ພິມ​ຈຳໜ່າຍສະ​ແຕມລະນຶກ​ສົງຄາມ​ຕໍ່​ຕ້ານການ​ຮຸກ​ຮານ​ຂອງຍີ່ປຸ່ນ​ໄດ້​ຮັບ​ໄຊຊະນະ​ຄົບຮອບ 70 ປີທີ່​ເປັນ​ຫົວ​ຂໍ້​ນະຄອນ​ຈຸ່ງ​ກິ່ງຄັ້ງ​ທຳ​ອິດ
2015-07-03 17:42:23  cri 


ງານ​ວາງສະ​ແດງ​ການ​ຫຼິ້ນ​ສະ​ແຕມ​ທົ່ວ​ປະ​ເທດ​ເພື່ອລະນຶກ​ "​ສົງຄາມ​ປະຊາຊົນ​ຈີນ​ຕໍ່ຕ້ານ​ການ​ຮຸກ​ຮານ​ຂອງ​ຍີ່ປຸ່ນ​​ແລະ​ສົງຄາມ​ຕໍ່ຕ້ານ​ຟັດ​ຊິດ​ໂລກ​ໄດ້​ຮັບ​ໄຊຊະນະ​ຄົບຮອບ 70 ປີ" ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ຈຸ່ງ​ກິ່ງ​ຂອງ​ຈີນ​ໃນ​ວັນ​ທີ 3 ກໍລະກົດ​ນີ້. "ນົກກາງ​ແກ​ສັນຕິພາບ" ທີ່​ເປັນ​ສະ​​ແຕມຕາມ​ເອກະ​ລັກສະ​ເພາະ​ຕົວທີ່​ເປັນ​ຫົວ​ຂໍ້​ນະຄອນ​ຈຸ່ງ​ກິ່ງ​ເພື່ອ​​ເປັນ​ການ​ລະນຶກ​ສົງຄາມ​​ໄດ້​ຮັບ​ໄຊຊະນະ​ຄົບຮອບ 70 ປີ​ກໍ່​ໄດ້​ເລີ່​ມພິມ​ຈຳໜ່າຍ​ເປັນ​ຄັ້ງ​ທຳ​ອິດ​ໃນ​ມື້​ດຽວ​ກັນ, ​ເຊິ່ງສະ​ແຕມ​​​ເຫຼົ່າ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ວັດທະນະທຳ​ກ່ຽວ​ກັບ​ສົງຄາມ​ຕໍ່ຕ້ານ​ຍີ່ປຸ່ນ​ທີ່​ມີ​ເນື້ອ​ໃນ​ອຸດົມສົມບູນ​ຂອງ​ນະຄອນ​ຈຸ່ງ​ກິ່ງ.


​ໃນ​ງານ​ວາງສະ​ແດງ​ການ​ຫຼິ້ນ​ສະ​ແຕມ​ທົ່ວ​ປະ​ເທດ​​ເພື່ອ​ລະນຶກ "​ສົງຄາມ​ປະຊາຊົນ​ຈີນ​ຕໍ່ຕ້ານ​ການ​ຮຸກ​ຮານ​ຂອງ​ຍີ່ປຸ່ນ​​ແລະ​ສົງຄາມ​ຕໍ່ຕ້ານ​ຟັດ​ຊິດ​ໂລກ​ໄດ້​ຮັບ​ໄຊຊະນະ​ຄົບຮອບ 70 ປີ"ທີ່​ດຳ​ເນີນ​ໃນ​ໄລຍະ​ດຽວ​ກັນ, ສະ​​ແຕມ​ແລະ​ເອກະສານ​ຮູບ​ພາບ​ທີ່ນຳ​ມາ​ວາງສະ​ແດງ​ໄດ້​ມີ 300 ກວ່າ​ຂອບ.

ມື້​ດຽວ​ກັນ, ​ໄປສະນີ​ບັດ​ຫົວ​ຂໍ້​ກ່ຽວ​ກັບ​ສົງຄາມຕໍ່ຕ້ານ​ຍີ່ປຸ່ນ 2.000 ຊຸດ​ກໍ່ໄດ້​ເລີ່​ມພິມ​ຈຳໜ່າຍ​ຢູ່​ໃນທົ່ວ​ປະ​ເທດ. ​ໄປສະນີ​ບັດ​ທີ່​ປະກອບມີ 8 ບັດ​ຊຸດ​ໜຶ່ງມີ​ເນື້ອ​​ໃນ​ລວມທັງຄຳ​ຈາລຶກ​ທີ່​ຂຽນ​ໂດຍ​ທ່ານ​ໝາ​ວ​ເຈີ​ຕົງ​ເພື່ອສະຫຼອງ​ໄຊຊະນະ​ຂອງສົງຄາມ​ຕໍ່ຕ້ານ​ຍີ່ປຸ່ນ, ອະນຸສາວະລີ​ຈາລຶກ​ຄຸນງາມຄວາມດີ​ເພື່ອ​ຍາດ​ເອົາ​ໄຊຊະນະ​ໃນ​ສົງຄາມ​ຕໍ່ຕ້ານ​ຍີ່ປຸ່ນ​ແລະ​ອື່ນໆ, ລາຍ​ຮັບ​ສ່ວນ​ໜຶ່ງ​ທີ່​ໄດ້​ຈາກ​ການ​ພິມ​ຈຳໜ່າຍ​ໄປສະນີ​ບັດ​ໃນ​ຄັ້ງ​ນີ້​ຈະ​ບໍລິຈາກ​ໃຫ້​ແກ່​ນັກຮົບ​ເກົ່າ​ໃນ​ສົງຄາມ​ຕໍ່ຕ້ານ​ຍີ່ປຸ່ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ