ທ່ານ​ສີ​ຈິ້ນ​ຜິ​ງ​ ແລະ ທ່ານ​ໂຈ​ໂຄ ວີ​ໂດ​ໂດ​​ ​ໄດ້​ສົ່ງ​ສານ​ຊົມ​ເຊີຍ​ເຖິງ​ກອງ​ປະຊຸມ​ກົນ​ໄກ​ແລກປ່ຽນ​ວັດທະນະທຳ​ລະດັບ​ຮອງ​ນາຍົກລັດຖະມົນຕີຈີນ-ອິນ​ໂດ​ເນ​ເຊຍ​ຄັ້ງທຳ​ອິດ
2015-05-28 11:22:32  cri 

ກອງ​ປະຊຸມກົນ​ໄກ​ແລກປ່ຽນ​ວັດທະນະທຳ​ລະດັບ​ຮອງ​ນາຍົກລັດຖະມົນຕີຈີນ-ອິນ​ໂດ​ເນ​ເຊຍ​ຄັ້ງທຳ​ອິດ ​ໄດ້​ຈັດ​ຂຶ້ນຢູ່​ນະຄອນຫຼວງຈາ​ກາ​ຕາ​ຂອງ​ອິນ​ໂດ​ເນ​ເຊຍ​ໃນ​ວັນທີ 27 ພຶດສະພາ​ນີ້. ທ່ານ​ສີ​ຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ ​ແລະ ທ່ານ​​ໂຈ​ໂຄ ວີ​ໂດ​ໂດ, ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ ​ໄດ້​ສົ່ງ​ສານ​ຊົມ​ເຊີຍ​ເຖິງ​ກອງ​ປະຊຸມ​ດັ່ງກ່າວ.

​ໃນ​ສານ​ຊົມ​ເຊີຍ​ຂອງທ່ານ​ສີ​ຈິ້ນ​ຜິ​ງ ຊີ້​ອອກ​ວ່າ: ນັບ​ຕັ້ງ​ແຕ່​ຈີນ​ແລະ​ອິນ​ໂດ​ເນ​ເຊຍ​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບດ້ານເມື່ອເດືອນ ຕຸລາປີ 2013 ເປັນຕົ້ນມາ, ຄວາມໄວ້ເນື້ອ ເຊື່ອໃຈກັນທາງດ້ານ​ການ​ເມືອງ​ລະຫວ່າງ​ສອງ​ປະ​ເທດ​ໄດ້​​ເຂົ້າສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ, ການ​ຮ່ວມ​ມືທີ່​ແທ້​ຈິງ​ກໍ່​ໄດ້​ຮັບ​ໝາກຜົນ​ອັນ​ອຸດົມສົມບູນ, ​ເຊິ່ງ​ໄດ້​ສ້າງ​ຜົນ​ປະ​ໂຫຍ​ດອັນ​ແທ້​ຈິງ​ໃຫ້​ແກ່​ປະຊາຊົນ​ສອງ​ຊາດ. ​ເຊື່ອ​ໝັ້ນວ່າການ​ເລີ່​ມ ຕົ້ນກົນ​ໄກ​ແລກປ່ຽນ​ວັດທະນະທຳ​ລະດັບ​ຮອງ​ນາຍົກລັດຖະມົນຕີລະຫວ່າງ​ຈີນ-ອິນ​ໂດ​ເນ​ເຊຍ​ຈະ​ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ໃນ​ຂົງ​ເຂດ​ວັດທະນະທຳ​ລະຫວ່າງ​ສອງ​ປະ​ເທດ, ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ທາງ​ດ້ານ​ຈິດ​ໃຈ ​ແລະ ການ​ແລກປ່ຽນດ້ານ​ອາລະຍະ​ທຳ​ລະຫວ່າງ​ປະຊາຊົນ​ສອງ​ຊາດ, ສ້າງ​ພື້ນຖານມະຕິ​ມະຫາຊົນ​ອັນ​ໜັກແໜ້ນ​​ໃຫ້​ແກ່​ການ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ.

ທ່ານ​ໂຈ​ໂຄ ວີ​ໂດ​ໂດ, ປະທານາທິບໍດີ​​ອິນ​ໂດ​ເນ​ເຊຍ ກ່າວ​ວ່າ: ສອງ​ປະ​ເທດ​ອິນ​ໂດ​ເນ​ເຊຍ ​​ແລະ ຈີນ​ໄດ້​ສ້າງ​ກົນ​ໄກ​ສົນທະນາ​ດ້ານການ​ເມືອງ-​ຄວາມ​ໝັ້ນຄົງ ​ແລະ ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ຂຶ້ນ​ແລ້ວ, ການ​ສ້າງ​ກົນ​ໄກ​ແລກປ່ຽນ​ດ້ານ​ວັດທະນະທຳ​ມີ​ຈຸດປະສົງ​ເພື່ອ​ສະໜອງ​ສິ່ງ​ຄ້ຳປະກັນ​ດ້ານ​ມະຕິ​ຊົນອັນ​ແຂງ​ແຮງ​ກວ່າ​ເກົ່າ​ໃຫ້​ແກ່​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ທີ່​ມີ​ການ​ພັດທະນາ​ຢ່າງ​ຄຶກຄື້ນ. ຂ້າພະ​ເຈົ້າຄອງ​ຄອຍ​ວ່າ​ກົນ​ໄກ​ແລກປ່ຽນ​ວັດທະນະທຳ​ນີ້​ຈະ​ໄດ້​ຮັບ​ຜົນ​ທີ່​ດີ, ​​ເພື່ອຊຸກ​ຍູ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ພັດທະນາ​ກ້າວ​​ເດີນ​ໄປ​ໜ້າ​ຢ່າງ​ແຂງ​ແຮງກວ່າ​ເກົ່າ.

ທ່ານ​ນາງຫຼິວຢຽນຕົ່ງ, ຮອງ​ນາຍົກລັດ​ຖະມົນຕີ​ຈີນ ​ໄດ້​ຂຶ້ນອ່ານ​ສານ​ຊົມ​ເຊີຍ​ຂອງ​ທ່ານ​ປະທານ​ສີ​ຈິ້ນ​ຜິ​ງ, ​ແລະພ້ອມ​ກັບ​ລັດຖະມົນຕີ​ວ່າການ​ກະຊວງ​ວາງ​ແຜນ​ເອກະ​ພາບ​ດ້ານ​ການພັດທະນາ​ມະນຸດ​ແລະ​ວັດທະນະທຳ​ຂອງ​ອິນ​ໂດ​ເນ​ເຊຍ ຮ່ວມ​ກັນ​ເປັນ​ປະທານ​ກອງ​ປະຊຸມ​ດັ່ງກ່າວ. ນອກຈາກ​ນີ້, ສອງ​ຝ່າຍ​ຍັງ​ໄດ້​​ເຊັນ​ສັນຍາ​ຮ່ວມ​ມື​ແລະ​ແລກປ່ຽນ​ໃນ​ຫຼາຍຂົງ​ເຂດ, ​ເຊັ່ນ: ການ​ສຶກສາ, ວິທະຍາສາດ-​ເຕັກນິກ ​ແລະ ວັດທະນະທຳ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ