ວັນທີ 26 ມີນານີ້, ກອງປະຊຸມເວທີປຶກສາຫາລືອາຊີໂປອາວປີ 2015 ໄດ້ໄຂຂຶ້ນຢູ່ເມືອງໂປອາວ ແຂວງໄຫຫຼໍາຂອງຈີນ. ໃນພິທີເປີດກອງປະຊຸມໃນຄັ້ງນີ້, ທ່ານສີຈິ້ນຜິງ, ປະທານປະເທດຈີນໄດ້ກ່າວປາຖະກະຖາພາຍໃຕ້ຫົວຂໍ້ຫຼັກ.
ກອງປະຊຸມເວທີປຶກສາຫາລືອາຊີໂປອາວໄດ້ສ້າງຕັ້ງເວທີປຶກສາຫາລືສາຂາ"ປະຊາຄົມອາຊຽນ:ຈຸດເລີ່ມໃໝ່ການຂອງການເຊື່ອມໂຍງເຂົ້າກັນ". ຕາມຂ່າວແຈ້ງວ່າ, ທ່ານຫວາງຢີ້, ລັດຖະມົນຕີວ່າການກະຊວງການຕ່າງປະເທດຈີນຈະກ່າວປາຖະກະຖາກ່ຽວກັບປະຊາຄົມອາຊຽນ. ທ່ານອັບດູນລາ ບາດາວີ, ອະດີດນາຍົກລັດຖະມົນຕີມາເລເຊຍ ແລະບຸກຄົນສໍາຄັນທາງການເມືອງຫຼາຍທ່ານ ຈະຮ່ວມກັນຄົ້ນຄວ້າ ແລະປຶກສາຫາລືກ່ຽວກັບໂອກາດ ແລະສິ່ງທ້າທາຍທີ່ປະຊາຄົມອາຊຽນກໍາລັງປະເຊີນໜ້າ.
ຫົວຂໍ້ຫຼັກຂອງກອງປະຊຸມໃນປີນີ້ແມ່ນ"ປະຊາຄົມຮ່ວມຊາຕາກໍາອາຊີ", ຫົວຂໍ້ປຶກສາຫາລືໃນກອງປະຊຸມປີນີ້ກ່ຽວພັນເຖິງເສດຖະກິດມະຫາພາກ, ການຮ່ວມມືຂອງພາກພື້ນ, ການຫັນປ່ຽນຮູບແບບຂອງຂະແໜງການ, ການປະດິດສ້າງໃໝ່ດ້ານເຕັກໂນໂລຊີ, ຄວາມໝັ້ນຄົງດ້ານການເມືອງ, ສັງຄົມ ແລະຊີວິດການເປັນຢູ່ຂອງປະຊາຊົນ, ລວມໄດ້ຈັດຕັ້ງການປຶກສາຫາລືຈໍານວນ 77 ຄັ້ງຢ່າງເປັນທາງການ.