ອົງການ​ສະຫະ​ປະຊາ​ຊາດ​ຈັດ​ກອງ​ປະຊຸມ​ລະ​ລຶກສົງຄາມ​ໂລກ​ຄັ້ງ​ທີສອງ​ສິ້ນ​ສຸດລົງ​ຄົບຮອບ 70 ປີ
2015-05-06 16:08:00  cri 
ວັນ​ທີ 5 ພຶດສະພາ​ນີ້, ອົງການ​ສະຫະ​ປະຊາ​ຊາດ​ຈັດ​ກອງ​ປະຊຸມ​ລະ​ລຶກສົງຄາມ​ໂລກ​ຄັ້ງ​ທີ​ສອງ​ສິ້ນ​ສຸດ​ລົງ​ຄົບຮອບ 70 ປີ, ​ເພື່ອລະ​ລຶກ​ເຖິງ​ຜູ້​ປະສົບ​ເຄາະ​ຮ້າຍ​ໃນສະ​ໄໝ​ສົງຄາມ​ແລະ​ກ່າວ​ຢ້ຳວ່າ​ການສ້າງ​ອົງການ​ສະຫະ​ປະຊາ​ຊາດ​ແມ່ນ​ເພື່ອ​ຫຼີກ​ເວັ້ນ​ບໍ່​ໃຫ້ເກີດ​ສົງຄາມ​ອີກ​ຄັ້ງ​ໃໝ່.

ກ່ອນ​ຈະ​ຈັດ​ກອງ​ປະຊຸມ​ລະ​ລຶກ, ທ່ານ​ບານ​ກີ​ມູນ, ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ, ກ່ອນໜ້າ​ນີ້ 70 ປີ, ຜູ້​ລິ​ເລີ່​ມສ້າງ​ອົງການ​ສະຫະ​ປະຊາ​ຊາດ​ຫວັງ​ວ່າ​ມະນຸດ​ສາມາດ​ກ້າວ​ອອກ​ຈາກ​ຄວາມ​ຢ້ານກົວ, ​ແລະ​ກ້າວ​ໄປ​ສູ່​ອະນາຄົດ​ທີ່​ດີງາມ​ກວ່າ​ເກົ່າ. ທ່ານ​ບານ​ກີ​ມູນ​ກ່າວ​ວ່າ, ​ໃນ 70 ປີ​ມາ​ນີ້, ອົງການ​ສະຫະ​ປະຊາ​ຊາດ​ໄດ້​ຮັບ​ຜົນງານ​ທີ່​ໜ້າ​ພາກພູມ​ໃຈ, ​ແຕ່​ວ່າ​ເສັ້ນທາງ​ທີ່​ກ້າວ​ໄປ​ໜ້າ​ບໍ່​ຮາບ​ພຽງ, ​ໃນ​ໂລກ​ປັດຈຸບັນ​ຍັງ​ມີ​ການປະ​ທະ​ກັນ​ແລະ​ຄວາມ​ປັ່ນ​ປ່ວນ​ຢ່າງ​ຫຼວງ​ຫຼາຍ. ທ່ານ​ກ່າວ​ວ່າ, ຫວັງ​ປາກ​ຖື​ໂອກາດ​ນີ້, ລະ​ລຶກເຖິງ​ຄົນ​ທັງຫຼາຍ​ທີ່​​ເສຍຊີວິດ​ໃນ​ຂະ​ບວນການ​ປະຕິບັດ "ກົດ​ບັດ​ສະຫະ​ປະຊາ​ດ", ​ແລະ​ກ່າວ​ຢ້ຳຄຳ​ໝັ້ນ​ສັນຍາການ​ບັນລຸ​ເປົ້າ​ໝາຍ​ແລະ​ຄວາມ​ປາດ​ຖະໜາ​ຂອງ​ອົງການ​ສະຫະ​ປະຊາ​ຊາດ.

​ໃນ​ກອງ​ປະຊຸມ​ລະ​ລຶກດັ່ງກ່າວ, ຜູ້ຕາງໜ້າ​ຂອງ​ປະ​ເທດ​ສະມາຊິກ​ອົງການ​ສະຫະ​ປະຊາ​ຊາດ​ຄື ຈີນ, ຣັດ​ເຊຍ, ອາ​ເມ​ລິ​ກາ, ​ເຢຍລະ​ມັນ​ແລະ​ສະຫະພາບ​ເອີ​ລົບ​ເປັນ​ຕົ້ນ​ໄດ້​ກ່າວ​ຄຳ​ປາ​ໄສ, ລະ​ລຶກ​ເຖິງຜູ້​ສະ​ສົບ​ເຄາະ​ຮ້າຍ​ໃນ​ສະ​ໄໝສົງຄາມ​ໂລກ​ຄັ້ງ​ທີ​ສອງ​ແລະ​ກ່າວ​ຢ້ຳສຸດ​ປະສົງ​ແລະ​ຫຼັກການ​ຂອງ "ກົດ​ບັດ​ອົງການ​ສະຫະ​ປະຊາ​ຊາດ"
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ