IMF ​ເຫັນ​ວ່າຄ່າ​ເງິນ​ຢວນຈີນ​ບໍ່​ແມ່ນ​ຖືກ​ປະ​ເມີນ​ໃນ​ລະດັບ​ຕ່ຳ​ອີກ​ແລ້ວ
2015-05-27 15:52:40  cri 

ອົງການ​ກອງ​ທຶນ​ເງິນຕາ​ສາກົນ ຫຼື IMF ​ໄດ້​ອອກ​ຖະ​ແຫຼງການ​ໃນ​ວັນ​ທີ 26 ພຶດສະພາ​ນີ້​ ​ໂດຍ​ກ່າວວ່າ, ຜົນ​ປະ​ເມີນຫຼ້າສຸດ​ຂອງອົງການ​ນີ້​ເຫັນ​ວ່າ: ​ອັດຕາ​ແລກປ່ຽນ​ຕົວ​ຈິງ​ຂອງເງິນ​ຢວນ​ໃນ​ໜຶ່ງ​ປີຜ່ານມາ​ນີ້​ໄດ້​​ເພີ່ມ​ຂຶ້ນຢ່າງຫຼວງຫຼາຍ, ປັດຈຸບັນ, ຄ່າ​ເງິນ​ຢວນບໍ່​ແມ່ນ​ຖືກ​ປະ​ເມີນ​ໃນ​ລະດັບ​ຕ່ຳ​ອີກ​ແລ້ວ.

ຖະ​ແຫຼງການ ກ່າວ​ວ່າ: ອັດຕາ​ແລກປ່ຽນ​ເງິນ​ຢວນ​ໃນ​ອະນາຄົດ​ຈະ​ມີ​ການ​ເໜັງ​ຕິງ​ຕາມ​ການ​ປ່ຽນ​ແປງ​ຂອງພາວະ​ພື້ນຖານ. ​ເວົ້າສຳລັບ​ກົນ​ໄກ​ອັດຕາ​ແລກປ່ຽນ​ແລ້ວ, IMF ​ໄດ້​ສະ​ເໜີ​ໃຫ້​ຈີນ​ເລັ່ງຄວາມ​ຄືບໜ້າ​ໃນ​ການ​ເປີດ​ກວ້າງ​ຄວາມ​ຄ່ອງ​ແຄ້ວ​ຂອງ​ອັດຕາ​ແລກປ່ຽນ​ເງິນ​ຢວນຕື່ມ​ອີກ, ​ໂດຍ​ໃຫ້​ບັນລຸອັດຕາ​ແລກປ່ຽນ​ລອຍ​ຕົວ​ໂດຍ​ພື້ນຖານ​ພາຍ​ໃນ 2-3 ປີ​ຂ້າ​ງໜ້າ​ນີ້.

ກ່ຽວ​ກັບ​ອະນາຄົດ​ຂອງ​ເສດຖະກິດ​ຈີນ, IMF ກ່າວ​ວ່າ: ​ເສດຖະກິດ​ຈີນພັດທະນາ​ຊ້າ​ລົງ​ບໍ່​ແມ່ນ​ຈຸດປະສົງ, ​ແຕ່​ຫາກແມ່ນ​​ເພື່ອ​ຫັນປ່ຽນຈາກ​ຮູບ​ແບບ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ທີ່​ບໍ່​​ແມ່ນ​ແບບ​ຍືນ​ຍົງ​ໃນ 10 ປີຜ່ານມາ. ອີງ​ຕາ​ມຜົນ​ການຄາດ​ຄະ​ເນຂອງ IMF, ປີ​ນີ້, ​ເສດຖະກິດ​ຈີນ​ຈະ​ເຕີບ​ໂຕ 6,8%, ​ເຊິ່ງ​ເປັນ​ຜົນ​ເກືອບ​ເທົ່າ​ທຽມ​ກັບ​ຕົວ​ເລກ 7% ຂອງ​ທາງ​ການ​ຈີນຄາດ​ໄວ້. IMF ກ່າວ​ຕື່ມວ່າ: ​ເຖິງ​ວ່າ​ເສດຖະກິດ​ຈີນ​ໄດ້​ພັດທະ​ນາ​ຊ້າ​ລົງ​ເລັກ​ໜ້ອຍ​ກໍ່ຕາມ, ​ແຕ່​ຕະຫຼາດ​ແຮງ​ງານ​ຍັງ​​ຮັກສາ​ຢູ່​ໃນ​ສະພາບ​ທີ່ໝັ້ນທ່ຽງ​, ສະນັ້ນ ຈຶ່ງ​ໄດ້​ສະໜອງ​ສິ່ງ​ຄ້ຳປະກັນ​ໃຫ້​ແກ່​ການ​ບໍລິ​ໂພ​ກພາຍ​ໃນ​ຄອບຄົວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ