ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ຄຳ​ປາ​ໄສ​​ໃນ​ພິທີ​ໄຂ​ຫໍ​ຈີນ​ຂອງງານ​ເອັກສ໌​ໂປ​ມີ​ລານ​ເພື່ອ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ເປີດ​ຫໍ​ວາງສະ​ແດ​ງຈີນ
2015-05-02 15:41:40  cri 


ງານ​ເອັກສ໌​ໂປ​ມີ​ລານຂອງ​ອີ​ຕາ​ລີ​ປີ 2015 ​ໄດ້​ຈັດ​ພິທີ​ໄຂງານ​ໃນ​ວັນ​ທີ 1 ພຶດສະພາ​ນີ້, ຫໍ​ວາງສະ​ແດງ​ຈີນ​ຂອງ​ງານ​ໄດ້​ເປີດ​ຫໍ​ໃນ​ມື້​ດຽວ​ກັນ. ທ່ານ​ສີ​ຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ໂດຍ​ຜ່ານ​ທາງ​ວິ​ດີ​ໂອ​ເພື່ອ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ເປີດ​ຫໍ.


ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ໃນ​ຄຳ​ປາ​ໄສ​ວ່າ​: ທ່ານ​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນ​ຮັບ​ຕໍ່​ບັນດາ​ທ່ານ​ທີ່​ໄປ​ທ່ຽວ​ຊົມ​ຫໍວາງສະ​ແດງຈີນ. ງານ​​ເອັກສ໌​ໂປ​ມີ​ລານໄດ້​ສຸມ​ໃສ່​ກະສິກຳ​ແລະ​ອາຫານ, ຫົວ​ຂໍ້​ນີ້​ໄດ້​ມີ​ສ່ວນ​ພົວພັນ​ເຖິງ​ການ​ດຳລົງ​ຊີວິດ​ແລະ​ການ​ພັດທະນາ​ຂອງ​ທຸກ​ຄົນ, ມີ​ຄວາມ​ໝາຍ​ຫຼາຍ.


ທ່ານ​ສີ​ຈິ້ນ​ຜິ​ງຊີ້​ອອກ​ວ່າ: ຢູ່​​ໃນຫໍ​ວາງສະ​ແດງ​ຈີນ, ບັນດາ​ທ່ານ​ຈະ​​ໄດ້​ຮູ້ຈັກ​ຄວາມ​ສີວິ​ໄລ​ດ້ານ​ກະສິກຳ​ທີ່​ມີ​ມາຕັ້ງ​​ແຕ່​ດົນ​ນານ​ຂອງ​ຈີນ, ຜົນສຳ​ເລັດ​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວໜ້າ, ວັດທະນະທຳ​ດ້ານ​ອາຫານ​ການ​ກິນ​ທີ່​ອຸດົມສົມບູນ, ທັງ​ໝົດ​ເຫຼົ່າ​ນີ້​ລ້ວນ​ແຕ່​ແມ່ນ​ພາກສ່ວນ​ສຳຄັນ​ຂອງ​ອາລິຍະ​ທຳຊົນ​ຊາດ​ຈີນ. ຈີນ​​ໃຫ້​ຄວາມ​ສຳຄັນ​ໃນ​ລະດັບ​ສູງ​ຕໍ່​ບັນຫາ​ກະສິກຳ, ຊົນນະບົດ​ແລະ​ບັນຫາ​ຊາວ​ກະສິກອນ, ຖື​ບັນຫາ​ເຫຼົ່າ​ນີ້​​ເປັນ​ຈຸດ​ທີ່​ສຳຄັນ​​ທີ່​ສຸດ​ໃນ​ວຽກ​ງານ​ທັງ​ໝົດ​ຂອງ​ຈີນ. ຈີນ​ພວມ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເຂົ້າ​ໃນ​ການ​ຊຸກຍູ້​ກະສິກຳ​ຫັນ​ເປັນ​ແບບ​ທັນ​ສະ​ໄໝ, ຍິນ​ດີ​ຮ່ວມ​ກັບ​ບັນດາ​ປະ​ເທດ​ໃນ​ໂລກ​ແລກປ່ຽນ​ບົດຮຽນ​​ແລະ​ເຕັກ​ໂນ​ໂລ​ຊີ​ດ້ານ​ກະສິກຳ, ຮ່ວມ​ກັນ​ປົກ​ປັກ​ຮັກສາ​ຄວາມ​ປອດ​ໄພ​ດ້ານ​ອາຫານ​ຂອງ​ໂລກ, ຮ່ວມ​ກັນ​ຊຸກຍູ້​ຄວາມ​ກ້າວໜ້າ​ຂອງ​ອາ​ລິ​ຍະ​ທຳ​ຂອງ​ມວນ​ມະນຸດ.


ຫົວ​ຂໍ້​ຕົ້ນ​ຕໍ​ຂອງ​ງານ​​ເອັກສ໌​ໂປ​ມີ​ລານ​ຂອງ​ອີ​ຕາ​ລີ​ປີ 2015 ​ແມ່ນ "ບຳລຸງ​ລ້ຽງ​ໜ່ວຍ​ໂລກ, ຊັບພະຍາກອນ​ດ້ານ​ຊີວິດ", ຊຶ່ງ​ຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ 1 ພຶດສະພາ​ຫາ​ວັນ​ທີ 31 ຕຸລາ​ປີ​ນີ້, ລວມມີ 148 ປະ​ເທດ​ແລະ​ອົງການ​ຈັດ​ຕັ້ງ​ສາກົນ​ໄປ​ເຂົ້າ​ຮ່ວມ​ງານ.
1 2 3 4 5 6 7
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ