ຈີນ​ມີ​ຄວາມ​ສາມາດ​ຮັກສາ​ໃດ້ດ້ານ​ກວມ​ລວມຂອງ​ເສດຖະກິດ​ຈີນ​ມີ​ທ່າ​ອຽງ​ຂະຫຍາຍຕົວ​ເປັນ​ຢ່າງ​ດີ
2015-03-15 16:47:35  cri 

 ທ່ານ​ຫຼີ້​ເຄີ້ສຽງ, ນາຍົກລັດຖະມົນ​ຕີ​ຈີນ​ກ່າວ​ໃນ​ວັນ​ທີ15​ມີນາ​ນີ້​ຢູ່​ທີ່​ປັກ​ກິ່ງ​ວ່າ, ບໍ່​ປະຕິ​ເສດວ່າ, ​ເສດຖະກິດ​ຈີນ​ມີ​​ແຮງ​ກົດ​ດັນ​ທີ່ຈັງຫວະ​​​ເຕີບ​ໂຕ​​ຊ້າລົງ, ປະສົບ​ກັບ​ຄວາ​ມສ່ຽງ​ໃນຫຼາຍ​ດ້ານ, ​ແຕ່​ເຊື່ອ​ໝັ້ນ​ວ່າ, ​ທຸກ​ຄົນ​ຮ່ວມ​ຈິດ​ຮ່ວມ​ໃຈ​ກັນ, ກໍ​ມີ​ຄວາມ​ສາມາດ​ຮັກສາ​ໃ​ຫ້ດ້ານ​ກວມ​ລວມຂອງ​ເສດຖະກິດ​ຈີນມີ​ທ່າ​ອຽງ​ຂະຫຍາຍຕົວ​ເປັນ​ຢ່າງ​ດີ

ພາຍຫຼັງ​ກອງ​ປະ​ຊຸມ​​ຄັ້ງ​ທີ3​ຂອງ​ສະພາ​ຜູ້​ແທນ​ປະຊາຊົນ​ຈີນ​ຊຸດ​ທີ12​ສິ້ນ​ສຸດ​ລົງ, ທ່ານ​ຫຼີ້​ເຄີ້ສຽງ​ໄດ້​ໃຫ້​ສໍາ​ພາດຕໍ່​ນັກ​ຂ່າວຈີນ​ແລະ​ຕ່າງປະ​ເທດ. ​ໃນ​ເວລາຕອບ​ຄໍາ​ຖາມ​ກ່ຽວ​ກັບ​ສະພາບທົ່ວ​ໄປ​ອັນໃໝ່​ຂອງ​ເສດຖະກິດ​ຈີນ, ທ່ານ​ໄດ້​ມີ​ຄວາມ​ເວົ້າ​ດັ່ງກ່າວ.

ທ່ານ​ຫຼີ້​ເຄີ້ສຽງ​ກ່າວ​ວ່າ, ​ເສດຖະກິດ​ຈີນ​ໄດ້​ກ້າວ​ເຂົ້າສູ່​ສະພາບທົ່ວ​ໄປ​ອັນ​ໃໝ່, ​ຄາດໝາຍ​ຈັງຫວະ​ເຕີບ​ໂຕ​ຂອງ​​ເສດຖະກິດ​ຈີນ​ໃນ​ປີ2015​ນີ້​ໄດ້​ປັບປຸງ​ໃຫ້​ເປັນ​ປະມານ7%. ​ເບິ່ງ​ຄື​ຈັງ​ຫວະ​ເຕີບ​ໂຕ​ໄດ້​ຊ້າ​ລົງ, ​ແຕ່​ວ່າ​ບັນລຸ​​ເປົ້າ​ໝາຍ​ນີ້ ບໍ່​​ແມ່ນ​ງ່າຍ, ຍ້ອນ​ວ່າ​ຍອດ​ປະລິມານ​ເສດຖະກິດ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ​ແລ້ວ, ມີ​ຫຼາຍ​ກວ່າ10​ພັນ​ຕື້​ໂດ​ລາ. ຖ້າວ່າ​​ເພີ່ມຂຶ້ນ7%, ປະລິມານ​ເຕີບ​ໂຕ​ກໍ່​ທໍ່​ກັບຂະໜາດ​ເສດຖະກິດ​ຂອງ​ປະ​ເທດລະດັບ​ຜ້ານ​ກາງປະ​ເທດ​ໜຶ່ງ​ໃນ​ແຕ່​ລະ​ປີ.

;ທ່ານ​ຫຼີ້​ເຄີ້ສຽງ​​ຊີ້​ອອກ​ວ່າ, ​ໃນຂະ​ບວນການ​ຂະຫຍາຍຕົວ, ​ຖ້າ​ຫາກ​ວ່າ​ພວກ​ເຮົາ​ໄດ້​ເອົາ​ໃຈ​​ໃສ່​ຄຸນ​ນະພາ​ບ​ແລະ​ປະສິດ​ທິພາບ, ​ຊຸກ​ຍູ້​ໃຫ້​ເສດຖະກິດ​ຈີນມີ​ຄຸນ​ນະພາ​ບສູງ​ຂຶ້ນ​ຈາກ​ລະດັບປານຕໍ່າ​ແລະ​ກາງ​ຂຶ້ນ​ເປັນ​ລະດັບປານ​ກາງ​ແລະ​ສູງ, ກໍ​ສາມາດ​​ເຮັດ​ໃຫ້​ເສດ​ຖະກິດ​ຈີນ​ມີ​ຈັງຫວະ​ເຕີບ​ໂຕ​ທີ່ຂ້ອນ​ຂ້າງສູງ​ໃນ​ໄລຍະ​ຍາວ. ການສ້າງສາ​ເປັນ​ແບບ​ທັນ​ສະ​ໄໝ​ກໍ່ມີ​ພື້ນຖານ​ອັນ​ໜັກ​ແໜ້ນ, ນີ້​ກໍ່​ແມ່ນ​ປະກອບສ່ວນ​ອັນ​​ໃຫຍ່​ຫຼວງ​ຕໍ່​ໂລກ​ເຊັ່ນ​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ