ນາຍົກ​ຈີນ​ກ່າວວ່າ, ປີ​ນີ້​ສຳລັບ​ການ​ພົວພັນ​ຈີນ-​ຍີ່​ປຸ່ນທັງ​ເປັນ​ການ​ທົດ​ສອບ​ທັງ​ເປັນ​ໂອກາດ
2015-03-15 16:05:15  cri 

ວັນ​ທີ 15 ມີນາ​ນີ້,ຢູ່​ທີ່​ປັກ​ກິ່ງ, ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນກ່າວ​ວ່າ, ປີ​ນີ້​ແມ່ນ​ສົງຄາມ​ຕໍ່ຕ້ານ​ຍີ່​ປຸ່ນຂອງ​ປະຊາ​ຊົນ​ຈີນ ​ແລະ ສົງຄາມ​ຕໍ່ຕ້ານ​ຟາ​ຊິດ​ຂອງ​ໂລກ​ໄດ້ຮັບ​ໄຊ​ຊະນະ​ຄົບຮອບ 70 ປີ, ​ ຂ້າ​ພະ​ເຈົ້າ​ເຫັນ​ວ່າ,ໃນ​​ໂອກາດ​ທີ່ສຳຄັນຄື​ແນວ​ນີ້​ຂອງ​ປີ​ນີ້, ສຳລັບການ​ພົວພັນ​ຈີນ-​ຍີ່​ປຸ່ນທັງ​ເປັນ​ການ​ທົດ​ສອບ​ທັງ​ເປັນ​ໂອກາດ.

ຫຼັງ​ຈາກກອງ​ປະຊຸຄັ້ງທີ 3 ຂອງ​ສະພາ​ຜູ້​ແທນປະຊາຊົນ​ແຫ່ງຊາດ​ຈີນຊຸດ​ທີ 12 ອັດ​ລົງ​ແລ້ວ, ທ່ານ​ຫຼີ​ເຄີ​ສຽງ​ໄດ້​ຈັດ​ກອງ​ປະຊຸມ​ຂ່າວ ​ແລະ ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ທັງຫຼາຍ. ​ ທ່ານ​ຫຼີ​ເຄີ​ສຽງ​ໄດ້​ໃຫ້​ທັດສະນະ​ດັ່ງກ່າວໃນ​ເວລາຕອບ​ຄຳ​ຖາມ​ກ່ຽວ​ກັບ​ການ​ພົວພັນ​ຈີນ-​ຍີ່​ປຸ່ນ

ທ່ານ​ຫຼີ​ເຄີ້ສຽງ​ກ່າວ​ວ່າ, ປັດຈຸບັນ, ການ​ພົວພັນ​ຈີນ-​ຍີ່​ປຸ່ນ​ໄດ້​ພົບ​ຄວາມ​ຫຍຸ້ງຍາກ​ຢ່າງ​ແທ້​ຈິງ, ກົກ​ຮາກ​ຍັງ​ແມ່ນ​ຢູ່​ນຳ​ການຈະ​ຮັກສາ​ຄວາມ​ຮັບ​ຮູ້​ທີ່​ຖືກຕ້ອງ​ຕໍ່ສົງຄາມ​ເທື່ອ​ນັ້ນ ​ແລະ ຕໍ່​ປະ​ຫວັດ​ສາດ​ໂດຍ​ຕະຫຼອດ​ໄດ້​ຫຼື​ບໍ່. ການ​ຍຶດໝັ້ນທັດສະ​ນະ​ປະ​ຫວັດ​ສາດ​ອັນ​ຕ້ອງ​ຖືກ, ກໍ​ຕ້ອງ​ຖື​ປະຫວັດສາດ​ເປັນ​ແວ່ນ​ແຍງ,ຫັນ​ໜ້າ​ໄປ​ສູ່​ອະນາຄົດ. ​​​​ເວົ້າ​ສຳລັບ​ຜູ້ນຳ​ປະ​ເທດ​ໃດໜຶ່ງ​ແລ້ວ, ບໍ່​ພຽງ​ແຕ່​ຕ້ອງ​ສືບ​ທອດ​ຜົນງານ​ຂອງ​ຄົນລຸ່ນ​ເກົ່າທໍ່​ນັ້ນ, ກໍ່​ຄວນ​ແບກ​ຫາບ​ໜ້າ​ທີ່​ປະ​ຫວັດສາດ​ຍ້ອນ​ຄົ້ນລຸ່ນ​ເກົ່າ​ທີ່​ໄດ້​ກະທຳ​ຜິດ. ​ເມື່ອ 70 ປີ​ກ່ອນ, ລັດທິລັດຖະ​ທະຫານ​ຂອງ​ຍີ່​ປຸ່ນກໍ່​ສົງຄາມ​ຮຸກ​ຮານ​ຈີນ​ຂຶ້ນ, ​ໄດ້​ສ້າງ​ໄພພິບັດ​ອັນຮ້າຍ​ແຮງ​ໃຫ້​ແກ່​ພວກ​ເຮົາ, ​ໃນ​ທີ່​ສຸດ​ກໍ່​ເຮັດ​ໃຫ້ປະຊາຊົນ​ຍີ່​ປຸ່ນ​ໄດ້​ຮັບ​ຜົນ​ກະທົບ​ເຊັ່ນ​ກັນ.

ທ່ານ​ຫຼີ​ເຄີ້ສຽງ​ກ່າວ​ວ່າ, ຖ້າວ່າ​ຜູ້ນຳ​ຍີ່​ປຸ່ນສາມາດ​ເບິ່ງ​ປະຫວັດສາດ​ຢ່າງ​ຖືກຕ້ອງ, ​ແລະມີ​ທ່າ​ທີສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ກໍ​ຈະ​ມີ​ໂອກາດ​ໃໝ່​​ໃນ​ການ​ປັບປຸງ​ແລະ ຂະຫຍາຍ​ການ​ພົວພັນ​ຈີນ-​ຍີ່​ປຸ່ນ, ກໍ່​ຈະ​ສ້າງ​​ເງື່ອນ​ໄຂ​ທີ່​ດີ​ເພື່ອ​ຂະຫຍາຍ​ການ​ພົວພັນ​ການ​ຄ້າ​ລະຫວ່າງ​ຈີນ - ຍີ່​ປຸ່ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ