ອັດຕາ​ການ​ລົງ​ຄະ​ແນນ​ສຽງ​ເຫັນ​ດີ​ນຳ​ບົດ​ລາຍ​ງານ​ຂອງ​ສານ​ປະຊາຊົນ​ສູງ​ສຸດ​ຈີນ​ແລະ​ອົງການ​​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ​ຈີນ​ສ້າງ​ສະຖິຕິ​ສູງ​​ເທື່ອໃໝ່​ໃນ​ຮອບ 10 ປີ
2015-03-16 16:50:40  cri 
ເວລາ 9 ​ໂມງ 20 ນາທີ​ຂອງ​ວັນ​ທີ 15 ມີນາ​ນີ້, ຢູ່​ຫໍ​ສະພາ​ປະຊາຊົນ​​ແຫ່ງ​ຊາດທີ່​ນະຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ, ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເທື່ອ​ທີ 3 ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 12 ​ໄດ້​ລົງ​ຄະ​ແນນ​ສຽງ​ຕໍ່​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ສານ​ປະຊາຊົນ​ສູງ​ສຸດ​ຈີນແລະ ອົງການ​​​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດຈີນ.

ນັບ​ແຕ່​ປີ 2006 ​ເປັນ​ຕົ້ນ​ມາ, ອັດຕາ​ການ​ລົງ​ຄະ​ແນ​ນສຽງ​ເຫັນ​ດີ​ຕໍ່​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ສອງ​ອົງການ​ດັ່ງກ່າວ​ບໍ່​ເຄີຍ​ໄດ້​ລື່ນ​ກາຍ 85% ຈັກ​ເທື່ອ, ​ໃນ​ນັ້ນ, ອັດຕາ​ຄະ​ແນນ​ສຽງ​ເຫັນ​ດີ​ຕໍ່​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ສານ​ປະຊາຊົນ​ສູງ​ສຸດ​ມີ​ພຽງ​ແຕ່ 3 ປີ​ເທົ່າ​ນັ້ນ​ໄດ້​ສູງ​ກວ່າ 80%. ປີ​ນີ້, ອັດຕາ​ການ​ລົງ​ຄະ​ແນນ​ສຽງ​ເຫັນ​ດີ​ຕໍ່​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ສອງ​ອົງການ​ດັ່ງກ່າວ​ໄດ້​ສູງ​ກວ່າ 85%, ​ໃນ​ນີ້ ບົດ​ລາຍ​ງານ​ວຽກ​ງານ​ຂອງ​ສານ​ປະຊາຊົນ​ສູງ​ສຸດ​ໄດ້​ບັນລຸ​ເຖິງ 91%, ສຳລັບ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ​ກໍ​ມີ 87,9%, ​ເຊິ່ງ​ເປັນ​ຜົນງານ​ທີ່​ດີ​ທີ່​ສຸດ​ໃນ​ຮອບ 10 ປີຜ່ານມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ