ທ່ານ​ສີ​ຈິ້ນ​ຜິ​ງລົງ​ນາມ​ໃນ​​ດຳລັດ​ປະທານ​ປະ​ເທດ​ກ່ຽວ​ກັບ​ການ​ນີລະ​ໂທດ​ພິ​ເສດ  ນິລະ​ໂທດພິ​ເສດ​ຕໍ່​ນັກ​ໂທ​ດຜູ້ກຳລັງ​ຕິດ​ຄຸກທີ່​ເຄີຍ​ເຂົ້າ​ຮ່ວມ​ສົງຄາມ​ຕໍ່ຕ້ານ​ຍີ່ປຸ່ນ​​​ສົງຄາມ​ປົດປ່ອຍແລະປະ​ເພດ​ອື່ນໆ ລວມ 4 ປ​ະ​ເພດ
2015-08-30 16:11:37  cri 



ຕາມ​ຂ່າວCRI: ວັນ​ທີ 29 ສິງຫາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ​ໄດ້​ລົງ​ນາມ​ໃນດຳລັດ​ປະທານ​ປະ​ເທດ​ກ່ຽວ​ກັບການ​ນີລະ​ໂທດ​ພິ​ເສດ​, ​ໂດຍ​ອີງ​ຕາມ​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ນີລະ​ໂທດພິ​ເສດ​ຕໍ່​ນັກ​ໂທດ​ທີ່​ກຳລັງ​ຕິດ​ຄຸກ​ຈຳນວນ​ໜຶ່ງ​ຂອງ​ຄະນະ​ກຳມະການ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ທີ່​​ໄດ້ຮັບ​ຮອງ​ໃນ​ກອງ​ປະຊຸມ​ຄັ້ງ​ທີ 16 ຂອງ​ຄະນະ​ກຳມະການ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 12, ປະຕິບັດ​ການ​ນີລະ​ໂທດ​ພິ​ເສດ​ຕໍ່ນັກ​ໂທດ​ຜູ້​ກຳລັງ​ຕິດ​ຄຸກ​ທີ່​ເຄີຍ​ເຂົ້າຮ່ວມ​ສົງຄາມ​ຕໍ່ຕ້ານ​ຍີ່ປຸ່ນ​​ສົງຄາມ​ປົດ​ປ່ອຍ​ແລະ​ອື່ນໆ​ທັງ​ໝົດ 4 ປະ​ເພດ.

​ດຳລັດ​ປະທານ​ປະ​ເທດ​ກ່ຽວ​ກັບການ​ນີລະ​ໂທດ​ພິ​ເສດ​ໄດ້​ຊີ້​ອອກ​ວ່າ, ສຳລັບນັກ​ໂທດ​ຜູ້​ກຳລັງ​ຕິດຄຸກເຊິ່ງສອດຄ່ອງກັບເງື່ອນໄຂ ດັ່ງກ່າວໃນວັນທີ 29 ສິງຫາປີ 2015ນີ້,ຜ່ານ​ການ​ຕັດສິນ​ຂອງ​ສານ​ປະຊາຊົນ, ຈະ​ໄດ້​ຮັບ​ການ​ປ່ອຍຕົວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ