ບົດລາຍງານຂອງເວທີປຶກສາຫາລືອາຊີ-ປໍອາວ: ​ໂອກາດ​ທີ່​ສ້າງ​ເຂດ​ການ​ຄ້າ​ເສລີ​ອາຊີ​ປາຊີ​ຟິກ​ໄດ້​ຄ່ອຍໆ​ສຸກ​ງອມ​ແລ້ວ
2015-03-27 16:04:05  cri 
   "ບົດ​ລາຍ​ງານ​ປະຈຳ​ປີ 2015 ກ່ຽວ​ກັບ​ກຳລັງ​ການ​ແຂ່ງຂັນ​ຂອງ​ອາຊີ" ທີ່​ກອງ​ປະຊຸມ​ປະຈຳ​ປີ 2015 ຂອງເວທີ​ປຶກສາ​ຫື​ອາຊີ-ປໍ​ອາວ​ປະກາດ​ນັ້ນ​ເຫັນ​ວ່າ, ປະຈຸ​ບັນ, ​​ໂອກາດ​ທີ່​ສ້າງ​ເຂດ​ການ​ຄ້າ​ເສລີ​ອາຊີ​ປາຊີ​ຟິກ​ໄດ້​ຄ່ອຍໆ​ສຸກ​ງອມ​ແລ້ວ.
ອັນ​ທີ​ໜຶ່ງ, ​ສະຖານະ​ພາບ​ເສດຖະກິດ​ໃນ​ໂລກ​ປັດຈຸບັນ​ກຳລັງ​ເກີດ​ມີ​ການ​ປ່ຽນ​ແປ​ງຢ່າງ​ເລິກ​ເຊິ່ງ, ອົງ​ກອນ​ເສດຖະກິດ​ທີ່​ພັດທະນາ​ໃໝ່​ນັບ​ມື້​ນັບ​ກາຍ​ເປັນ​​ໄມ້​ງັດ​ອັນ​ສຳຄັນ​ທີ່​ພາ​ໃຫ້​ເສດຖະກິດ​ໂລກ​ເຕີບ​ໂຕ.

ອັນ​ທີ​ສອງ, ທົ່ວ​ໂລກ​ລ້ວນ​ແຕ່​ໄດ້​ສຳ​ຫຼວດຄືນ​ຕໍ່​ລະບົບ​ການ​ຄ້າ​ສາກົນ​ໃນ​ປັດຈຸບັນ, ຮຽກຮ້ອງ​​ໃຫ້ຊຸກຍູ້​ການ​ກໍ່ສ້າງ​ເຂດ​ການ​ຄ້າ​ເສລີ​ອາຊີ​ປາ​ຊີ​ຟິກ.

ອັນ​ທີ​ສາມ, ລະດັບ​ເສດຖະກິດ​ເຊື່ອມ​ໂຍງ​ເຂົ້າກັນຂອງ​ເຂດ​ອາຊີ​ປາຊີ​ຟິກ​ໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ຕ້ອງການ​ເຂດ​ການ​ຄ້າ​ເສລີ​ອາຊີ​ປາຊີ​ຟິກ​ເປັນຄວາມ​ຮັບປະກັນ​ດ້ານ​ລະບຽບການ.

ສຸດ​ທ້າຍ, ​ເຂດ​ອາຊີ​ປາ​ຊີ​ຟິກ​ໄດ້ປາກົດ​ມີເຂດ​ການ​ຄ້າ​ເສລີ​ສອງ​ຝ່າຍ, ຫຼາຍ​ຝ່າຍ​ແລະ​ອະນຸ​ພາກ​ພື້ນ​ຫຼາຍ​ຮູບ​ແບບ, ຍັງ​ມີ​ສັນຍາ​ການ​ຄ້າ​ເສລີ​ປະ​ເພດ​ຕ່າງໆ​ກຳລັງ​ປຶກສາ​ຫາລື​ຢູ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ