ມາ​ເລ​ເຊຍ​ປະກາດ​ແຜນການ 5 ​ປີ​ຟື້ນ​ຟູ​ຄວາມ​ຈະ​ເລີ​ນຂອງ​ເສດ​ຖະກິດ
2015-05-27 17:23:47  cri 

​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ​ນາ​ຈິບ ຕູນ ຣາຊັກ, ນາຍົກລັດຖະ​ມົນຕີ​​ມາ​ເລ​ເຊຍ​ກ່າວ​ວ່າ, ຄາດ​ວ່າ​ອັດຕາ​ການ​ເຕີບ​ໂຕສະ​ເລ່ຍຕໍ່​ປີ​ຂອງຍ​ອດມູນ​ຄ່າ​ຜະລິດ​ຕະພັນ​ແຫ່ງ​ຊາດ ຫຼື GNP ມາ​ເລ​ເຊຍ​​ແຕ່ປີ 2016 ຫາ 2020 ນັ້ນ ຈະ​ຮັກສາ​ຢູ່​ໃນ​ລະດັບ 5% ຫາ 6%, ອັດຕາ​​ເຕີບ​ໂຕສະ​ເລ່ຍຕໍ່​ປີ​ຂອງລາຍ​ໄດ້​ແຫ່ງ​ຊາດ​ມາ​ເລ​ເຊຍ​ໃນ​ໄລຍະ​ດຽວ​ກັນຈະ​ບັນລຸ​ເຖິງ 7,9%.

ໃນ​ອາທິດ​ແລ້ວ​ນີ້, ມາ​ເລ​ເຊຍ​ໄດ້​ປະກາດ​ແຜນການ 5 ປີ​​ຟື້ນ​ຟູ​ຄວາມ​ຈະ​ເລີ​ນຂອງ​ເສດ​ຖະກິດສະບັບໜຶ່ງ​ທີ່​ມີ​ມູນ​ຄ່າ 72 ຕື້​ໂດ​ລາ. ທ່ານ​ນາ​ຈິບ​ກ່າວ​ວ່າ, ພາຍ​ໃຕ້​ບົດບາດ​ຂອງ​ແຜນການ 5 ປີ​ສະບັບ​ດັ່ງກ່າວ, ຈະ​ສ້າງ 1 ລ້ານ 5 ​ແສນຕໍາ​ແໜ່​ງທີ່​ມີ​ລາຍ​ໄດ້​ສູງ​ໃນ​ຂົງ​ເຂດ​ພະລັງງານ​ນິວ​ເຄລຍ, ​ໂທລະ​ຄົມ ​ແລ​ະການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ​ເມື່ອ​ຮອດ​ປີ 2020, ມາ​ເລ​ເຊຍ​ມີ​ຄວາມ​ຫວັງ​ຈະ​ກາຍ​ເປັນ​ປະ​ເທດ​ທີ່​ພັດທະນາ ​ແລະມີ​ຖານະ​ນໍາ​ໜ້າດ້ານ​ເສດຖະກິດ​ໃນ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ລາຍ​ໄດ້​ສະ​ເລ່ຍຕໍ່​ຄົນ​​ຂອງ​ມາ​ເລ​ເຊຍໃນ​ປີ 2020 ຈະ​ເພີ່ມ​ຈາກ 10.796 ​ໂດລາ​ສະຫະລັດ​​ໃນ​ປີ 2014 ຂຶ້ນ​ຮອດ 15.690 ​ໂດ​ລາ​ສະຫະລັດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ