ກອງທັບອາກາດຈີນເດີນທາງໄປມະຫາສະໝຸດປາຊິຟິກຕາເວັນຕົກດໍາເນີນການຊ້ອມຮົບໄກຝັ່ງທະ​ເລເປັນຄັ້ງທໍາອິດ
2015-03-30 18:52:45  cri 

ວັນທີ 30 ມີນານີ້, ທ່ານເຊີ່ນຈິ້ນເຄີ່, ໂຄສົກກອງທັບອາກາດຈີນກ່າວວ່າ, ກອງທັບອາກາດຈີນໄດ້ຈັດຕັ້ງທະຫານອາກາດເດີນທາງໄປມະຫາສະໝຸດປາຊິຟິກຕາເວັນຕົກດໍາເນີນການຊ້ອມຮົບໄກຝັ່ງທະ​ເລເປັນຄັ້ງທໍາອິດ ເພື່ອຍົກສູງຄວາມສາມາດ​ສູ້​ຮົບ​ໄກ​ຝັ່ງ​ທະ​ເລຂອງ​ກອງທັບ​ອາກາດ​ຈີນ.

ວັນ​ທີ 30 ມີນາ​ນີ້, ກອງທັບ​ອາກາດ​ຈີນ​ໄດ້​ບິນ​ຜ່ານ​ຊ່ອງ​ແຄບ​ບາ​ຊີ ​ແລະ​ເດີນທາງ​ໄປມະຫາສະໝຸດປາຊິຟິກຕາເວັນຕົກ​ເພື່ອດໍາເນີນການຊ້ອມຮົບໄກຝັ່ງທະ​ເລ ​ແລະ​ໄດ້​​ເດີນທາງ​ກັບ​ຄືນ​ໃນ​ມື້​ດຽວ​ກັນ ​ໂດຍ​ໄດ້​ບັນລຸ​ເປົ້າ​ໝາຍ​ຝຶກ​ຊ້ອມ​ທີ່​ກໍານົດ​ໄວ້​ ແລະ​ສໍາ​ເລັດ​ໜ້າ​ທີ່​ຢ່າງ​ເຕັມທີ່.

ທ່ານເຊີ່ນຈິ້ນເຄີ່ກ່າວ​ວ່າ, ການຈັດ​ຕັ້ງ​ການ​ຊ້ອມ​ຮົບ​ໄກ​ຝັ່ງທະ​ເລ ​ເປັນ​ວິທີ​ຍົກສູ​ງຄວາມ​ສາມາດສູ້​ຮົບ​ຂອງ​ກອງທັບ​ອາກາດ​ຢ່າງ​ມີ​ປະສິດທິ​ຜົນ ທັງ​ເປັນ​ວິທີ​ທົ່ວ​​ໄປ​ຂອງ​ປະ​ເທດ​ໃຫຍ່​ດ້ານ​ກອງທັບ​ອາກາດ. ການ​ຊ້ອມ​ຮົບ​ຂອງ​ກອງທັບ​ອາກາດ​ຈີນ​ໃນ​ຄັ້ງ​ນີ້ ​ແມ່ນ​ປະຕິບັດ​ຕາມ​ແຜນການ​ຝຶກ​ຊ້ອມ​ປະ​ຈໍາປີ ທັງ​ເປັນຄວາມ​ຕ້ອງການ​ແບບ​ປົກກະຕິ​ຂອງ​ການປ້ອງ​ກັນ​ປະ​ເທດ ​ແລະ​ການ​ກໍ່ສ້າງ​ກອງທັບ​ຂອງ​ຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ