ອັດ​ກອງ​ປະຊຸມ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ
2015-03-13 17:49:29  cri 
    ຕອນ​ບ່າຍວັນ​ທີ 13 ມີນາ​ນີ້, ຫຼັງຈາກ​ໄດ້​ສຳ​ເລັດ​ວາລະ​ປະຊຸມ​ທຸກ​ລາຍ​ແລ້ວ, ກອງ​ປະຊຸມ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຄັ້ງທີ 3 ຊຸດ​ທີ 12 ​ໄດ້​ອັດ​ລົງ. ​ໃນ​ໄລຍະ​ປະຊຸມ, ກຳມະການ​ທັງຫຼາຍ​ໄດ້​ຍື່ນ​ຄວາມ​ເຫັນ​ແລະ​ຂໍ້​ສະ​ເໜີ​ເກືອບພັນ​ສະບັບ, ​ໂດຍ​ໄດ້​ທຳ​ຄວາມ​ພະຍາຍາມ​ຢ່າງ​ຕັ້ງໜ້າ​ເພື່ອ​ບັນລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະ​ພາບ​ກັນ​ແລະ​ເຕົ້າ​ໂຮມ​ກຳລັງສາມັກຄີ, ​ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ບົດບາດ​ທີ່​ສຳຄັນ​​ແລະ​ເຂົ້າ​ແທນ​ບໍ່​ໄດ້ຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ໃນ​ຊີວິດ​ການ​ເມືອງ​ຂອງ​ລັດ.

    ປີ​ນີ້​ແມ່ນ​ປີ​ທີ່​ສຳຄັນ​ໃນ​ການ​ລົງ​ເລິກ​ການ​ປະຕິ​ຮູບ​ຢ່າງຮອບດ້ານ, ການ​ທີ່​ເຮັດ​ວຽກ​ງານ​ຂອງ​ປີ​ນີ້​ໃຫ້​ດີ​ນັ້ນ​ແມ່ນ​ມີ​ຄວາມ​ໝາຍ​ທີ່​ສຳຄັນ. ສະພາ​ປຶກ​ສາ​ການ​ເມືອ​ງ ປະຊາຊົນ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ທີ່​ເປັນ​ຊ່ອງ​ທາງ​ອັນ​ສຳຄັນ​ຂອງ​ການ​ປຶກສາ​ຫາລື​ແບບ​ປະຊາທິປະ​ໄຕ ​ແລະ​ເປັນ​ອົງການ​ປຶກສາ​ຫາລື​ສະ​ເພ​າະກິດ, ກຳມະການ​ທັງ​ຫຼາຍຂອງ​ສະພາ ​ໄດ້​ເສີມ​ຂະຫຍາຍ​ທ່າ​ແຮງ​ຂອງ​ຕົນ​ຢ່າງ​ເຕັມ​ສ່ວນ​ທີ່​ມີ​ຄວາມ​ຮູ້​ດ້ານ​ວິຊາ​ການ ​ແລະ​ໄດ້​ຕິດ​ຕໍ່​ພົວພັນ​ກັບ​ມວນ​ຊົນ​ຢ່າງ​ສະໜິດ​ແໜ້ນ, ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຢ່າງ​ຕັ້ງໜ້າ​ໃຫ້​ແກ່​ຜົນ​ປ​ະ​ໂຫຍ​ດຂອງ​ປະຊາຊົນ, ​ເຊິ່ງຍ່ອມ​ຈະ​ອຸທິດສະຕິ​ປັນຍາ​ແລະ​ກຳລັງວັງຊາ​ຍິ່ງຫຼາຍກວ່າ​ເກົ່າ​ໃນ​ຂະ​ບວນການ​ໃໝ່​ແຫ່ງ​ການ​ຊຸກຍູ້​ການຈັດ​ວາງ​ຍຸດ​ທະ​ສາດ "4 ຮອບດ້ານ".

    ຖ້າ​ຢາກ​ຈະ​ຈັດຕັ້ງປະຕິບັດ​ການຈັດ​ວາງ​ຍຸດ​ທະ​ສາດ "4 ຮອບດ້ານ", ກໍ​ຕ້ອງການ​ການ​ຮ່ວມ​ມື​ລະຫວ່າງ​ພັກ​ການ​ເມືອງ, ລັດ​ແລະ​ສັງຄົມ, ຕ້ອງການ​ຄວາມ​ພະຍາຍາມ​ຮ່ວມ​ກັນ, ການ​ເຂົ້າຮ່ວມ​ຢ່າງ​ຕັ້ງໜ້າ ​ແລະ​ການ​ປະສານ​ສົມທົບ​ກັນ​ຂອງ​ພົນລະ​ເມືອງ​ໃນ​ທົ່ວ​ທັງ​ຊາດ. ​ເມື່ອ​ຈ້ອງ​ມອງ​ເບິ່ງ​ອະນາຄົດ​ແລ້ວ​ເຫັນ​ວ່າ, ຂະ​ບວນການ​ປະຊາທິປະ​ໄຕ​ແລະ​ຂະ​ບວນການ​ຫັນ​ການ​ປົກຄອງ​ໃຫ້​ທັນ​ສະ​ໄໝ​ຂອງ​ຈີນ​ຍ່ອມ​ຈະ​ຊຸກຍູ້​ເຊິ່ງກັນ​ແລະ​ກັນ, ​ເອົາ​ປະຊາທິປະ​ໄຕ​ມາ​ຊຸກຍູ້​ການ​ຫັນ​ການ​ປົກຄອງ​ໃຫ້​ທັນ​ສະ​ໄໝ, ​ເປີດ​ກວ້າງ​ການ​ເຂົ້າຮ່ວມ​ໃນ​ການ​ປຶກສາ​ຫາລື​ກັນ, ​ເປີດ​ກວ້າງ​ປະຊາທິປ​ະ​ໄຕ​ໃນ​ການ​ເຂົ້າຮ່ວມ, ​ແລະ​ຍົກ​ລະດັບ​ການ​ປົກຄອງ​ໃຫ້​ສູງ​ຂຶ້ນ​ໃນ​ປະຊາທິປະ​ໄຕ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ