ທົ່ວ​ໂລກ​ໃຫ້​ຄວາມ​ສົນ​ໃຈ​ຕໍ່​ຈີນທີ່​ຕັ້ງ​ເປົ້າ​ໝາຍ​ຈະ​ສ້າງສຳ​
2015-03-14 14:29:00  cri 
ເລັດ​ສັງຄົມ​ອິ່ມ​ໜຳ​ສຳລານ​ຢ່າງຮອບດ້ານ
​ໃນ​ຂອບ​ທິດ​ສະ​ດີ "4 ຮອບດ້ານ" ທີ່​ສະ​ເໜີ​ໂດຍ​ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນ​ດິຈີນ, ການ​ສ້າງ​ສຳ​ເລັດ​ສັງຄົມ​ທີ່​ອິ່ນ​ໜຳ​ສຳລານ​ຖື​ເປັນ​ເປົ້າໝາຍ​ລວມ​ໃນ​ທຸກ​ວຽກ​ງານຂອງ​ພັກ​ແລະ​ລັດຖະບານ​ໃນ​ໄລຍະ​ໃໝ່, ​ມີ​ຖານະ​ສຳຄັນ​ທີ່​ສຸດ. ສັງຄົມ​ທີ່​ອິ່ມໜຳສຳລານ​ຢ່າງຮອບດ້ານ​ນັ້ນ​ແມ່ນ​ສົນ​ນຳ​ການ​ຍົກ​ລະດັບ​ໃຫ້​ເສດຖະກິດ, ສັງຄົມ​ແລະ​ຄຸນ​ທາດ​ຂອງ​ປະຊາຊົນ​ຢ່າງຮອບດ້ານ. ​ໃນ​ຫຼາຍ​ມື້​ມໍ່ໆ​ມາ​ນີ້, ສື່​ມວນ​ຊົນ​​ແລະ​ນັກວິຊາການ​ຕ່າງປະ​ເທດ​ພາກັນ​ຕີ​ລາຄາ​ຕໍ່ " 4 ຮອບດ້ານ" ຢ່າງ​ສູງ, ​ໄດ້​ຢືນຢັນ​ຕໍ່​ຈີນ​ທີ່​ສົນ​ໃຈ​ນຳ​ການ​ໃຫ້ການ​ພັດທນະ​ມີ​ຄຸນ​ນະພາ​ບ​ແລະ​ມີ​ຄວາມ​ຍືນ​ຍົງ​ກໍ່​ຄື​ພະຍາຍາມ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ.
ໜັງສືພິມ​ວໍ​ຊິນ​ຕັນ​ໂພສຂອງ​ອາ​ເມ​ລິ​ກາ​ສະບັບ​ວັນ​ທີ 5 ມີນາ​ນີ້​ລາຍ​ງານ​ວ່າ, ​ຈີນ​ໄດ້ປັບເປົ້າ​ໝາຍ​ເຕີບ​ໂຕ​ທາງ​ເສດຖະກິດ​ຈາກ 7,5% ​ໃຫ້​ລົງ​ເຖິງ 7%, ສະ​​ແດງ​ໃຫ້​ເຫັນ​ວ່າ​ລັດຖະບານ​ຈີນ​ພວມ​ພະຍາຍາມ​ຊອກ​ຄົ້ນ​ຫາ​ກຳລັງ​ບົ່ມ​ຊ້ອນ​ຂອງ​ຄວາມ​ຕ້ອງການ​ທາງ​ພາຍ​ໃນ, ພ້ອມ​ກັນ​ນັ້ນ​ຍັງ​ຈະ​ຊຸກຍູ້​ໃຫ້​ເສດຖະກິດ​ພັດທະນາ​ແບບ​ຍືນ​ຍົງ, ​ແລະ​ຍິ່ງ​ເອົາ​ໃຈ​ໃສ່​ນຳ​ບັນຫາ​ສິ່ງ​ແວດ​ລ້ອມ.
ໜັງສືພິມ​ໂຄ​ໂມ​ເຊັນ​ຂອງຣັດ​ເຊຍ​ໄດ້​ພິມ​ບົດ​ຄວາມ​ໂດຍ​ກ່າວ​ວ່າ, ​ເຖິງ​ວ່າ​ຈັງຫວະ​ເຕີບ​ໂຕ​ທາງ​ເສດຖະກິດ​ໄດ້​ຊ້າ​ລົງ​ກໍ່​ຕາມ, ​ແຕ່​ປີ​ກາຍ​ນີ້ ຈີນ​ມີ​ຜູ້​ປະກອບ​ອາຊີບ​ໃໝ່ 13 ລ້ານ​ຄົນ, ນີ້​ເປັນ​ການ​ຄ້ຳປະກັນ​ອັນ​ແຂງ​ແຮງ​ທີ່​ໃຫ້​ສັງຄົມ​ຈີນ​ມີ​ສະ​ເຖຍລະ​ພາບ.
​ແວັບ​ໄຊ ​ໂຢ​ໂລ​ນິວສ ຂອງ​ເອີ​ລົບ​ມີ​ບົດ​ຄວາມ​ຂຽນ​ວ່າ, ລັດຖະບານ​ຈີນ​ສະໜັບສະໜູນ​ການ​ພັດທະນາ​ເສດຖະກິດ​ດ້ວຍ​ນະວະ​ຕະກຳ, ​ເພື່ອ​ໃຫ້​ຄຸນ​ນະພາ​ບຂອງ​ຜະລິດ​ຕະພັນ​ຕ່າງໆ​ດີ​ຂຶ້ນ​ຕື່ມ​ອີກ.
ໜັງສືພິມ​ເຄອີ​ຊາ​ອີ​ຊິ​ມບຸນ​ຂອງ​ຍີ່​ປຸ່ນສະບັບ​ວັນ​ທີ 12 ມີນາ​ນີ້​ໄດ້​ລາຍ​ງານ​ວ່າ, ​ແຕ່ລະ​ຂໍ້​​ໃນທິດ​ສະ​ດີ "4 ຮອບດ້ານ" ​ແມ່ນ​ເຄີຍ​ຖືກ​ວາງ​ອອກ​ຢ່າງ​ໂດດດ່ຽວ, ​ແຕ່​ການສະ​ເໜີ 4 ຂໍ້​ອອກ​ພ້ອມ​ກັນ​ແມ່ນ​ບໍ່​ເຄີຍ​ມີ​ມາ​ກ່ອນ, ນີ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດສິນ​ໃຈ​ອັນ​ເດັດດ່ຽວ​ຂອງ​ຈີນ​ໃນ​ການ​ຊຸກຍູ້​ການ​ປະຕິ​ຮູບ.
ຈາກ  "ສ້າງ​ສັງຄົມ​ທີ່​ອິ່ມໜຳສຳລານ​ຢ່າງຮອບດ້ານ" ຮອດ​ການ "ສ້າງ​ສຳ​ເລັດ​ສັງຄົມ​ທີ່​ອິ່ມ​ໜຳ​ສຳລານ​ຢ່າງຮອບດ້ານ" ​ເຖິງ​ວ່າ​ແມ່ນ​ຕ່າງ​ກັນ​ແຕ່​ຄຳ​ສັບ​ດຽວ​ກັນ​ທໍ່​ນັ້ນ, ​ແຕ່​ຊ້ຳພັດ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໝັ້ນ​ໃຈ​ແລະ​ຄວາມ​ຕັດສິນ​ໃຈ​ຂອງ​ພັກ​ກອມ​ມູນິດ​ຈີນ​ໃນ​ການ​ບັນລຸ​ສັງຄົມ​ອິ່ມ​ໜຳ​ສຳລານ. ນັກວິຊາການ​ຕ່າງປະ​ເທດ​ບໍ່​ໜ້ອຍກ່າວ​ວ່າລັດຖະບານ​ຈີນ​ໄດ້​ອອກ​ແຮງ​ປັບປຸບຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ, ນີ້​ເຮັດ​ໃຫ້​ທົ່ວ​ໂລກ​ໄດ້​ເຫັນ​ພາບ​ພົດ​ທີ່​ດີ​ຂອງ​ຈີນ​ທີ່​ພະຍາຍາມ​ສູ້​ຊົນ​ກ້າວ​ໄປ​ໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ