ທ່ານ​ເລຂາທິການ​ໃຫຍ່​ສີ​ຈິ້ນຜິ​ງພົບ​ປະ​ກັບ​ທ່ານ​ຈູ່ລີ້​ລຸນ, ປະທານ​ພັກ​ກົກ​ມິນ​ຕັງ​ຈີນ
2015-05-04 18:41:07  cri 



    ຕາມ​ຂ່າວສານ​ຊິນ​ຮວາ: ຕອນ​ເຊົ້າວັນ​ທີ 4 ພຶດສະພາ​ນີ້, ຢູ່​ນະຄອນຫຼວງປັກ​ກິ່ງ, ທ່ານ​ສີ​ຈິ້ນຜິ​ງ, ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ​ໄດ້​ພົບ​ປະ​ກັບ​ຄະນະ​ຜູ້​ແທນ​ພັກ​ກົກ​ມິນ​ຕັງ​ຈີນ​ທີ່​ນຳ​ໂດຍ​ທ່ານ​ປະທານ​ຈູ່ລີ້​ລຸນ​ທີ່​ເດີນທາງ​ມາ​ຢ້ຽມຢາມ​ແຜ່ນດິນ​ໃຫຍ່.


    ໃນໂອກາດ​ນີ້, ທ່ານ​ສີ​ຈິ້ນຜິ​ງ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບທ່ານ​ຈູ່ລີ້​ລຸນ​ທີ່​ນຳພາ​ຄະນະ​ມາ​ຢ້ຽມຢາມ​ແຜ່ນດິນ​​ໃຫຍ່. ທ່ານ​ກ່າວ​ເນັ້ນວ່າ, ໝາກຜົນ​ແຫ່ງ​ການ​ພັດທະນາ​ໂດຍ​ສັນຕິ​ຂອງ​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ ​ແມ່ນ​ໄດ້ມາ​ດ້ວຍ​ຄວາມ​ຫຍຸ້ງຍາກ, ສ່ວນບົດຮຽນ​ທີ່​ໄດ້​ຮັບ​ນັ້ນ​ແຮ່ງ​ລ້ຳ​ຄ່າ. ​ເວົ້າ​ໂດຍ​ສັງ​ເຂ​ບ​ແລ້ວ​ກໍ​ແມ່ນ, ຕ້ອງ​ຍຶດໝັ້ນ​ເດີນ​ຕາມ​ເສັ້ນທາງ​ແຫ່ງ​ການ​ພັດທະນາ​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ໂດຍ​ສັນຕິ, ຍຶດໝັ້ນ "ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະ​ພາບ​ກັນ​ 1992", ຄັດຄ້ານ​ພື້ນຖານ​ດ້ານ​ການ​ເມືອງ​ຂອງ "ອິດ​ທິກຳລັງ​ຢາກ​ໃຫ້​ໄຕ້​ຫວັນ​ເປັນ​ເອກະລາດ", ຍຶດໝັ້ນດຳ​ເນີນ​ການ​ປຶກສາ​ຫາລື​ແລະ​ເຈລະຈາ​ກັນ​ລະຫວ່າງ​ສອງ​ຝັ່ງ, ຊຸກຍູ້​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ, ​ແລະ​ຍຶດໝັ້ນສ້າງ​ຄວາມສຸກ​ໃຫ້​ແກ່​ປະຊາຊົນ​ໃນ​ສອງ​ຝັ່ງ​ຊ່ອງ​​ແຄບ.


    ທ່ານ​ຈູ່ລີ້​ລຸນ​ກ່າວ​ວ່າ, ວຽກ​ງານ​ການ​ພັດທະນາ​ລະຫວ່າງ​ສອງ​ຝັ່ງ​ໂດຍ​ສັນຕິ ​ໄດ້​ຮັບ​ໝາກຜົນ​ຢ່າງຫຼວງຫຼາຍ​ແລ້ວ, ຫວັງ​ວ່າ, ບົນ​ພື້ນຖານ​ແຫ່ງ "ຄວາມ​ຮັບ​ຮູ້​ທີ່​ເປັ​ນ​ເອກະ​ພາບ​ກັນ 1992", ສອງ​ຝັ່ງ​ຈະ​ຮ່ວມ​ມື​ກັນ​ໃນ​ດ້ານ​ສັນຕິ​ພາບ​ຂອງ​ພາກ​ພື້ນ, ການ​ອະນຸລັກ​ສິ່ງ​ແວດ​ລ້ອມ, ການ​ປັບປຸງ​ເສດຖະກິດ​ແລະ​ດ້ານ​ອື່ນໆ, ​ເຮັດ​ໃຫ້​ໝາກຜົນ​ແຫ່ງ​ການ​ພັດທະນາ​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະຊາຊົນ​ຂັ້ນຮາກ​ຖານ​, ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍ ​ແລະ​ກຸ່ມ​ຄົນ​ຊາວ​ໜຸ່ມ​ໃຫ້ຫຼາຍກວ່າ​ເກົ່າ, ​ແລະ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ໃຫ້​ມີ​ການ​ພັດທະນາ​ໂດຍ​ສັນຕິ​ຢ່າງ​ຕໍ່​ເນື່ອງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ