຸມ​ຜູ້​ກະທຳ​ຜິດ​ດ້ານ​ການ​ສໍ້​ລາດ​ບັງ​ຫຼວງ​​ແລ້ວ​​ໂຕນ​ໜີ​ໄປຕ່າງປະ​ເທດ, ພ້ອມ​ການ​ທວງ​ຄືນ​ຊັບ​ສິນ​ທີ່​ພວກ​ເຂົາ​ນຳ​ໄປ​ຕ່າງປະ​ເທດ​ໂດຍ​ໃຊ້​ຖ້ອຍຄຳ​ແບບ​ເຄັ່ງ​ຄັດ​ແລະ​ມີທ່າ​ທີທີ່​ເດັດດ່ຽວ.

​​ໃນ​ເວ​ລາ​ລາຍ​ງານ​ວຽກ​ງານ​ຂອງ​ສານ​ປະຊາຊົນ​ສູງ​ສຸດ, ທ່ານ​ໂຈ່​ວຊຽງ​ຊີ້​ອອກ​ວ່າ, ສານ​ໄດ້​ຕັ້ງໜ້າເຂົ້າ​ຮ່ວມ​ວຽກ​ງານຕິດຕາມ​ຈັບ​ກຸມ​ຜູ້​ກະທຳ​ຜິດ​ດ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ແລ້ວ​ໂຕນ​ໜີ​ໄປຢູ່​ຕ່າງປະ​ເທດ​ພ້ອມ​ທັງ​ທວງ​ເອົາ​ຄືນ​ຊັບ​ສິນ​ທີ່​ພວກ​​ເຂົາ​ນຳ​ໄປ​ຕ່າງປະ​ເທດ, ຈະ​ບໍ່​ໃຫ້​ຕ່າງປະ​ເທດ​ກາຍ​ເປັນ "​ແດນສະຫວັນ​ລີ້​ໄພ​"ຂອງ​ພວກ​ສໍ້​ລາດ​ບັງ​ຫຼວງ​ຢ່າງ​ເດັດຂາດ. ປີ​ນີ້ຈະປັບປຸງ​ລະບຽບ​ການ​ດຳ​ເນີນ​ຄະດີ​ສຳລັບ​ຜູ້​ກະທຳ​ຜິດດ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ທີ່​ໂຕນ​ໜີ​ໄປ​ຕ່າງປະ​ເທດ​ຕາມ​ກົດໝາຍ​ໃຫ້​ສົມບູນ​ຂຶ້ນ, ບໍ່​ວ່າ​ເຂົາ​ເຈົ້າ​ໂຕນ​ໜີ​ໄປ​ຮອດ​​ໄສ, ລ້ວ​ນ​ແຕ່ຈະ​ຕ້ອງນຳໂຕຜູ້ກະທຳຜິດມາລົງໂທດຕາມກົດໝາຍຢ່າງ​ເດັດຂາດ.

ໃນ​ເວລາ​ລາຍ​ງານ​ວຽກ​ງານ​ຂອງ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ​, ທ່ານ​​ເສົາ​ຈ້ຽນມິ​ງຊີ້​ອອກ​ວ່າ, ປີ​ກາຍ​ນີ້, ອົງການໄອ​ຍະ​ການ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ສະ​ເພາະ​ກິດ​ໃນ​ການຕິດຕາມ​ຈັບ​ກຸມ​ຜູ້​ກະທຳ​ຜິດ​ດ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ແລ້ວ​ໂຕນ​ໜີ​ໄປຕ່າງປະ​ເທດທັງ​ທວງ​ເອົາ​ຄືນ​ຊັບ​ສິນ​ທີ່​ພວກ​ເຂົາ​ນຳ​ໄປ​ຕ່າງປະ​ເທດ. ​ໄດ້ຮ່ວມ​ກັບ​ພາ​ກສ່ວນ​ທີ່​ກ່ຽວຂ້ອງ​ປະກາດ​ແຈ້ງ​ການ​ເພື່ອ​ເຕືອນ​ໃຫ້​ຜູ້ກະທຳ​ຜິດທາງ​ດ້ານເສດຖະກິດ​ທີ່​ໂຕນ​ໜີ​ໄປ​ຕ່າງປະ​ເທດ​ໃຫ້​ມາມອບ​ຕົວ, ​ທັງເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ຕຸ​ລາ​ການ​ກັບ​ຕ່າງປະ​ເທດ. ກ່ຽວ​ກັບ​ວຽກ​ງານ​ໃນ​ປີ​ນີ້, ທ່ານ​​ເສົາ​ຈ້ຽນມິ​ງກ່າວ​ເນັ້ນ​ວ່າ, ຈະຕັ້ງໜ້າຊຸກຍູ້ວຽກ​ງານຕິດຕາມ​ຈັບ​ກຸມ​ຜູ້​ກະທຳ​ຜິດ​ດ້ານ​ການ​ສໍ້​ລາດ​ບັງ​ຫຼວງແລ້ວ​ໂຕນ​ໜີ​ໄປ​ຢູ່​ຕ່າງປະ​ເທດ, ທັງ​ທວງ​ເອົາ​ຄືນ​ຊັບ​ສິນ​ທີ່​ພວກ​ເຂົາ​ນຳ​ໄປ​ຕ່າງປະ​ເທດ. ​​ເດັດຂາດ​ບໍ່​ໃຫ້​ພວກ​ສໍ້​ລາ​ດບັງ​ຫຼວງ​ຢູ່​ຢ່າງ​ອິດສະຫຼະ​ແລະ​ບໍ່​ໄດ້​ຖືກ​ລົງ​ໂທດ​ຕາມ​ກົດໝາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ