ຈະນຳໃຊ້ລະບົບເຕັກໂນໂລຊີບອກຂໍ້ມູນການສັນຈອນຕາມທ້ອງຖະໜົນເທີງມືຖື
2015-08-05 17:53:01  cri 

ກະຊວງ​ໂຍທາ​ທິ​ການ ແລະ ຂົນສົ່ງ (​ຍທຂ) ແລະ ນະຄອນຫຼວງ​ວຽງ​ຈັນ (ນວ) ກຳລັງ​ລິ​ເລີ່ມໂຄງການ​ປັບປຸງ​ລະບົບ​ການ​ຂົນສົ່ງ​ຮ່ວມ
​ກັບ​ອົງການ​ໄຈ​ກາ ໃນການ​ສຳ​ຫຼວດ​ລະບົບ​ການ​ຂົນສົ່ງແບບ​ທັນ​ສະໄໝ ເຊິ່ງ​ຈະ​ມີ​ການຕິດ​ຕັ້ງ​ລະບົບ​ບອກ​ຕຳ ແໜ່ງ​ລົດເມ ແລະ ລະ
ບົບ​ບອກ​ຂໍ້​ມູນ​ສະພາບ​ການ​ຈະລາຈອນ ເຊິ່ງ​ສາມາດ​ໃຫ້​ຂໍ້​ມູນ​ສະພາບ​ຄວາມ​ແອອັດ​ ຂອງ​ການ​ຈະລາຈອນ​ຕາມ​ຖະໜົນ​ໄດ້ ໂດຍ​ການ​
ຈັບ​ຄື້ນ​ສັນຍານເຊັນ​ເຊີ​ຈາກ​ໂທລະສັບ​ມື​ຖື.

ພະແນກ ຍທຂ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ການປັບປຸງການຂົນສົ່ງແບບທັນສະໄໝ ແລະ ໃຫ້ບໍລິການລົດເມແບບທັນສະໄໝ ນີ້,
ແມ່ນເນື່ອງຈາກ ສະພາບການ​ຈະລາຈອນ​ຢູ່ ນະຄອນຫຼວງວຽງຈັນ ເພີ່ມ​ຂຶ້ນ​ຢ່າງ​ໄວວາຂອງ​ຈຳນວນ​ພາຫະນະເຊິ່ງ​ຖື​ວ່າເປັນ​ບັນຫາ​ໜຶ່ງ​
ໃນ​ບັນຫາ​ສຳຄັນ ທີ່​ຕ້ອງ​ໄດ້​ແກ້​ໄຂ​ຢ່າງ​ຮີບ​ດ່ວນ, ສະນັ້ນ​ ຈຶ່ງ​ຄາດ​ວ່າ​ຖ້າ​ຫາກ​ປະຊາຊົນ​ຫັນ​ມາ​ນຳ​ໃຊ້​ລົດເມ​ສາ​ທາ​ລະນະ​ຫຼາຍ​ຂຶ້ນ ຈະ​
ສາມາດ​ຊ່ວຍ​ຫຼຸດຜ່ອນ​ການ​ຈະລາຈອນ​ແອ​ອັດ​,ສຳລັບ​ຜູ້ໂດຍສານ​ທີ່​ໃຊ້​ລົດເມ​ສາທາລະນະ​ຂອງ ນວ ຈະ​ສາມາດ​ຮັບ​ຂໍ້​ມູນ​ສາຍ​ທາງ​
ຂອງ​ຕົນເອງ ແລະ ສາມາດ​ກວດ​ສອບຈຸດ​ຕຳແໜ່ງ​ລົດເມ​ທີ່​ກຳລັງ​ແລ່ນ​ໃຫ້​ບໍລິການ​ຢູ່ ໂດຍ​ຜ່ານ​ໂທລະສັບ​ມື​ຖື​ສະມາດ​ໂຟນ ຈຶ່ງ​ບໍ່​ຈຳ
ເປັນ​ເສຍ​ເວລາ​ຖ້າ​ລົດເມ​ທີ່​ປ້າຍລົດເມ ຫຼື ຕາມ​ແຄມ​ຖະໜົນ​ເປັນເວລາ​ດົນ ສຳລັບ​ການ​ຕິດ​ຕັ້ງ​ລະບົບ​ບອກ​ຈຸດ​ຕຳແໜ່ງ​ລົດເມ​ທັງໝົດ​
ໃສ່​ລົດເມ 55 ຄັນ ແລະ ອຸປະກອນ​ການ​ກວດ​ສອບ​ຕ່າງໆ ຈະ​ດຳເນີນ​ໃນ​ເດືອນ​ສິງຫາ 2015 ແລະ ຈະ​ເລີ່ມ​ໃຫ້​ບໍລິການໃນ​ເດືອນ
​ຕຸລາ 2015.

ແນວໃດກໍດີ, ເມື່ອບໍ່ດົນມາ ນີ້, ທ່ານ ດຣ ບຸນຈັນ ສິນທະວົງລັດຖະມົນຕີວ່າການກະຊວງກະຊວງໂຍທາທິການ ແລະຂົນສົ່ງໄດ້ເປີດ
ເຜີຍໃນກອງປະຊຸມໃຫຍ່ອົງຄະນະພັກກະຊວງວ່າ: ສະພາບການສັນຈອນແອອັດໃນປັດຈຸບັນແມ່ນເກີດຈາກຈຳນວນພາຫະນະ ເພີ່ມຂຶ້ນ
ສະເລ່ຍ 15% ຕໍ່ປີ, ມີການຈອດ ລົດແບບຊະຊາຍຫລາຍຕາມແຄມທາງ, ລະບົບການຂົນສົ່ງສາທາລະນະຍັງບໍ່ດີ, ການຄຸ້ມຄອງຈະ
ລາຈອນບໍ່ເປັນລະບົບຄົບຊຸດ ແລະ ສະຕິເຄົາລົບລະບຽບກົດໝາຍຂອງຜູ້ຂັບຂີ່ຈຳນວນໜຶ່ງຍັງບໍ່ທັນສູງ, ເປັນສາ ເຫດໃຫ້ ມີສະພາບ
ການສັນຈອນແອອັດເກີດຂຶ້ນ

ທ່ານ ລັດຖະມົນຕີວ່າການກະຊວງໂຍທາ ກ່າວວ່າ: ເພື່ອຮອງຮັບສະພາບການສັນຈອນທີ່ເພີ່ມຂຶ້ນໃນຕົວເມືອງນີ້, ນັບແຕ່ປີ 2005
ເປັນຕົ້ນມາ, ກະຊວງໂຍທາທິການ ແລະ ຂົນສົ່ງ, ໄດ້ມີຄວາມພະຍາມຍາມໃນການຄົ້ນຄວ້າບັນດານິຕິ ກຳ, ມາດຕະການ ແລະ ແຜນ
ດຳເນີນງານຫລາຍໂຄງການເປັນຕົ້ນແມ່ນສ້າງແຜນຍຸດທະສາດການຂົນສົ່ງແບບ ຍືນ ຍົງຕໍ່ສິ່ງແວດລ້ອມ, ໂດຍໄດ້ຮັບການຊ່ວຍ
ເຫລືອຈາກອົງການສະຫະປະຊາຊາດ, ໃນປີ 2008ອົງການໄຈກາປະເທດຍີປຸ່ນໄດ້ໃຫ້ການຊ່ວຍເຫລືອສ້າງແຜນແມ່ບົດການຂົນສົ່ງ
ສາທາລະນະໃນຕົວເມືອງວຽງຈັນ, ໂດຍໄດ້ຊ່ວຍ ເຫລືອລົດເມຂະໜາດ 45 ບ່ອນນັ່ງຈຳນວນ 42 ຄັນໃຫ້ນະຄອນຫລວງວຽງຈັນໃນ
ປີ 2012.

ນອກຈາກນີ້ລັດຖະບານຍັງໄດ້ຮັບຮອງເອົາໂຄງການແກ້ໄຂການສັນຈອນແອອັດແບບຍືນຍົງຢູ່ນະຄອນຫລວງວຽງຈັນດ້ວຍເງິນກູ້ຈາກ
ທະນາຄານພັດທະນາອາຊີ (ADB) ແລະ ອົງການສາກົນຈຳນວນໜຶ່ງລວມມູນຄ່າ 98 ລ້ານໂດລາສະຫະລັດ, ເຊິ່ງປະກອບມີ: ການ
ຈັດຊື້ລົດເມຄວາມໄວສູງ (BRT) ຈຳນວນ 92 ຄັນ, ກໍ່ສ້າງສະຖານີ ຈອດສອງແຫ່ງໃນຕົວເມືອງ, ປັປປຸງບ່ອນຈອດລົດ, ທາງຍ່າງ
ໃນຕົວເມືອງໃຫ້ຮັບປະກັນຄວາມປອດໄພ, ປັບປຸງລະບົບຄຸ້ມຄອງການຈໍລະຈອນ, ເຊິ່ງຄາດວ່າໂຄງການດັ່ງກ່າວຈະໄດ້ເລີ່ມຈັດຕັ້ງປະ
ຕິບັດໃນປີ 2017 ແລະ ຈະສຳເລັດ ໃນທ້າຍປີ 2018 ເຊິ່ງຈະສາມາດແກ້ໄຂສະພາບການສັນຈອນແອອັດໃນຕົວເມືອງໄດ້ໂດຍພື້ນ
ຖານ ຈາກການສ້າງລະ ບົບຂົນສົ່ງສາທາລະນະທີ່ມີຄວາມສະດວກແທນການນຳໃຊ້ພາຫະນະສ່ວນຕົວເທື່ອລະກ້າວ, ທັງຈະມີບ່ອນ
ຈອດລົດ, ລະບົບທາງຍ່າງທີ່ສະດວກປອດໄພ ແລະ ການປັບປຸງທັດສະນີຍະພາບໃນຕົວເມືອງທີ່ຂຽວສົດງົດງາມນຳດ້ວຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ