ຣັດເຊຍຕົກລົງຈະບໍ່ຈັດຊື້ກຳປັ່ນສະ​ເທືອນນ້ຳ​ສະ​​ເທືອນບົກຂອງຝຣັ່ງນຳອີກ
2015-05-27 16:28:46  cri 
  ວັນທີ 26 ພຶດສະພານີ້, ທ່ານໂອເລັກ ໂບຊິກາເຣັຟ, ຮອງປະທານຄະນະກຳມະການອຸດສະຫະກຳການທະຫານຂອງລັດຖະບານຣັດເຊຍກ່າວວ່າ: ສຸດທ້າຍນີ້, ຣັດເຊຍຕົກລົງຈະບໍ່ຈັດຊື້ກຳປັ່ນສະ​​ເທືອນນ້ຳ​ສະ​ເທືອນບົກ Mistral-class ຂອງຝຣັ່ງນຳອີກ, ປະຈຸບັນ, ບັນຫາທີ່ຣັດເຊຍແລະຝຣັ່ງຮ່ວມກັນປຶກສາຫາລືກັນນັ້ນແມ່ນຝຣັ່ງຄວນຖອນເງິນຄືນຈຳນວນ​ເທົ່າ​ໃດ​ໃຫ້ກັບຣັດ​ເຊຍ.

  ປີ 2011ຜ່ານມາ, ຣັດ​ເຊຍ​ແລະ​ຝຣັ່ງ​ໄດ້​​ເຊັນ​ສັນຍາ​ກ່ຽວ​ກັບຝຣັ່ງຈະ​ສ້າງກຳປັ່ນສະ​ເທືອນນ້ຳ​ສະ​​ເທືອນບົກ Mistral-class ສອງ​ລຳ​ໃຫ້ແກ່ຣັດ​ເຊຍ, ​ໂດຍ​ມີ​ມູນ​ຄ່າ​ລວມເຖິງ 1 ຕື້ 200 ລ້ານເອີ​ໂຣ. ອີງ​ຕາມ​ສັນຍາ​, ປີ 2014 ​ແລະປີ 2015, ຝຣັ່ງຕ່າງ​ກໍ່ຈະ​ມອບກຳ​ປັ່ນລຳ​ໜຶ່ງ​ໃຫ້ແກ່ຣັດ​ເຊຍ. ເນື່ອງຈາກວ່າຝຣັ່ງ​ໄດ້​ແກ່ຍາວ​ເວລາ​ໃນການມອບ​ກຳ​ປັ່ນ​ໃຫ້ກັບຣັດ​ເຊຍ​ໂດຍ​ຖື​ວິ​ກິດ​ການ​ອຸ​ແກຣນ​ເປັນ​ຂໍ້​ອ້າງ​ເປັນ​ເວລາຫຼາຍ​ຄັ້ງ, ຝ່າຍຣັດ​ເຊຍ​ກ່າວ​ວ່າ: ຖ້າວ່າ​ຝ່າຍ​ຝຣັ່ງບໍ່​ສາມາດ​ປະຕິບັດ​ຕາມສັນຍາສະບັບ​ດັ່ງກ່າວ​ເພື່ອ​ມອບສອງ​ລຳ​ໃຫ້ກັບຣັດ​ເຊຍຕາມ​ເວລາ​ກຳນົດ, ຣັດ​ເຊຍ​ຈະຮ້ອງ​ຟ້ອງ​ເພື່ອ​ຮຽກ​ເອົາ​ຄ່າປັບໄໝ​ນຳ​ຝຣັ່ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ