ການ​ປະຕິບັດງົບປະມານ​ຂອງ​ສູນ​ກາງ​ແລະ​ທ້ອງ​ຖິ່ນຈີນປີ 2014 ມີ​ສະພາບ​ທີ່​ດີ​ໂດ​ຍລວມ
2015-03-13 14:36:51  cri 

 ບົດ​ລາຍ​ງານ​ຂອງຄະນະ​ກໍາ​ມະ​ການ​ເສດຖະກິດ​ການ​ເງິນ​ສະພາ​ຜູ້​​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນວ່າ​ດ້ວຍສະພາບ​ການປະຕິບັດ​ງົບປະມານ​ສູນ​ກາງ​ແລະ​ທ້ອງ​ຖິ່ນປີ 2014 ​ແລະ​ຜົນ​ການ​ພິຈາລະນາ​ກວດກາ​ຮ່າງ​ງົບປະມານ​ສູນ​ກາງ​ແລະ​ທ້ອງ​ຖິ່ນ​ປີ 2015 ທີ່​ໄດ້ຮັບການຮອງ​ຜ່ານ​ໃນ​ວັນ​ທີ 12 ມີນາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ການ​ປະຕິບັດງົບປະມານ​ຂອງ​ສູນ​ກາງ​ແລະ​ທ້ອງ​ຖິ່ນປີ 2014 ມີ​ສະພາບ​ທີ່​ດີ​ໂດ​ຍລວມ.

ຄະນະ​ກໍາມະການ​ເສດຖະກິດ​ການ​ເງິນ​ເຫັນ​ວ່າ, ການ​ປະຕິບັດງົບປະມານ​ຂອງ​ສູນ​ກາງ​ແລະ​ທ້ອງ​ຖິ່ນປີ 2014 ມີ​ສະພາບ​ທີ່​ດີ​ໂດ​ຍລວມ. ຄະນະ​ລັດຖະບານ ​ແລະ​ອົງການ​ປົກຄອງ​ທ້ອງ​ຖິ່ນ​ຂັ້ນ​ຕ່າງໆ​ໄດ້ຕັ້ງໜ້າ​ປະຕິບັດ​ທິດ​ທາງ​ນະ​ໂຍບາຍ​ທີ່​ກໍານົດ​ໂດຍ​ສູນ​ກາງພັກ ​ແລະ​ຂໍ້​ກໍານົດ​ຕ່າງໆ​ທີ່​ສະ​ເໜີ​ໂດຍ​ກອງ​ປະ​ຊຸມຄັ້ງ​ທີ 2 ຂອງສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 12, ປະຕິບັດ​ນະ​ໂນ​ບາຍ​ການ​ເງິນ​ແບບ​ຕັ້ງໜ້າ, ລາຍ​ຮັບ​ການ​ເງິນ​ໄດ້​ສໍາ​ເລັ​ດງົບປະມານ, ລາຍ​ຈ່າຍ​ຕົ້ນຕໍ​ໄດ້​ຮັບ​ການ​ຄໍ້າປະກັນ​ທີ່​ດີ, ການ​ປະຕິ​ຮູບ​ດ້ານ​ລະບົບ​ພາສີ​ການ​ເງິນ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ທີ່​ສໍາຄັນ, ການ​ຄຸ້ມ​ຄອງ​ງົບປະມານ​ໄດ້​ຮັບ​ການ​ເພີ່ມຂຶ້ນ​ຕື່ມ​ອີກ, ການ​ເງິນ​​ແຫ່ງ​ຊາດ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ທີ່​ສໍາຄັນ​ໃນ​ການ​ສົ່ງ​ເສີມ​ເສດຖະກິ​ດ​ໃຫ້ຂະຫຍາຍຕົວ​ຢ່າງ​ໝັ້ນ​ທ່ຽງ​ແລະ​​​ປອດໃສ, ສົ່ງ​ເສີມ​ຄວາມ​ກົມ​ກຽວ ​ແລະ​ສະ​ເຖຍລະ​ພາບ​ຂອງ​ສັ​ງຄົມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ