ຣັດ​ເຊຍ​ກ່າວ​ວ່າ​ຈະ​ບໍ່​ຕໍ່​ລາຄາ​ກັບ​ຕາ​ເວັນ​ຕົກ​ກ່ຽວ​ກັບ​ການ​ຍົກ​ເລີກ​ການ​ຂວ້ຳ​ບາດ
2015-05-06 15:24:49  cri 
    ວັນ​ທີ 5 ພຶດສະພາ​ນີ້, ທ່ານ​ເຊີ​ເກ ລາວຼົຟ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດຣັດາ​ເຊຍ​ກ່າວ​ວ່າ, ຣັດ​ເຊຍ​ຈະ​ບໍ່​ປຶກສາ​ຫາລື​ກັບປະ​ເທດ​ຕາ​ເວັນ​ຕົກ​ກ່ຽວ​ກັບ​ປະຖົມ​ປັດ​ໄຈ​ຂອງ​ການ​ຍົກ​​ເລີກ​ການ​ຂວ້ຳ​ບາດ​ຕໍ່ຣັດ​ເຊຍ.
​ໃນ​ເວລາພົບ​ປະ​ກັບ​ທ່ານ​ເຊ​ບາສຕີ​ອັນ ຄູ​ວສ໌, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ໂອ​ຕຣິສທີ່​ໄປ​ຢ້ຽມຢາມ​ຢູ່​ມົສກູ​ໃນ​ມື້​ດຽວ​ກັນ, ທ່ານ​ລາວຼົຟກ່າວ​ວ່າ, ການ​ທີ່​ສະຫະພາບ​ເອີຣົບຂວ້ຳ​ບາດຣັດ​ເຊຍ​ນັ້ນ ​ບໍ່​ແມ່ນ​ການ​ຕົກລົງ​ຂອງຣັດ​ເຊຍ, ສະນັ້ນ, ຣັດ​ເຊຍ​ຈະ​ບໍ່​ດຳ​ເນີນ​ການ​ຢ້ຽມຢາມ​ແລະ​ຮ້ອງ​ຂໍ​ໃຫ້​ຍົກ​ເລີກ​ການ​ຂວ້ຳ​ບາດ​ດັ່ງກ່າວ.

    ທ່ານ​ລາວຼົຟກ່າວ​ຕື່ມ​ວ່າ, ມາ​ຮອດ​ປັດຈຸບັນ, ຢູ່​ບາງ​ຂົງ​ເຂດ​ທີ່​ກະທົບກະ​ເທືອ​ນ​ເຖິງ​ການ​ພັດທະນາ​ເສດຖະກິດ​ຂອງຣັດ​ເຊຍ ຍັງ​ອາ​​ໄສ​ເຄື່ອງ​ຊີ້ນ​ສ່ວນ​ແລະ​ເຕັກນິກ​ທີ່​ນຳ​ເຂົ້າຈາກ​ຕ່າງປະ​ເທດ​​ເປັນ​ສ່ວນ​ໃຫຍ່, ນີ້​ແມ່ນ​ສິ່ງ​ທີ່ຣັດ​ເຊ​ຍ ຍອມຮັບບໍ່​ໄດ້. ຣັດ​ເຊຍ​ຈະ​ບັນລຸ​ການ​ກຸ້ມ​ຕົນ​ເອງ​ໃນ​ຂົງ​ເຂດ​ເຫຼົ່ານີ້​​ເປັນສ່ວນ​ໃຫຍ່.

    ທ່ານ​ລາວຼົຟຍັງ​ກ່າວ​ອີກ​ວ່າ, ບໍ່​ຄວນ​ເອົາ​ບັນຫາການ​ເມືອງ​ໄປ​ພົວພັນ​ກັບ​ເສດຖະກິດ, ສາຍ​ພົວພັນຣັດ​ເຊຍ-​ເອີຣົບ ຄວນ​ສ້າງຕັ້ງຂຶ້ນຢູ່​ບົນ​ພື້ນຖານ​ທີ່​ການ​ພົວພັນ​ດ້ານ​ການ​ເມືອງ​ບໍ່​ກະທົບ​ເຖິງ​ການ​ພົວພັນ​ດ້ານ​ເສ​ດຖະກິດ. ຖ້າ​ຫາກ​ວ່າ​ສອງ​ຝ່າຍ​ດຳ​ເນີນ​ການ​ໄປມາຫາສູ່​ກັນ​ຕາມຫຼັກການ​ທີ່​ສະ​ເໝີ​ພາບ​ກັນ,​ ​ເຄົາລົບ​ເຊິ່ງກັນ​ແລະ​ກັນ ​ແລະ​ພິຈາລະນາ​ເຖິງ​ຜົນ​ປະ​ໂຫຍ​ດຂອງ​ຝ່າຍ​ກົງກັນຂ້າມ​ແລ້ວ, ບັນຫາ​ທັງ​ໝົດ​ກໍ​ຈະ​ໄດ້​ຮັບ​ການ​ແກ້​ໄຂ​ໃຫ້​ຕົກ​ໄປ​ເລີຍ. ຖ້າ​ສະຫະພາບ​ເອີຣົບຍົກ​ເລີກ​ການ​ຂວ້ຳ​ບາດ​ແຕ່​ຝ່າຍ​ດຽວ, ຣັດ​ເຊຍ​ກໍ​ຈະ​ສື​ບຕໍ່​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ກັບ​ເອີຣົບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ