ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ: ຈະ​ສ້າງ​ປະຊາ​ຄົມຮ່ວມ​ຊາ​ຕາ​ກຳຈີນ-ອາ​ຊຽນທີ່​ແໜ້ນ​​ແຟ້ນກວ່າ​ເກົ່າ
2015-03-28 15:41:20  cri 
ພິທີ​​ໄຂ​ກອງ​ປະຊຸມ​ຂອງ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​ປະຈຳ​ປີ 2015​​ ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 28 ມີນາ​ນີ້, ທ່າ​ນສີ​ຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ທີ່​ສຳຄັນ​ວ່າ, ຈີນ​ແລະ​ບັນດາ​ປະ​ເທດ​ອາ​ຊຽນຈະ​ຮ່ວມ​ມື​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ຈີນ-ອາ​ຊຽນທີ່​ແໜ້ນ​​ແຟ້ນກວ່າ​ເກົ່າ.

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ, ຈີນ​ແລະ​ບັນດາ​ປະ​ເທດ​ອາ​ຊຽນຈະ​ຮ່ວມ​ມື​ສ້າງປະຊາ​ຄົມ​​ຮ່ວມຊາຕາກຳ​ຈີນ-ອາ​ຊຽນທີ່​ແໜ້ນ​​ແຟ້ນກວ່າ​ເກົ່າ, ອາ​ຊຽນ​ກັບ​ຈີນ, ຍີ່ປຸ່ນ ​ແລະ ສ.​ເກົາຫຼີ ຈະ​ສຸມ​ກຳລັງ​ເຂົ້າ​ໃນ​ການ​ສ້າງ​ສຳ​ເລັດ​ປະຊາ​ຄົມ​ເສດຖະກິດ​ອາຊີ​ຕາ​ເວັນ​ອອກ​ໃນ​ປີ 2020. ພວກ​ເຮົາ​ຈະ​ສ້າງ​ເຄືອ​ຂ່າຍ​ການ​ຄ້າ​​ເສລີ​ຂອງອາຊີ​ຢ່າງ​ຕັ້ງໜ້າ, ທຳ​ຄວາມ​ພະຍາຍາມ​​ເຂົ້າ​ໃນ​ການ​ຮ່ວມ​ກັນ​ສຳ​ເລັດ​ການ​ເຈລະຈາ​ກ່ຽວ​ກັບ​ການ​ຍົກ​ລະດັບ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ​ແລະ​ການ​ເຈລະຈາ​ຂອງ​ສັນຍາ​ກ່ຽວ​ກັບ​ການ​ພົວພັນ​ປະຊາ​ຄົມ​ເສດຖະກິດ​ຮອບດ້ານ​ຢູ່​ໃນ​ພາກ​ພື້ນ​ໃນ​ປີ 2015. ​ໃນ​ເວລາ​ດຽວ​ກັນ​ທີ່​ຊຸກຍູ້​ເສດຖະກິດ​ຂອງ​ອາ​ຊີ​ໃຫ້​ເຊື່ອມ​ໂຍງ​ເຂົ້າກັນ, ພວກ​​ເຮົາ​ຄວນ​ຍຶດໝັ້ນ​ລັດທິ​ພາກ​ພື້ນ​ທີ່​ໄຂ​ປະຕູ, ປະສານ​ງານ​ກັນ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ຂ້າມ​ພາກ​ພື້ນ​ຊຶ່ງ​ລວມທັງ​ອົງການ​ຮ່ວມ​ມື​​ເສດຖະກິດ​ອາຊີ​ປາຊີ​ຟິກ.

ຝ່າຍ​ຈີນ​ໄດ້​ລິ​ເລີ່​ມ​ໃຫ້​ເລັ່ງລັດ​ວາງ​ແຜນການ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັນ​ລະຫວ່າງອາຊີ​ຕາ​ເວັນ​ອອກ​-ອາຊີ, ຊຸກຍູ້​ການ​ຮ່ວມ​ມື​ແລະ​ປະສານ​ງານ​ຮອບດ້ານ​ໃນ​ດ້ານ​ພື້ນຖານ​ໂຄງ​ລ່າງ, ນະ​ໂຍບາຍຂໍ້​ກຳນົດ​ແລະ​ລະບຽບ​ການ, ການ​ໄປມາຫາສູ່​ກັນ​ດ້ານ​ບຸກຄະລາ​ກອນ. ຕ້ອງ​ເພີ່ມ​ທະວີ​ການ​ສ້າງສາ​ດ້ານ​ການ​​ເຊື່ອມ​ໂຍງເຊື່ອມ​ຈອດ​ກັນ​ທາງ​ທະ​ເລ, ຊຸກຍູ້​ການ​ສ້າງ​ກົນ​ໄກ​ຮ່ວມ​ມື​ທາງ​ທະ​ເລ​ຂອງ​ອາຊີ, ຊຸກຍູ້​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ເຊັ່ນ: ​ເສດຖະກິດ​ທາງ​ທະ​ເລ, ການ​ອະນຸລັກ​ສິ່ງ​ແວດ​ລ້ອມ, ການ​ຄຸ້ມ​ຄອງດ້ານ​ໄພພິບັດ​ແລະ​ການ​ປະມົງ​ເປັນ​ຕົ້ນ, ​ເຮັດ​ໃຫ້​ທະ​ເລ​ກາຍ​ເປັນ​ທະ​ເລ​ແຫ່ງ​ສັນຕິພາບ, ມິດຕະພາບ​ແລະ​ການ​ຮ່ວມ​ມື​ທີ່​ເຊື່ອມ​ຕໍ່ບັນດາ​ປະ​ເທດ​ອາຊີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ