ອົງການ​ສະຫະ​ປະຊາ​ຊາດຕອບ​ໂຕ້​ຍີ່ປຸ່ນ​ໃນ​ກໍລະນີ​ທີ່ສ້າງ​ຄວາມ​ສົງ​ໄສ​ຕໍ່​ທ່ານ​ຈະ​ເຂົ້າຮ່ວມ​ກິດຈະກຳ​ສວນສະໜາມ​ທີ່ປັກ​ກິ່ງ​ຂອງຈີນອີກ​ຄັ້ງ​ໜຶ່ງ
2015-09-01 15:14:07  cri 
  ຕໍ່​ກໍລະນີ​ທີ່ລັດຖະບານ​ຍິ່ປຸ່ນສະ​ແດງ​ຄວາມ​ບໍ່ພໍ​ໃຈອີກ​ຄັ້ງ​ໜຶ່ງ​ຕໍ່​ທ່ານບັນ​ກີ​ມູນ, ​ເລຂາ​ທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ຈະ​ເຂົ້າຮ່ວມ​ກິດຈະກຳ​ສວນສະໜາມ​ທີ່ປັກ​ກິ່ງ​ຂອງຈີນ, ວັນ​ທີ 31 ສິງຫາ​ແລ້ວ​ນີ້, ທ່ານ​ສ​ເຕຟານ ​ດູ​ຈາຣິກ, ​ໂຄສົກຂອງ​ເລຂາ​ທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ກ່າວ​ວ່າ: ຕາຕະລາງ​ຂອງທ່ານ​ບັນກີ​ມູນເຂົ້າຮ່ວມ​ກິດຈະກຳ​ສວນສະໜາມ​ທີ່ປັກ​ກິ່ງ​ຂອງຈີນຈະ​ບໍ່​ມີ​ການ​ປ່ຽນ​ແປງ, ທ່ານ​ບັນ​ກີ​ມູນ​ເຊື່ອ​ວ່າ​ນີ້​​ແມ່ນ​ໂອກາດ​ທີ່​ດີ​​ໃນ​ການ​ທົບ​ທວນຄືນ​ປະຫວັດສາດ​ແລະ​ກ້າວ​ໄປ​ສູ່​ອະນາຄົດ​ທີ່​ສົດ​ໃສ​ບົນ​ພື້ນຖານ​ທີ່​ຖອດ​ຖອນ​ບົດຮຽນທາງ​ລົບ​ຈາກ​ປະຫວັດສາດ, ນີ້​ກໍ​ຄື​ສາ​ເຫດ​ທີ່​ທ່ານ​ຈະ​ເຂົ້າ​ຮ່ວມກິດຈະກຳ​ຄັ້ງນີ້.

  ທ່ານດູ​ຈາຣິກກ່າວ​ຕື່ມ​ວ່າ: ທ່ານ​ບັນ​ກີ​ມູນ​ຫວັງ​ວ່າ​​ປະ​ເທດທັງໝົດລ້ວນ​ແລ້ວ​ແຕ່​ສາມາດນຳ​ໃຊ້​ໂອກາດ​ນີ້​ເພື່ອ​ທົບ​ທວນຄືນ​ປະຫວັດສາດ​ແລະ​ມຸ່ງ​ໜ້າ​ສູ່​ອະນາຄົດ.

  ນີ້​ແມ່ນ​ອົງການ​ສະ​ປະຊາ​ຊາດຕອບ​ໂຕ້​​ຍີ່ປຸ່ນ​ໃນ​ກໍລະນີ​ທີ່ສ້າງ​ຄວາມ​ສົງ​ໄສ​ຕໍ່​ທ່ານ​ຈະ​ເຂົ້າຮ່ວມ​ກິດຈະກຳ​ສວນສະໜາມ​ທີ່ປັກ​ກິ່ງ​ຂອງຈີນ​ເປັນຄັ້ງ​ທີ​ສອງ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ