ຈີນ​ໄດ້​ສ້າງ​ການ​ພົວພັນ​ຮ່ວມ​ມື​ດ້ານ​ວິທະຍາສາດ​ເຕັກ​​ໂນ​ໂລ​ຊີ​ກັບ 150 ກວ່າ​ປະ​ເທດ​​ແລະ​​ເຂດ​ແຄວ້ນ
2015-03-12 14:45:06  cri 

ວັນ​ທີ 11 ມີນາ​ນີ້, ຢູ່​ຫ້ອງ​ປະຊຸມ​ຂອງ​ໂຮງ​ແຮມ​​ເໝີ​ຍຕີ້​ຢ້າ, ສູນ​ຖະ​ແຫຼ​ງຂ່າວ​ຂອງ​ກອງ​ປະ​ຊຸມຄັ້ງ​ທີ 3 ຂອງ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງຊາດ​ຈີນ​ສະ​ໄໝ​ທີ 12 ​ໄດ້​ຈັດ​ງານ​ຖະ​ແຫຼ​ງຂ່າວ ​ໂດຍ​ໄດ້​ເຊື້ອ​ເຊີນ​ທ່ານ​ວ້ານກ່າງ, ລັດຖະມົນ​ຕີ​ວ່າການ​ກະຊວງ​ວິ​ທະຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຈີນ​ຕອບ​ຄໍາ​ຖາມ​ຈາກ​ນັກ​ຂ່າວ​ທັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ກ່ຽວ​ກັບ​ການ​ປະຕິ​ຮູບ​ແລະ​ການ​ພັດທະນາ​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ.

ຕໍ່​ກັບ​ບັນຫາ​ກ່ຽວ​ກັບ​ການ​ຮ່ວມ​ມື​ສາກົນ​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ທ່ານ​ວ້ານກ່າງ​ກ່າວ​ວ່າ, ການ​ຮ່ວມ​ມື​ສາກົນ​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ເປັນ​ປັດ​ໄຈ​ທີ່​ສໍາຄັນຂອງ​ຈີນ​ໃນ​ດ້ານການ​​ປະຕິ​ຮູບ​ແລະ​ການ​ເປີດ​ປະຕູ​ສູ່​ພາຍ​ນອກ​ຂອງ​ລະບົບ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ ​ແລະ​ເຮັດ​ໃຫ້ການ​ປະດິດ​ສ້າງ​ໃໝ່​ຊຸກຍູ້​ການ​ພັດທະນາ. ປັດຈຸບັນ, ຈີນ​ໄດ້​ສ້າງ​ການ​ພົວພັນ​ຮ່ວມ​ມື​ດ້ານ​ວິທະຍາສາດ​ເຕັກ​​ໂນ​ໂລ​ຊີ​ກັບ 150 ກວ່າ​ປະ​ເທດ​​ແລະ​​ເຂດ​ແຄວ້ນ. ​ໃນ​ປີ​ກາຍ​ນີ້, ຢູ່​ໃນ​ສະ​ຖານ​ທີ່​ຈັດ​ກອງ​ປະຊຸມ​ປະດິດ​ສ້າງ​ໃໝ່ຣັດ​ເຊຍ ​ໄດ້​ຕັ້ງ​ຫໍ​ວາງສະ​ແດງ​ຂອງ​ຈີນ ​ເຊິ່ງບໍ່​ພຽງ​ແຕ່​ໄດ້​ວາງ​ສະ​ແດງ​ເຕັກ​ໂນ​ໂລ​ຊີ​ສູງ​​ແລະ​ໃໝ່​ທີ່​ສໍາຄັນ​ຂອງ​ຈີນ ​ເຊັ່ນ​ລົດ​ໄຟ​ຄວາມ​ໄວ​ສູງ, ພະລັງງານ​ນິວ​ເຄລຍ​ ​ແລະ​ອື່ນໆ, ​ແຕ່ຍັງ​ໄດ້​ວາງສະ​ແດງ​ຜະລິ​ດຕະພັນນ້ອຍ​ແບບ​ມີ​ການ​ປະດິດ​ສ້າງ​ໃໝ່​ອີກ​ດ້ວຍ ​ເຊັ່ນ​ຍົນ​​ແບບ​ບໍ່​ມີ​ຄົນ​ຂັບ, ​ເຮືອ​ແບບ​ບໍ່​ມີ​ຄົນ​ຂັບ ​ແລະ​ອື່ນໆ, ນອກ​ນີ້, ຍັງ​ມີ​ການວາງສະ​ແດງ​ເຕັກ​ໂນ​ໂລ​ຊີ​ທີ່​ສໍາຄັນ​ຈໍານວນ​ໜຶ່ງອີກ​ດ້ວຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ