ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ເນັ້ນ​ວ່າຕ້ອງ​ລົງ​ເລິກ​ປະຕິບັດ​ຍຸດ​ທະ​ສາດ​ກອງທັບ​ແລະ​ປະຊາຊົນ​ພັດທະນາ​ແບບ​​ເຊື່ອມ​ໂຍງ​ເຂົ້າກັນ ພະຍາ​ຍາມ​ບຸກ​ເບີກ​ສະພາບ​ໃໝ່​ແຫ່ງ​ການ​ສ້າງ​ກອງທັບ​ໃຫ້​ເຂັ້ມ​ແຂງ​ແລະ​ຈະ​ເລີ​ນ​ເຕີບ​​ໃຫຍ່
2015-03-13 14:35:12  cri 
ວັນ​ທີ 12 ມີນາ​ນີ້ ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ປະທານ​ປະ​ເທດ ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ຈີນ​ໄດ້​ເຂົ້າ​ຮ່ວມ​ກອງ​ປ​ະຊຸມ​ຄົບ​ຄະນະ​ຜູ້​ແທນທະຫານ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເທື່ອ​ທີ 3 ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 12, ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ເນັ້ນ​ວ່າ ຕ້ອງ​ລົງ​ເລິກ​ຜັນ​ຂະຫຍາຍ​​ເນື້ອ​ໃນ​ຈິດ​ໃຈ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ພັກ​ແລະ​ກອງ​ປ​ະຊຸມ​ຄົບ​ຄະນະ​ເທື່ອ​ທີ 3 ​ແລະ​ທີ 4 ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ພັກ, ຍຶດໝັ້ນ​ຖືເອົາ​ທິດ​ສະ​ດີ​​ເຕິ້ງ​ສ້ຽວ​ຜິ​ງ, ​ແນວ​ຄິດ​ສຳຄັນ "ສາມ​ຕົວ​ແທນ", ທັດສະນະ​ພັດທະນາ​ຢ່າງ​ມີ​ວິທະຍາສາດ​ເປັນ​ທິດ​ທາງ​ຊີ້​ນຳ, ປະຕິບັດ​ຕາມ​ການຈັດ​ວາງ​ດ້ານ​ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ສ້າງ​ສັງຄົມ​ທີ່​ອິ່ມໜຳສຳລານ​ໃຫ້​ສຳ​ເລັດ​ຢ່າງຮອບ ດ້ານ, ລົງ​ເລິກ​ການ​ປະຕິ​ຮູບ​ຢ່າງຮອບດ້ານ, ປົກຄອງ​ປະ​ເທດ​ຕາມ​ກົດໝາຍ​ຢ່າງ ຮອບດ້ານ​ແລະ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ​ຮອບດ້ານ, ​ເລັ່ງລັດ​ຊຸກຍູ້​ການ​ກໍ່ສ້າງ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​ແລະ​ການ​ກໍ່ສ້າງ​ ​ກອງທັບ, ຈັດ​ຕັ້ງ​ປະຕິບັດ​ນະ​ໂຍບາຍ​ທຸກ​ດ້ານ​ຂອງ​ຄະນະ​ກຳມະການ​ການ​ທະຫານ​ສູ​ນກາງ​ຢ່າງ​ຕັ້ງໜ້າ​ໃຫ້​ໃກ້ຊິດຕິດ​ແທດ​ກັບ​ສະພາ​ບຕົວ​ຈິງ, ລົງ​ເລິກ​ປະຕິ ບັດ​ຍຸດ​ທະ​ສາດ​​ກອງທັບ​ແລະ​ປະຊາຊົນ​ພັດທະນາ​ແບບ​​ເຊື່ອມ​ໂຍງ​ເຂົ້າກັນ, ພະຍາ​ຍາມ​ບຸກ​ເບີກ​ສະພາບ​ໃໝ່​ແຫ່ງ​ການ​ສ້າງ​ກອງທັບ​ໃຫ້​ເຂັ້ມ​ແຂງ​ແລະ​ຈະ​ເລີ​ນ​ເຕີບ​​ໃຫຍ່.

ເວລາ​ທີ່​ກອງ​ປະຊຸມ​ສິ້ນ​ສຸດ​ລົງ, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ໄປ​ຫາ​ຜູ້​ແທນ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ທີ່​ເປັນ​ທະຫານ​ມາ​ຈາກ​ຂັ້ນ​ຮາກ​ຖານ​ແລະຖັນ​ແຖວ​​​ແນວ​ໜ້າ​ດ້ານການ​ຄົ້ນຄວ້າ​ວິທະຍາ ສາດ, ​ເພື່ອ​ສອບ​ຖາມກ່ຽວ​ກັບສະພາບ​ການ​ເຮັດ​ວຽກ​ແລະ​ຊີວິ​ດການ​ເປັນ​ຢູ່​ຂອງ​ເຂົາ​ເຈົ້າ​ຢ່າງ​ລະອຽດ ​ແລະ​ສົ່ງ​ເສີມ​ໃຫ້​ເຂົາ​ເຈົ້າຝາກ​ຕົວ​ໄວ້​ນຳ​ຂັ້ນ​ຮາກ​ຖານ, ສ້າງ​ຜົນງານ​ທີ່​ດີ​ເດັ່ນ​ເພື່ອ​ປະກອບສ່ວນ​ອັນ​​ໃໝ່​ເຂົ້າ​ໃນ​ການ​ບັນລຸ​ເປົ້າ​ໝາຍ​ສ້າງ​ກອງ ທັບ​ໃຫ້​ເຂັ້ມ​ແຂງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ