ທ່ານ​ຈ່າງ​ເຕີ​ຈ່ຽງລົງຢ້ຽມຢາມຜູ້​ປະຕິບັດ​ງານ​ດ້ານ​ຖະ​ແຫຼ​ງຂ່າວຂອງ​ກອງ​ປະຊຸມ​ຄັ້ງ​ທີ 3 ຂອງ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 12
2015-03-16 17:01:22  cri 

ຕອນບ່າຍ​ວັນ​ທີ 13 ມີນາ​ນີີ້, ທ່ານ​ຈ່າງ​ເຕີ​ຈ່ຽງ, ກໍາມະການ​ກົມ​ການ​ເມືອ​ງສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະທານ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ ​ໄດ້​ເດີນທາງ​ໄປສູນ​​ຖະ​ແຫຼ​ງຂ່າວ​ຂອງ​ກອງ​ປະຊຸມ​ຄັ້ງ​ທີ 3 ຂອງ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 12 ​ເພື່ອ​ລົງ​ຢ້ຽມຢາມ​ ​ແລະ​ຕາງໜ້າ​ຄະນະ​ປະທານ​ຂອງ​ກອງ​ປະຊຸມ​ດັ່ງກ່າວ ສະ​ແດງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​​ ແລະຄວາມ​ຂອບ​ໃຈ​ຕໍ່​ຜູ້​ປະຕິບັດ​ງານ​ດ້ານ​ຖະ​ແຫຼ​ງຂ່າວ​ທີ່​ເຂົ້າ​ຮ່ວມ​ການ​ລາຍ​ງານຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມ​ດັ່ງກ່າວ. ທ່ານ​ຈ່າງ​ເຕີ​ຈ່ຽງຊີ້​ບອກ​ວ່າ, ວຽກ​ງານ​ຖະ​ແຫຼ​ງຂ່າວ​ຂອງ​ກອງ​ປະຊຸມປີ​ນີ້​ມີ​ການ​ກະກຽມ​ຢ່າງ​ເຕັມທີ່, ມີ​ການຈັດ​ຕັ້ງ​ຢ່າ​ງ​ແຂງ​ແຮງ, ມີ​ເນື້ອ​​ໃນ​ທີ່​ອຸດົມສົມບູນ ​ແລະ​ມີ​ຜົນ​ສະທ້ອນ​ຢ່າງ​ກວ້າງຂວາງ ​ເຊິ່ງ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ສໍາ​ເລັດ​ຢ່າງ​ຈົບງາມ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້.

ທ່ານ​ຫຼີຈ້ຽນກົວ, ກໍາມະການກົມມະການ​ກົມ​ການ​ເມືອງ​ສູນ​ກາ​ງພັກ​ກອມ​ມູນິດ​ຈີນ, ຮອງ​ປະທານ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ ​ແລະ​ທ່ານ​ຫວາງ​ເສີນ, ຮອງ​ປະທານ ທັງ​ເປັນ​​ເລຂາທິການ​ໃຫຍ່​ສະພາ​ຜູ້​​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ ​ໄດ້​ພ້ອມ​ກັນ​ລົງ​ຢ້ຽ​ມຢາມ​ໃນ​ຄັ້ງ​ນີ້.

 

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ