ຜູ້​ຊ່ຽວຊານ​ຂອງ​ອົງການ OECD ມີ​ຄວາມ​ໝັ້ນ​ໃຈ​ຕໍ່​ຈີນ​ທີ່​ຈະ​ບັນລຸ​ການ​ເຕີບ​ໂຕ​ໃນ​ລະຫວ່າງ 7% ​ໃນ​ປີ​ນີ້
2015-03-12 18:17:22  cri 
    ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ວິນ​ເຊັນ​ທ໌ ​ໂຄ​ເອິນ, ນັກ​ເສດຖະສາດ​ຊັ້ນສູງ​ຂອງ​ອົງການ​ຮ່ວມ​ມື​ແລະ​ພັດທະນາ​ດ້ານ​ເສດຖະກິດ ຫຼື OECD ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ CRI, ​ໂດຍ​ໄດ້​ອະທິບາຍ​ຈັງຫວະ​ເຕີບ​ໂຕ​ທາງ​ດ້ານ​ເສດຖະກິດ​ຂອງ​ຈີນທີ່​ທ່ານຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນສະ​ເໜີ​ອອກ​ໃນ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດຖະບານ​ໃນ​ປີ 2015.

    ທ່ານ​ໂຄ​ເອິນ​ກ່າວ​ວ່າ: "​ໃນ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດຖະບານ, ທ່ານຫຼີ​ເຄີ້ສຽງ​ໄດ້​ກ່າວ​ວ່າ, ​ເປົ້າໝາຍ​ຂອງ​ຈັງຫວະ​ເຕີບ​ໂຕ​ທາງ​ດ້ານ​ເສດຖະກິດ​ຂອງ​ຈີນ​ໃນ​ປີ 2015 ​ແມ່ນ​ຢູ່​ໃນ​ລະຫວ່າງ 7%. ​ເປົ້າໝາຍ​ທີ່​ຄາດ​ໄວ້​ນີ້​ແມ່ນ​ດີຫຼາຍ, ​ເພາະວ່າ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ, ​ເບິ່ງ​ແລ້ວ​ຄື​ວ່າ​ໄດ້​ຊັກ​ຊ້າ​ລົງ, ​ແຕ່​ຈະ​ບັນລຸ​ການ​ເຕີບ​ໂຕ​ທີ່​ໝັ້ນທ່ຽງ​ແລະ​ສົມ​ເຫດ​ສົມ​ຜົນ."

    ທ່ານ​ກ່າວ​ຕື່ມ​ວ່າ: "​ເມື່ອ​ທຽບ​ໃສ່​ຈັງຫວະ​ເຕີບ​ໂຕ​ໃນ​ປີ​ກາຍ​ນີ້​ຄື 7,4% ​ແລ້ວ, ​ເປົ້າໝາຍ​ທີ່​ຄາດ​ໄວ້​ໃນ​ປີ 2015 ພ​ຽງ​ແຕ່​ຊ້າ​ລົງ​ເລັກ​ໜ້ອຍ​ເທົ່າ​ນັ້ນ, ​ແຕ່​ຖ້າ​ທຽບ​ກັບ​ອົງ​ກອນ​ເສດຖະກິດ​ທີ່​ສຳຄັນ​ອື່ນໆ​ໃນ​ໂລກ​ແລ້ວ, ຈັງຫວະ​ນີ້​ຍັງ​ອ່າວ​ໄວ​ຢູ່. ຖ້າ​ຫາກ​ວ່າ​ເສດຖະກິດ​ຂອງ​ໂລກ​ໃນ​ປີ 2015 ຍັງ​ຊັກ​ຊ້າ​ຄື​ເກົ່າ​ແລ້ວ, ກໍ​ຄື​ສິ່ງ​ທີ່​ໄດ້​ສະ​ເໜີ​ອອກ​ໃນ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດຖະບານ, ປະ​ເທດ​ຈີນ​ຄວນ​ສືບ​ຕໍ່​ປະຕິບັດ​ນະ​ໂຍບາຍ​ເງິນ​ຕາ​ທີ່​ໝັ້ນທ່ຽງ​ແລະ​ນະ​ໂຍບ​າຍການ​ເງິນ​ທີ່​ຕັ້ງໜ້າ. ​ເຖິງ​ວ່າ​ສະຖານະ​ການ​ສາກົນ​ເປັນຕາ​ຫ່ວງ​ໃຍ​ກໍ​ຕາມ, ​ແຕ່​ພວກ​ຂ້າພະ​ເຈົ້າຍັງ​ມີ​ຄວາມ​ໝັ້ນ​ໃຈ​ຕໍ່​ເສດຖະກິດ​ຂອງ​ຈີນ​ທີ່​ຈະ​ບັນລຸ​ການ​ເຕີບ​ໂຕ​ໃນ​ລະຫວ່າງ 7%."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ