ຜູ້​ອໍານວຍ​ການວິທະ​ຍຸ Jordan Radio ກ່າວ​ວ່າ, "​​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ​"ຈະ​ສ້າງ​ອະນາຄົດ​ໃໝ່​ແຫ່ງ​ການ​ພັດທະນາ​ການ​ຮ່ວມ​ມື​ຂອງ​ສື່​ມວນ​ຊົນ
2015-03-23 16:19:21  cri 
    ກອງ​ປະຊຸມ​ໂຕະມົນ​ຜູ້​ນໍາ​ສື່​ມວນ​ຊົນ​ຂອງ​ກອງ​ປະຊຸມ​ປະ​ຈໍາປີ​ຂອງ​ເວທີ​ປຶກສາ​ຫາລື​ອາຊີ​ໂປອາວ ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ໂປ​ອາວ ​ແຂວງ​ໄຫ​ຫຼໍາຂອງ​ຈີນ​ໃນ​ວັນ​ທີ 26 ມີນາ​ນີ້. ​ເມື່ອ​ບໍ່​ດົນ​ມາ​ນີ້, ​ໃນ​ເວລາ​ໃຫ້​ສໍາພາດ​ຕໍ່​ນັກ​ຂ່າວ, ທ່ານ Sari Traih, ຜູ້​ອໍານວຍ​ການວິທະ​ຍຸ Jordan Radio ກ່າວ​ວ່າ, ການ​ກໍ່ສ້າງ"​​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ​"ຈະສ້າງ​ໂອກາດ​ທີ່​ດີ​ໃຫ້​ແກ່​ບັນດາປະ​ເທດ​ທີ່ຢູ່​ລຽບຕາ​ມ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​​ໃນ​ການ​ລົງ​ເລິກ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ ​ເຊິ່ງລວມທັງ​ການ​ຮ່ວມ​ມື​ດ້ານ​ສື່​ມວນ​ຊົນ, ນອກ​ນີ້, ການ​ກໍ່ສ້າງ"​​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ​"ກໍ່​ຈະ​​ເພີ່​ມທະວີ​ການ​ຮ່ວມ​ມື​ແລະ​ການ​ໄປມາຫາສູ່​ກັນ​ລະຫວ່າງ​ປະ​ເທດ​ຕ່າງໆ. ຂ້​າພະ​ເຈົ້າ​ກໍ່​ຫວັງ​ຢາກ​ມີ​ສ່ວນ​ຮ່ວມ​ເຂົ້າ​ໃນ​ການ​ກໍ່ສ້າງ"​​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ​", ​ເພີ່ມ​ທະວີການ​ຮ່ວມ​ມື​ກັບບັນດາປະ​ເທດ​​ທີ່ຢູ່​ລຽບຕາມ​ເສັ້ນທາງ​ສາຍ​ໄໝ ​ໂດຍ​ສະ​ເພາະ​ແມ່ນ​ຈີນ. ວິທະ​ຍຸ Jordan Radio ຍິນ​ດີ​ເພີ່​ມທະວີ​ການ​ແລກປ່ຽນ​ແລ​ະການ​ຮ່ວມ​ມື​ກັບ​ສື່​ມວນ​ຊົນ​ຂອງ​ປະ​ເທດ​ອື່ນໆ ​ເພື່ອ​ຊຸກຍູ້​ການ​ແລກປ່ຽນ​ດ້ານ​ວັດທະນະ​ທໍາ​ລະຫວ່າງ​ເຂດ​ແຄວ້ນ​ຕ່າງໆ ​ແລະ​ປະ​ເທດ​ຕ່າງໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ