ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ໃນການ​ເຈລະຈາ​ກ່ຽວ​ກັບ​ບັນຫາ​ນິວ​ເຄລຍຂອງ​ອີຣານຄັ້ງ​ທຳ​ອິດ​ຈັດ​ຂຶ້ນ​ຢູ່​ນະຄອນ​ໂລ​ຊານ​ນ໌​ຂອງ​ສະ​ວິສ​
2015-03-30 11:56:00  cri 
ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຮອບ​ໃໝ່ລະຫວ່າງ 6 ປະ​ເທດ​ກັບ​ອີຣານກ່ຽວ​ກັບ​ບັນຫາ​ນິວ​ເຄລຍຂອງ​ອີຣານຄືອາ​ເມ​ລິ​ກາ,ອັງກິດ, ຝຣັ່ງ, ຣັດ​ເຊຍ, ຈີນ​ແລະ​ເຢຍລະ​ມັນ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​​ໂລ​ຊານ​ນ໌​ຂອງ​ສະ​ວິສ​ໃນ​ຕອນ​ຄ່ຳ​ວັນ​ທີ 29 ມີ​ນາ​ນີ້. ນີ້​ກໍ່​ແມ່ນ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ກ່ຽວ​ກັບ​ບັນຫາ​ນິວ​ເຄລຍຂອງ​ອີຣານຄັ້ງ​ທຳ​ອິດພາຍຫຼັງ​ໄດ້​ຕົກລົງ​ເລື່ອນ​ເວລາ​ຂອງ​ການ​ເຈລະຈາ​ກ່ຽວ​ກັບ​ບັນຫາ​ນິວ​ເຄລຍຂອງ​ອີຣານ​ໃນ​ເດືອນ​ພະຈິກ​ປີ​ກາຍ​ນີ້​ເປັນ​ຕົ້ນ​ມາ.

ບາງບຸກຄົນດ້ານ​ການ​ຕ່າງປະ​ເທດ​ທີ່​ເຂົ້າ​ຮ່ວມ​ການ​​ເຈລະ​ຈາ​​ໄດ້ແຈ້ງ​ໃຫ້​ນັກ​ຂ່າວ​ຮູ້​ວ່າ, ການ​ເຈລະຈາ​ກ່ຽວ​ກັບ​ບັນຫາ​ນິວ​ເຄລຍ​ຂອງ​ອີຣານຈະໄດ້​ຮັບ​ໝາກຜົນ​ທີ່ມີ​ລັກສະນະ​ທາດ​ແທ້​ແມ່ນ​ຖືກ​ຕາມ​ຈິດ​ອາລົມ​ຂອງ​ຄົນ ​ແລະ ທ່າ​ອ່ຽງ​ແຫ່ງ​ການ​ພັດທະນາ. ​ໃນ​ໄລຍະສຸດ​ທ້າຍ​ຂອງ​ການ​ເຈລະຈາ​ກ່ຽວ​ກັບ​ບັນຫາ​ນິວ​ເຄລຍຂອງ​ອີຣານທີ່ຄ້າຍຄື​ກັນ​ກັບ​​ການ​ແລ່ນ​ມາລາ​ທອນ​ຮອບ​ນີ້, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ 6 ປະ​ເທດ ​ແລະ​ ອີຣານ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ນະຄອນ​ໂລ​ຊານ​ນ໌ຂອງ​ສະ​ວິສ, ​ເພື່ອ​ສະ​ແຫວ​ງຫາ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ການ​ຊຸກຍູ້​ການ​​ເຊັນ​ສັນຍາ​ຮອບດ້ານ​ກ່ຽວ​ກັບ​ບັນຫາ​ນິວ​ເຄລຍຂອງ​ອີຣານ, ​ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ສູງ​ຈາກ​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ໃນ​ການ​ແກ້​ໄຂ​ບັນຫາ​ນິວ​ເຄລຍຂອງ​ອີຣານ.

ບຸກຄົນ​ດັ່ງກ່າວ​ແຈ້ງ​​ໃຫ້​ນັກ​ຂ່າວ​ຮູ້​ວ່າ, ປະຈຸ​ບັນ, ການ​ເຈລະຈາ​ກ່ຽວ​ກັບ​ສັນຍາ​ຮອບດ້ານ​ກ່ຽວ​ກັບ​ການ​ແກ້​ໄຂ​ບັນຫາ​ນິວ​ເຄລຍຂອງ​ອີຣານ​ໄດ້​ປາກົດ​ມີ​ທ່າ​ອ່ຽງທີ່​ຕັ້ງໜ້າ, ​ແຕ່​ຄວາມ​ຂັດ​ແຍ້​ງກັນ​ທີ່​ພົ້ນ​ເດັ່ນ​ຈຳນວນ​ໜຶ່ງ​ຍັງ​ໄດ້​ເປັນ​ອຸປະສັກ​ຕໍ່​ຂະ​ບວນການ​ເຈ​ລະ​ຈາ.

ຕາມ​ຂ່າວ​ແຈ້ງວ່າ, ຖ້າ​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ໃນການ​ເຈລະຈາ​ຄັ້ງ​ນີ້ສາມາດ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ທີ່​ສຳຄັນ​ທັງ​ໝົດ, ຕໍ່​ມາ​ຈະ​ເຮັດ​ວຽກ​ທີ່​ມີ​ລັກສະນະ​ເຕັກ​ໂນ​ໂລ​ຊີ, ຄື​ເຮັດ​ໃຫ້​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ທີ່​ໄດ້​ຮັບ​ໃນ​ການ​ເຈລະຈາ​ຫັນ​ເປັນ​ເນື້ອ​ໃນ​ທາງ​ລາຍ​ລັກ​ອັກສອນ​ທີ່​ລະອຽດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ