ເອກອັກຄະລັດຖະທູດຫວຽດນາມປະຈຳຈີນ: ​ເຊື່ອ​ວ່າ​ຫວຽດນາມ​ແລະ​ຈີນ​ມີ​ສະຕິ​ປັນຍາ​ແລະ​ຄວາມ​ສາມາດ​ອັນ​ພຽງພໍ​​​ໃນ​ການ​ເຮັດໃຫ້​ທະ​ເລ​ຈີນ​ໃຕ້ກາຍ​ເປັນ​ທະ​ເລ​ແຫ່ງ​ສັນຕິພາບ, ການ​ຮ່ວມ​ມື​ແລະ​ການ​ພັດທະນາ
2015-09-01 17:02:12  cri 


ຕາມ​ຂ່າວCRI: ຕອນ​ຄ່ຳ​ວັນ​ທີ 31 ສິງຫາ​​ແລ້ວນີ້, ທ່ານຫງວຽນວັນ​ໂທ, ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ​ຈີນ​ກ່າວ​ຢູ່​ປັກ​ກິ່ງ​ວ່າ, ​ເຊື່ອ​ວ່າ​ຫວຽດນາມ​ແລະ​ຈີນ​ມີ​ສະຕິ​ປັນຍາ​ແລະ​ຄວາມ​ສາມາດ​ອັນ​ພຽງພໍ​​​ໃນ​ການ​ເຮັດໃຫ້​ທະ​ເລ​ຈີນ​ໃຕ້ກາຍ​ເປັນ​ທະ​ເລ​ແຫ່ງ​ສັນຕິພາບ, ການ​ຮ່ວມ​ມື​ແລະ​ການ​ພັດທະນາ.


ທ່ານ​ຫງວຽນ​ວັນ​ໂທ​ໄດ້​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ງານ​ລ້ຽງ​ຮັບຮອງ​ເພື່ອ​ສະ​​ເຫຼີ​ມສະຫຼອງ​ວັນຊາດ​ສາທາລະນະ​ລັດ​ສັງຄົມ​ນິຍົມ​ຫວຽດນາມ​ຄົບຮອບ 70 ປີທີ່​​ໄດ້​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ. ທ່ານ​ກ່າວ​ວ່າ: ຜ່ານ​ຄວາມ​ພະຍາຍາມ​ຮ່ວມ​ຂອງ​ສອງ​ຝ່າຍ, ​ໃນ​ 3 ບັນຫາ​ໃຫຍ່​ທີ່​ຕົກ​ຄ້າງ​ໄວ້​ໃນ​ປະຫວັດສາດ, ​ໄດ້​ແກ້​ໄຂ 2 ບັນຫາ​ໃຫຍ່ຢ່າງ​ເໝາະ​ສົມ​ແລ້ວ​ຄື: ​ການ​ຂີດ​ແບ່ງ​​ເສັ້ນຊາຍ​ແດນ​ທາງບົກ​ແລະອ່າວ​ເປີ​ຍປູ້, ກ່ຽວ​ກັບ​ບັນຫາ​​ແຕ່​ຢ່າງດຽວ​ທີ່​ຍັງ​ຕົກ​ຄ້າ​ງ​ໄວ້​ໃນ​ປັດຈຸບັນ, ສອງ​ຝ່າຍ​ຄວນ​ປະຕິບັດ​ຕາມການ​ຕົກລົງ​ແລະ​ສັນຍາ​ລະຫວ່າງການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ​​, ຄວບ​ຄຸມ​ຄວາມ​ຂັດ​ແຍ້​ງກັນ​ໃຫ້​ດີ, ບໍ່​​ໃຊ້​ການ​ກະທຳ​ທີ່​ອາດ​ຈະ​ເຮັດ​ໃຫ້​ສະຖານະ​ການ​ມີ​ຄວາມ​ສັບສົນ​ຂຶ້ນ​ຕື່ມ. ບົນ​ພື້ນຖານ​ປະຕິບັດ​ຕໍ່ກັນ​ຢ່າງ​ສະ​ເໝີ​ພາບ, ຕ່າງ​ເຄົາລົບ​ຜົນ​ປະ​​ໂຫຍ​ດ​ເຊິ່ງກັນ​ແລະ​ກັນ​ພ້ອມທັງ​ສອດຄ່ອງ​ກັບ​ກົດໝາຍ​ສາກົນ, ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ຢ່າງ​ເໝາະ​ສົມ​ດ້ວຍ​ສັນຕິ​ວິທີ, ທ່ານ​​ເຊື່ອໝັ້ນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ວ່າ​ສອງ​ຝ່າຍມີ​ສະຕິ​ປັນຍາ​ແລະ​ຄວາມ​ສາມາດ​ອັນ​ພຽງພໍ​​​ໃນ​ການ​ເຮັດໃຫ້​​ເຂດທະ​ເລ​ຈີນ​ໃຕ້ກາຍ​ເປັນ​ທະ​ເລ​ແຫ່ງ​ສັນຕິພາບ, ການ​ຮ່ວມ​ມື​ແລະ​ການ​ພັດທະນາ.


ທ່ານ​ເສີນ​ເຢ້​ເຢ້, ຮອງປະທານ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ, ທ່ານ​ລີ​ວ​ເຈີ້ນ​ມິນ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ແລະ​ຜູ້ຕາງໜ້າ​ເຈົ້າ​ໜ້າ​ທີ່​ຂອງ​ຫຼາຍ​ປະ​ເທດ​ໄດ້​ເຂົ້າ​ຮ່ວມ​ງານ​ລ້ຽງຮັບຮອງ​ດັ່ງກ່າວ​ຕາມ​ຄຳ​ເຊີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ