ທ່ານ​ສີ​ຈິ້ນ​ຜິ​ງຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມປະຈຳ​ປີ​ຂອງ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ
2015-03-18 11:19:32  cri 
ວັນ​ທີ 17 ມີນາ​ນີ້, ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ​, ທ່ານ​ໂຈ່​ວ​ເວີນຈົ້ງ, ​ເລຂາທິການ​ໃຫຍ່​ຂອງ​ກອງ​ປະຊຸມເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​ໄດ້​ແຈ້ງ​​ໃຫ້​ຮູ້​ສະພາບ​ວຽກ​ງານ​ກະກຽມ​ຕ່າງໆ​ຂອງ​ກອງ​ປະຊຸມ​ປະຈຳ​ປີ 2015 ຂອງ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ. ທ່ານ​ໂຈ່​ວ​ເວີນ​ຈົ້ງແນະນຳ​ໃຫ້​ຮູ້​ວ່າ, ທ່ານ​ສີ​ຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ ​ແລະ​ ຜູ້ນຳ​ຂອງ​ປະ​ເທດ​ຕ່າງໆ​ຈະ​ເຂົ້າ​ຮ່ວມ​ພິທີ​ໄຂ​ກອງ​ປະຊຸມ​ປະຈຳ​ປີ, ຈຳນວນ​ຜູ້ນຳ​ທີ່​​ເຂົ້າ​ຮ່ວມກອງ​ປະຊຸມ​ປະຈຳ​ປີ​ໃນ​ຄັ້ງ​ນີ້​ຈະ​ຫຼາຍ​ກວ່າ​ທຸກ​ຄັ້ງ​ທີ່​ຜ່ານ​ມາ.

ກອງ​ປະຊຸມ​ປະຈຳ​ປີ 2015 ຂອງ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ໂປ​ອາວ​ແຂວງ​ໄຫ​ຫຼຳຂອງ​ຈີນ​ແຕ່​ວັນ​ທີ 26 ຫາ​ວັນ​ທີ 29 ມີນາ​ນີ້, ຫົວ​ຂໍ້​ຕົ້ນ​ຕໍ​ຂອງ​ກອງ​ປະຊຸມ​ແມ່ນ "ອະນາຄົດ​ໃໝ່​ຂອງ​ອາຊີ: ກ້າວ​ໄປ​ສູ່​ປະຊາ​ຄົມ​ຮ່ວມ​ຊາຕາກຳ". ​ຈະ​ຈັດ​​ໃຫ້​ມີ​ການ​ປຶກສາ​ຫາລື​ຢ່າງ​ເປັນ​ທາງ​ການ 77 ຮອບ​ໂດຍ​ປິ່ນ​ອ້ອມ​ຫົວ​ຂໍ້​ຕົ້ນຕໍ​ແລະກອງ​ປະຊຸມ, ຫົວ​ຂໍ້​ປະຊຸມ​ກ່ຽວ​ພັນ​ເຖິງ 6 ຂົງ​ເຂດ​ໃຫຍ່​ຄື: ​ເສດຖະກິດ​​ມະຫາ​ພາກ, ການ​ຮ່ວມ​ມື​ຂອງ​ພາກ​ພື້ນ, ການ​ຫັນປ່ຽນ​ຮູບ​ແບບອຸດສາຫະກຳ, ການ​ປະດິດ​ສ້າງ​ເຕັກ​ໂນ​ໂລ​ຊີ, ຄວາມ​ໝັ້ນຄົງ​ທາງ​ການ​ເມືອງ ​ແລະ ສະພາບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ.

​ທ່ານ​ໂຈ່​ວ​ເວີນ​ຈົ້ງ​ແຈ້ງ​ໃຫ້​ຮູ້​ຕື່ມ​ອີກວ່າ, ​ເຈົ້າ​ໜ້າ​ທີ່​ລະດັບ​ລັດຖະມົນຕີ​ຂອງ​ປະ​ເທດ​ຕ່າງໆ​ທີ່​ເຂົ້າ​ຮ່ວມ​ເວທີ​ປຶກສາ​ຫາລື​ຫຼື​ເຂົ້າ​ຮ່ວມ​ກອງ​ປະຊຸມ​ພາຍ​ໃຕ້​ການ​ນຳພາ​ຂອງ​ຜູ້ນຳ​ນັ້ນຄາດ​ວ່າ​ຈະ​ຫຼາຍ​ກວ່າ 80 ທ່ານ, ພ້ອມ​ດຽວ​ກັນ​ນັ້ນ, ຈະ​ມີປະທານ​ຄະນະ​ກຳມະການ​ ​​ແລະ CEO ຂອງ​ບໍລິສັດ​ 65 ​ແຫ່ງ​ໃນ​ການຈັດ​ອັນ​ດັບ​ບໍລິສັດທີ່​ເຂັ້ມ​ແຂງ​ແລະ​ຮັ່ງມີ 500 ​ແຫ່ງ​ຂອງ​ໂລກ​ເຂົ້າ​ຮ່ວມ​ກອງ​ປະຊຸມ. ຕາມ​ສະຖິຕິ​ຫຼ້າ​ສຸດ​ຂອງ​ສຳນັກ​ເລຂາ​ຂອງ​ກອງ​ປະຊຸມ, ຜູ້ຕາງໜ້າ​ທາງ​ການ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້​ແມ່ນມີ 1.772 ຄົນ, ນັກ​ຂ່າວສື່​ມວນ​ຊົນ 1.014 ຄົນ, ລວມທັງ​ໝົດ​ມີ 2.786 ຄົນ, ​ເຊິ່ງມາ​ຈາກ 49 ປະ​ເທດ​ແລະ​​ເຂດ​ແຄວ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ