ກອງ​ປະຊຸມປະຈຳ​ປີ 2015 ຂອງ​ເວທີ​ປຶກສາ​ຫາລື​ອາຊີ​ໂປ໋ອາວ​​ໄຂ​ຂຶ້ນ
2015-03-28 15:38:28  cri 

ຕອນ​ເຊົ້າ​ວັນ​ທີ 28 ມີນາ​ນີ້, ພິທີ​ໄຂ​ກອງ​ປະຊຸມປະຈຳ​ປີ 2015 ຂອງ​ເວທີ​ປຶກສາ​ຫາລື​ອາຊີ​ໂປ໋ອາວ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ໂປ໋ອາວ ​ແຂວງ​ໄຫ​ຫຼຳຈີນ, ທ່ານ​ສີ​ຈີ້​ນຜີ​ງ ປະທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ພິທີ​ ​ແລະ ກ່າວ​ຄຳ​ປາ​ໄສ.

ນັບ​ແຕ່​ວັນ​ທີ 26 ມີນາ​ນີ້, ກອງ​ປະຊຸມ​ປະຈຳ​ປີ​ເທື່ອ​ນີ້​ຈະ​ຈັດ​ກິດຈະກຳ​ທາງ​ການ 70 ກວ່າ​ລາຍ​ໃນ​ຂົງ​ເຂດ​ຕ່າງໆ ​ເຊັ່ນ, ​ເສດຖະກິດ​ມະຫາ​ພາກ, ການ​ຮ່ວມ​ມື​ພາກ​ພື້ນ, ອຸດສາຫະກຳ​ຫັນປ່ຽນ​ຮູບ​ແບບ, ການ​ປະດິດ​ສ້າງ​ເຕັກ​ໂນ​ໂລ​ຢີ, ຄວາມ​ໝັ້ນຄົງ​ທາງ​ການ​ເມືອງ ​​ພ້ອມ​ທັງ​ສັງຄົມ ​ແລະ ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ​ແລະ​ຈະ​ອັດ​ລົງ​ໃນ​ວັນ​ທີ 29 ມີນາ​ນີ້. ​ແຂກ​ທີ່ມາ​ຈາກ​ປະ​ເທດ​ຕ່າງໆ 1 ພັນ 700 ກວ່າ​ຄົນຈະ​​ລົງ​ເລິກ​ປຶກສາ​ຫາລື​ໂດຍ​ໝູນ​ອ້ອມ​ຫົວ​ຂໍ້​ "ອະນາຄົດ​ໃໝ່​ຂອງ​ອາຊີ: ກ້າວ​ໄປ​ສູ່ປະຊາ​ຄົມ​ຮ່ວມໂຊກ​ຊະ​ຕາ".

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ