ທະນາຄານ​ພັດທະນາ​ອາຊີ​ຍົກ​ສູງ​ວົງ​ເງິນ​ກູ້​ຢືມແລະ​ຊ່ວຍ​ເຫຼືອຂຶ້ນ 50%
2015-05-06 16:10:43  cri 
ໜັງສືພິມ business world ຂອງ​ຟີ​ລິບ​ປີນ​ລາຍ​ງານ​ວ່າ, ຫວ່າງ​ມໍ່ໆ​ມາ​ນີ້, ທະນາຄານ​ພັດທະນາ​ອາຊີຫຼື ADB ​ໄດ້​ດັດ​ແກ້​ຂໍ້​ກຳນົດ​ທີ່​ໃຊ້​​ໃນ​ປັດຈຸບັນ, ຍົກ​ສູງວົງ​ເງິນກູ້​ຢືມ​ແລະຊ່ວຍເຫຼືອຂຶ້ນ​ 50% ຄື​ຍົກ​ສູງຂຶ້ນ​ເປັນ 20 ຕື້​ໂດ​ລາ, ​ແລະ​ຍັງ​ຈະ​ກຽມ​ທຶນ​ຕື່ມ​ອີກ​ໃຫ້​ແກ່​ໂຄງ​ການ PPP ຂອງ​ອາຊີ.

ໜັງສືພິມ business world ຍັງ​ໄດ້​ຊີ້​ອອກ​ວ່າ, ຄຽງ​ຄູ່​ກັບ​ທະນາຄານ​ລົງທຶນ​ພື້ນຖານ​​ໂຄງ​ລ່າງ​ອາຊີ​ທີ່​ຈີນ​​ລິ​ເລີ່​ມນັ້ນ​ໄດ້ພັດທະນາ​ຂຶ້ນ, ​ເຮັດ​ໃຫ້​ທະນາຄານ​ພັດທະນາ​ອາຊີ​ທີ່​ຍີ່ປຸ່ນ​ແລະ​ອາ​ເມ​ລິ​ກາ​ເປັນ​ຜູ້ກໍ່​ຕັ້ງ​ນັ້ນ​ເກີດ​ມີ​ການ​ປ່ຽນ​ແປງ, ​ເພື່ອ​ຮັກສາ​ຖານະ​ແກນກາງ​ຂອງ​ຕົນ​ໃນ​ດ້ານ​ການ​ສະໜັບສະໜູນ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຂອງ​ອາຊີ. ທ່ານ​ທະ​ເຄຮິ​ໂກ ນາຄາ​ໂອ, ຜູ້​ວ່າການ​ທະນາຄານ​ພັດທະນາ​ອາຊີ​ກ່າວ​ວ່າ, ​ໂຄງການ 80% ຂອງ​ທະນາຄານ​ພັດທະນາ​ອາຊີຫຼື ADB ​ແມ່ນ​ກ່ຽວ​ພັນ​ກັບ​ພື້ນຖານ​ໂຄງ​ລ່າງ, ທະນາຄານ​ພັດທະນາ​ອາຊີ​ໄດ້​ກຽມພ້ອມ​ແລ້ວ​ຈະ​ດຳ​ເນີນ​ການ​ຮ່ວມ​ມື​ກັບ​ທະນາຄານ​​ລົງທຶນພື້ນຖານ​ໂຄງ​ລ່າງ​ອາຊີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ