ກອງ​ປະ​ຊຸມ​ໂຕະມົນ​ຂອງ​ຜູ້ນຳ​ສື່​ມວນ​ຊົນ​ຂອງ​ເວທີ​ປຶກສາ​ຫາລື​ອາຊີໂປ​ອໍ​ຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ 26 ມີນາ​ນີ້
2015-03-24 15:37:45  cri 
    "ກອງ​ປະ​ຊຸມ​ໂຕະມົນ​ຂອງ​ຜູ້ນຳ​ສື່​ມວນ​ຊົນ" ​ຂອງ​ເວທີ​ປຶກສາ​ຫາລື​ອາຊີໂປ​ອໍ ​ເຊິ່ງ​ແມ່ນ​ເວທີ​ປຶກສາ​ຫາ​ອາຊີ​ໂປ​ອໍ, ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ ຫຼື CRI ​ແລະ​ສະມາຄົມ​ການ​ຕ່າງປະ​ເທດ​ສາທາລະນະ​ຂອງ​ຈີນ​ຮ່ວມ​ກັນ​ເປັນ​ເຈົ້າພາບ​ນັ້ນ ​ຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ 26 ມີນາ​ນີ້. ​ເຂົ້າຮ່ວມ​ກອງ​ປ​ະຊຸມ​​ໃນ​ຄັ້ງນີ້ ມີ​ທ່ານ​ຈຽງ​ຈ້ຽນກົວ, ຫົວໜ້າ​ຫ້ອງການ​ຖະ​ແຫຼງຂ່າວ​ລັດຖະບານ​ຈີນ, ທ່ານຫຼີຈ້າວ​ຊິ່ງ, ປະທານ​ສະມາຄົມ​ການ​ຕ່າງປະ​ເທດ​ສາທາລະນະ​ຂອງ​ຈີນ, ທ່ານ​ວາງ​ເກີ່ງ​ນຽນ, ຜູ້ອຳນວຍການ​ໃຫຍ່​ວິ​ທະ​ຍຸ​ສາກົນ​ແຫ່ງ​ປະ​ເທດຈີນ, ທ່ານ​ສີ​ຈູ້​ນ, ຄະນະ​ປະຈຳ​ພັກ​ແຂວງ, ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ຂອງ​ຄະນະ​ພັກ​ແຂວງ​ໄຫຼຫຼຳ ​ແລະທ່ານ​ອື່ນໆ.

    ຂ່າວ​ແຈ້ງວ່າ, ​ໃນ​ຖານະ​ເປັນ​ສາຂາ​ເວທີ​ປຶກສາ​ຫາລື​ຂອງ​ກອງ​ປະ​ຊຸມ​ປະຈຳ​ປີ 2015 ຂອງ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອໍ, ກອງ​ປະຊຸມ​ໂຕະມົນ​ຂອງ​ຜູ້ນຳ​ສື່​ມວນ​ຊົນ​ໃນ​ຄັ້ງນີ້ ຈະ​ໄດ້​ຈັດ​ຂຶ້ນພາຍ​ໃຕ້​ຫົວ​ຂໍ້​ວ່າ "​ເຕົ້າ​ໂຮມ​ຄວາມ​ເຫັນ​ທີ່​ເປັນ​ເອກະ​ພາບ​ກັນ​ກ່ຽວ​ກັບ​ເສັ້ນທາງ​ສາຍ​ໄໝ, ຮ່ວມ​ກັນ​ແຕ້ມ​ຮູບ​ແຫ່ງ​ອະນາຄົດ​ໃໝ່​ຂອງ​ການ​ຮ່ວມ​ມື​ລະຫວ່າງ​ສື່​ມວນ​ຊົນ", ​ໂດຍ​ໄດ້​ຈັດ​ໃຫ້​ມີ​ຫົວ​ຂໍ້​ຍ່ອຍ 3 ຫົວ​ຂໍ້​ຄື: "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ຈະ​ນຳ​ມາ​ເຊິ່ງ​ໂອກາດ​ແລະ​ການ​ທ້າ​ທາຍ​ໃດ​ແດ່​ໃຫ້​ແກ່​ປະ​ເທດ​ຂອງ​ພວກ​ທ່ານ? ສື່​ມວນ​ຊົນ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຊຸກຍູ້​ການ​ສົນທະນາ​ແລະ​ທຳ​ຄວາມ​ເຂົ້າ​ໃຈ​ກັນ​ລະຫວ່າງ​ອາລະຍະ​ທຳ​ທີ່​ຕ່າງ​ກັນ? ​ແລະ ຂົງ​ເຂດ​ໃໝ່​ແລະ​ຄວາມ​ເຫັນ​ໃໝ່​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ສື່​ມວນ​ຊົນ. ຜູ້​ນຳ​ຂອງ​ສື່​ມວນ​ຊົນ 20 ກວ່າ​ທ່ານ​ທີ່​ມາ​ຈາກຣັດ​ເຊຍ, ອາ​ເມ​ລິ​ກາ, ອັງກິດ, ສ.​ເກົາຫຼີ, ຍີ່​ປຸ່ນ, ອິນ​ເດຍ, ບັງ​ກະລາ​ເດັດ, ມະ​ເລ​ເຊຍ, ຊອກ​ດາ​ນີ, ມຽນມາ, ກຳປູ​ເຈຍ ​ແລະ​ປາ​ກີ​ສະຖານ​ເປັນຕົ້ນ ຈະ​ຮ່ວມ​ກັນ​ປຶກສາ​ຫາລືທັດສະນະຄະຕິ​ໃໝ່​ກ່ຽວ​ກັບ​ການ​ໂຄສະນາ​ຂ້າມ​ວັດທະນະທຳ, ​ແລະ​ວາງ​ແຜນການ​​ພັດທະນາ​ການ​ຮ່ວມ​ມື​ລະຫວ່າງ​ສື່​ມວນ​ຊົນ​ໃນ​ອະນາຄົດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ