ຮອງ​ນາຍົກ​ຈີນ​ເຂົ້າ​ຮ່ວມ​ພິທີ​ເປີດ​ກອງ​ປະຊຸມ​ສົນທະນາ​ຂະ​ແໜງ​ການ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັນ​ອາຊີ​​ເອີຣົບ
2015-05-27 16:56:52  cri 
ກອງ​ປະຊຸມ​ສົນທະນາ​ຂະ​ແໜງ​ການ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັນ​ອາຊີ​ເອີຣົບ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 27 ພຶດສະພາ​ນີ້​ທີ່​ນະຄອນ​ຈຸ່ງ​ກິ່ງ​ແຂວງ​ເສ​ສວນ​ຂອງ​ຈີນ. ທ່ານ​ຈ່າງ​ກ່າວ​ລີ້ ກຳມະການປະຈຳ​ກົມ​ການ​ເມືອງສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ຮອງ​ນາຍົກລັດຖະມົນຕີຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ພາຍ​ໃຕ້​ຫົວ​ຂໍ້​ຫຼັກ​ໃນ​ພິທີ​ເປີດ​ກອງ​ປະຊຸມ​ຄັ້ງ​ນີ້.

ທ່ານ​ຈ່າງ​ກ່າວລີ້​ກ່າວ​ວ່າ: ຈີນ​ເປັນ​ສະມາຊິກ​ຂອງ​ວົງຄະນະ​ຍາດ​ເອີຣົບອາຊີ, ການ​ພັດທະນາ​ຂອງ​ຈີນ​ມີ​ຄວາມ​ສະໜິດ​ແໜ້ນ​ທີ່​​ແຍກ​ຕົວ​ອອກ​ຈາກ​ການ​ພັດທະນາ​ດ​ໂດຍ​ລວມຂອງ​ອາຊີ​ເອີຣົບບໍ່​​ໄດ້. ຂໍ້​ລິ​ເລີ່​ມຂອງ​ຈີນ​ກ່ຽວ​ກັບ "​ແລວ​ທາງ​​ເສດຖະກິດ​ເສັ້ນທາງ​ສາຍ​​ໄໝ​ແລະ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ສະຕະວັດ​ທີ 21"​ຫຼື "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ໄດ້​ຮັບ​ການ​ສະໜັບສະໜູນ​ຢ່າງ​ຕັ້ງໜ້າ​ຈາກ​ປະ​ເທດ​ທີ່ຢູ່​ລຽບ​ຕາມ"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ເຊິ່ງ​ໄດ້​ກາຍ​ເປັນຄວາມ​ມຸ້ງ​ມາດ​ປາຖະໜາ​ຮ່ວມ​ທີ່​ພິຈາລະນາ​ເຖິງ​ຜົນ​ປະ​ໂຫຍ​ດຂອງ​ບັນດາ​ຝ່າຍ​ແລະ​ສ່ອງ​ແສງ​ເຖິງ​ຄວາມ​ຮຽກຮ້ອງ​ຕ້ອງການຂອງ​ບັນດາ​ຝ່າຍ​ຢ່າງ​ທົ່ວ​ເຖິງ. "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ກັບ​ການ​ເຊື່ອມ​ໂຍງເຊື່ອມຈອດ​ກັນ​ແມ່ນ​ມີ​ລັກສະນະ​ຄ້າຍຄື​ກັນ​ແລະ​ຕ່າງ​ຊ່ວຍ​ຊູ​ຍູ້​ໜູນ​ກັນ, ການ​ຮ່ວມ​ມື​ຂອງ​ຂະ​ແໜງ​ການ​ເຊື່ອມ​ຈອດ​ກັນ​ໃນ​ອາຊີ​ເອີຣົບມີ​ອະນາຄົດ​ອັນ​ສົດ​ໃສ. ກອງ​ປະຊຸມ​ໃນ​ຄັ້ງ​ນີ້​ມີ​ຫົວ​ຂໍ້​ວ່າ:"ການ​ປະດິດ​ສ້າງ​ຊັກ​ນຳ​ການ​ເຄື່ອນ​ໄຫວ, ຊຸກຍູ້​ການ​ເຊື່ອມ​ຈອດ​ກັນ​ຂອງ​ອາຊີ​ເອີຣົບ", ຜູ້ນຳ​ແລະ​ຜູ້ຕາງໜ້າ​ທີ່​ມາ​ຈາກ​ຫຼາຍ​ປະ​ເທດ​ອາຊີ​ເອີຣົບ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃນຄັ້ງນີ້, ທ່ານ​ຊຸນ​ເຈິ້ງ​ສາຍ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ​ເລຂາ​ຄະນະ​ພັກ​ນະຄອນ​ຈຸ່ງ​ກິ່ງ​​ແຂວງ​​ເສ​ສວນ​ຈີນ​ໄດ້​ເຂົ້າ​ຮ່ວມ​ພິທີ​ເປີດ​ກອງ​ປະຊຸມ​ໃນ​ຄັ້ງ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ