ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າຄອງ​ຄອຍຈີນ​ຈະຊ່ວຍ​ຊຸກຍູ້​ການກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຂອງ​ອິນ​ໂດ​ເນ​ເຊຍ
2015-03-24 12:21:30  cri 
ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວ່າ, ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ, ທ່ານ​ໂຈ​ໂຄ ວິກ​ໂດ​ໂດ ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ​ຈະ​ດຳ​ເນີນ​ການ​ຢ້ຽມຢາມ​ຈີນ​ທາງ​ລັດຖະກິດ​ແຕ່​ວັນ​ທີ 26 ຫາ​ວັນ​ທີ 28 ມີນາ​ນີ້ ​ແລະ​ຈະ​ເຂົ້າ​ຮ່ວມພິທີ​ເປີດ​ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ 2015. ກ່ອນ​ອອກ​ເດີນທາງ, ທ່ານ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ, ການ​ຮ່ວມ​ມື​ລະຫວ່າງ​ອິນ​ໂດ​ເນ​ເຊຍ​ກັບ​ຈີນ​ໃນ​ຂົງ​ເຂດ​ການ​ລົງທຶນ​ແລະ​ການ​ຄ້າ​ກຳລັງ​ປະ​ເຊີນ​ກັບ​ໂອກາດ​ໃໝ່, ຫວັງ​ຢ່າງ​ຍິ່ງ​ວ່າ​ຈີນ​ຈະເພີ່ມ​ການ​ລົງທຶນ​​ເຂົ້າ​ໃນ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຂອງ​ອິນ​ໂດ​ເນ​ເຊ​ຍ​ໃຫ້​ຫຼາຍ​ຂຶ້ນ​ຕື່ມ​ອີກ.

ທ່ານ​ໂຈ​ໂຄຈະ​ກ່າວ​ປາຖະ​ກະຖາ​ກ່ຽວ​ກັບ​ການ​ເຊື່ອມ​​ໂຍງ​ເຊື່ອມຈອດ​ກັນ​ໃນ​ດ້ານ​ຕ່າງໆ​ຢູ່​​ໃນ​ພິທີ​ເປີດ​ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ 2015. ທ່ານ​ກ່າວ​ວ່າ: "ອິນ​ໂດ​ເນ​ເຊຍ​ມີ​ເກາະ​ຈຳນວນ​ຫຼວງ​ຫຼາຍ, ການ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັນ​ມີ​ຄວາມ​ສຳຄັນ​ຫຼາຍ​ທີ່​ສຸດ​ຕໍ່​ອິນ​ໂດ​ເນ​ເຊຍ. ​ເວົ້າ​ສຳລັບ​ປະ​ເທດ​ອາຊີ​ປາຊີ​ຟິກ, ການ​ເພີ່ມ​ທະວີ​ການ​ເຊື່ອມ​ໂຍງເຊື່ອມ​ຈອດ​ກັນ​​ແມ່ນ​ມີ​ຜົນ​ດີ​ຕໍ່​ການ​ຊຸກຍູ້​ການ​ພັດ​ທະ​ນາ​ດ້ານ​ເສດຖະກິດ​ຂອງ​ພາກ​ພື້ນ​ແຫ່ງ​ນີ້, ຫວັງ​ວ່າ​ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ໃນ​ຄັ້ງ​ນີ້​ຈະ​ສາມາດ​ຊຸກຍູ້​ປະ​ເທດ​ໃນ​ພາກ​ພື້ນ​​ແຫ່ງ​ນີ້​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ ​ເສດຖະກິດ​ການ​ຄ້າ​ແລະ​ການ​ລົງທຶນ​ຕື່ມ​ອີກ. "
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ