ຈີນ​ແລະ​ສະຫະພາບ​ເອີ​ລົບ​ສະຫຼອງ​ການສ້າງ​ການ​ພົວພັນ​ທາງ​ການ​ທູດ​ຄົບຮອບ 40 ປີ
2015-05-06 16:19:52  cri 

ວັນ​ທີ 6 ພຶດສະພາ​ນີ້ ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​​ກັບ​ທ່ານ​ຕຸ​ສກ໊ ປະທານ​ສະພາ​ມົນຕີ​ເອີ​ລົບ​ແລະ​ທ່ານ​ຢາງ ກຼາວ​ເດີ ຈຸນ​ເກີ ປະທານ​ຄະນະ​ກຳມາ​ທິການ​ສະຫະພາບ​ເອີ​ລົບ​ໄດ້​ສົ່ງ​ສານ​ອວຍພອນ​ແກ່​ກັນ​ແລະ​ກັນ​ເພື່ອ​ສະ​ເຫຼີ​ມສະຫຼອງ​ຈີນ​ກັບ​ສະຫະພາບ​ເອີ​ລົບ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ຄົບຮອບ 40 ປີ.

​ໃນ​ສານ​ອວຍພອນ, ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ, ​ຕະຫຼອດ​ໄລຍະ 40 ປີ​ແຫ່ງ​ການ​ສ້າງຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດມານີ້, ​ໂດຍ​ມີ​ຄວາມ​ພະຍາຍາມ​ຮ່ວມ​ກັນ​ຂອງ​ສອງ​ຝ່າຍ, ການ​ພົວພັນ​ຈີນ​ກັບ​ສະຫະພາບ​ເອີ​ລົບ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ໃຫຍ່​ຫຼວງ. ຈີນ​ສຸດ​ທີ່​ເອົາ​ໃຈ​ໃສ່ນຳ​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ສະຫະພາບ​ເອີ​ລົບ, ຍິນ​ດີ​ຮ່ວມ​ກັບ​ຜູ້ນຳ​ຂອງ​ສະຫະພາບ​ເອີ​ລົບ, ຖື​ການ​ສ້າງ​ສາ​ຍພົວພັນ​ລະຫວ່າງ​ຈີນ​ກັບ​ສະຫະພາບ​ເອີ​ລົບ​ຄົບຮອບ 40 ​ປີ​ເປັນ​ໂອກາດທີ່​ດີ, ຕັ້ງໜ້າ​ຊຸກຍູ້​ການ​ສ້າງ ການ​ພົວພັນ​ຄູ່​ຮ່ວມໃນ ​4 ດ້ານ​ລະຫວ່າງ​ຈີນ​ກັບ​ສະຫະພາບ​ເອີ​ລົບ, ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບດ້ານ​ຈີນ​ສະຫະພາບ​ເອີ​ລົບ​ທີ່​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ແລະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ​ໃຫ້​ໄດ້​ຮັບ​ຄວາມ​ຄືບ​ໜ້າຫຼາຍ​ກວ່າ​ເກົ່າ.

​ໃນ​ສານ​ອວຍພອນ​ຂອງ​ທ່ານ​ຕຸ​ສກ໊ ​ໄດ້​ອວຍພອນ​ໃຫ້ປະຊາຊົນ​ແລະ​ບັນດາ​ປະ​ເທດ​ສະຫະພາບ​ເອີ​ລົບ​​ແລະຈີນ​ຈົ່ງ​ເດີນ​ໄປ​ສູ່​ຜົນສຳ​ເລັດ​ບົນ​​ເສັ້ນທາງ​ພັດທະນາ​ການ​ພົວພັນ​ລະຫວ່າງ​ສະຫະພາບ​ເອີ​ລົບ​ກັບ​ຈີນ, ​ເພື່ອ​ຊຸກຍູ້​ໃຫ້ການ​ພົວພັນຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບດ້ານ​ສະຫະພາບ​ເອີ​ລົບ-​ຈີນ​ໃຫ້​ສູງ​ຂຶ້ນສູ່​ລະດັບ​ໃໝ່.

ທ່ານ​ຈຸນ​ເກີ​ກ່າວ​​ໃນ​ສານ​ອວຍພອນ​ວ່າ, ການ​ພົວພັນ​ລະຫວ່າງ​ສະຫະພາບ​ເອີ​ລົບ​ກັບ​ຈີນ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ມະຫາສານ​ໃນ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ​ແລະ​ຂົງ​ເຂດ​ອື່ນໆ. ສະຫະພາບ​ເອີ​ລົບ​ຈະ​ສຸມ​ໃສ່​ການ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບດ້ານ​ສະຫະພາບ​ເອີ​ລົບ-​ຈີນ, ຄອງ​ຄອຍ​ຮ່ວມ​ກັບ​ຈີນ​ຊຸກ​ຍູ້ການ​ພັດທະນາ​​ໂດຍສັນຕິ, ​ວັດທະນາຖາ ວອນ​ແລະ​ຍືນ​ຍົງ, ສ້າງ​ຄວາມສຸກ​ໃຫ້​ແກ່​ທັງ​ສອງ​ຝ່າຍ​ສະຫະພາບ​ເອີ​ລົບ​ກັບ​ຈີນ​ກໍ່​ຄື​ທົ່ວ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ