ສຳພາດ​ຄະນະ​ຜູ້​ແທນກອງ​ທັບ​ປະຊາຊົນ​ລາວ​ທີ່​ເຂົ້າ​ຮ່ວມ​ການ​ສວນສະໜາມ​ລະ​ນຶກສົງຄາມ​ປະຊາຊົນ​ຈີນ​ຕໍ່ຕ້ານຟາ​ຊິດ​ຍີ່ປຸ່ນ​ຜູ້​ຮຸກຮານ​ແລະ​ສົງຄາມ​ຕໍ່ຕ້ານ​ຟາ​ຊິດ​ໂລກ​ໄດ້​ຮັບ​​ໄຊຊະນະ​ຄົບຮອບ70ປີ
2015-09-02 15:49:40  cri 



ດວງ​ຕາ​ເວັນ​ຢູ່​ເທິງ​ທ້ອງຟ້າ​ກຳລັງ​ແຜ່​ລັດສະໝີ​ແລະ​ຄວາ​ມຮ້ອນຢ່າງແຮງກ້າ, ຢູ່​ໃນ​ສະໜາມ​​ເຝິກຊ້ອມ, ຖັນ​ແຖວ​ນາຍ​ແລະ​ພົນທະຫານ​ທີ່​ໃສ່​ຊຸດ​ທະ​ຫານ​ປະ​ເທດ​ຕ່າງໆ​ພວມ​​​ແຂ່ງ​ຄວາມ​ຮ້ອນ​ເອົ້າ​ເພື່ອ​ເຝິກ​ຊ້ອມ​ດ້ວຍ​ຄວາມ​ຕັ້ງ​ໃຈທີ່​ໜ້ຽວ​ແໜ້ນ, ​ແລະສຽງ​ຮ້ອງ​ຄຳ​ຂວັນ​ດ້ວຍ​ພາສາ​ປະ​ເທດ​ຕ່າງໆ​ກໍ່​ດັງສະໜັ່ນ​ກ້ອງ​ຢ່າງ​ບໍ່​ຂາດ​ສາຍ. ​ໃນ​ນັ້ນ, ມີ​ຖັນ​ແຖວ9ສະ​ຫາຍ​ທີ່​ໃສ່​ຊຸດ​ສີຂຽວ​ປະດັບ​ດ້ວຍ​ສາຍ​ໂບສີຄຳ​ນັ້ນ​ກຳລັງ​ເຕະ​ກົງ​ຜ່ານ​ໜ້າ​​ເວທີ​ປະທານຢ່າງ​​ເຂັ້ມ​ແຂງ​ແລະ​ພ້ອມພຽງ.​​ເຖິງ​ວ່າ​ຈຳນວນ​ຄົນ​ບໍ່​ຫຼາຍ,​​ແຕ່​​ທ່າ​ທາງທີ່​ສະຫງ່າ​ຜ່າ​ເຜີຍ,​ບາດກ້າວ​ອັນ​ໜັກ​ແໜ້ນ,​ບໍ່​ໄດ້​ດ້ອຍ​ກວ່າ​ກ້ອນ​ກຳລັງ​ປະ​ເທດ​ອື່ນ​ຈັກ​ໜ້ອຍ​​ເລີຍ.


ຖັນ​ແຖວທະ​ຫານ9ສະຫາຍ​ນີ້​ກໍ່​ແມ່ນ​ຄະນະ​ຜູ້​ແທນ​ກອງທັບ​ປະຊາຊົນ​ລາວ. ​​ເຊິ່ງການ​ສວນສະໜາມ​ລະ​ນຶກສົງຄາມ​ປະຊາຊົນ​ຈີນ​ຕໍ່ຕ້ານຟາ​ຊິດ​ຍີ່ປຸ່ນ​ຜູ້​ຮຸກຮານ​ແລະ​ສົງຄາມ​ຕໍ່ຕ້ານ​ຟາ​ຊິດ​ໂລກ​ໄດ້​ຮັບ​​ໄຊຊະນະ​ຄົບຮອບ70ປີໃນ​ຄັ້ງ​ນີ້​ກອງທັບ​ປະຊາຊົນ​ລາວ​ໄດ້​ຄັດ​ເລືອກ​ນາຍ​ແລະ​ພົນທະຫານ9ສະຫາຍ​ມາ​ຈີນ​ເພື່ອ​ເຂົ້າ​ຮ່ວມ.ທ່ານ​ຮ້ອຍ​ເອກ ຂົນ ວິ​ໄລ​ພອນ​ທີ່​ເປັນ​ຫົວໜ້າ​ທິມກ່າວວ່າ,​​ຝ່າຍ​ລາວ​ໄດ້​ຜ່ານ​ການ​ຄັດ​ເລືອກ​ຢ່າງ​ເຂັ້ມ​ງວດ, ​ໃນ​ທີ່​ສຸດ​ໄດ້​ຄັດ​ເລືອກ9ສະຫາຍ​ທີ່​ມາ​ຈາກ​ກອງ​ກຽດຕິຍົດ​ກອງພັນ​ໃຫຍ່279ຂອງ​ກອງທັບ​ປະຊາຊົນ​ລາວ​. 9ສະຫາຍ​ນີ້​ລ້ວນ​ແຕ່​ມີ​ຄວາມ​ຮູ້​ສຶກພາກ​ພູມ​ໃຈ​ທີ່​ສຸດ​ທີ່​ໄດ້​ຕາງໜ້າ​ນາຍ​ແລະ​ພົນທະຫານ​ຈາກກອງທັບ​ປະຊາຊົນ​ລາວກໍ​ຄື​ປະຊາຊົນ​ທົ່ວ​ປະ​ເທດ​ມາ​ເຂົ້າ​ຮ່ວມ​ການ​ສວນສະໜາມ​ຄັ້ງ​ນີ້. ທ່ານ​ຮ້ອຍ​ເອກ​ຂົນ ວິ​ໄລ​ພອນ​ກ່າວ​ວ່າ, "ຂ້າພະ​ເຈົ້າ​ໃນ​ນາມ​ທິມ9ສະຫາຍ, ມີ​ຄວາມ​ຮູ້ສຶກ​ດີ​ໃຈ, ​ແລະ​ພູມ​ໃຈທີ່​ສຸດ, ທີ່​ໄດ້​ມາ​ເຂົ້າ​ຮ່ວມ​ການ​ສວນສະໜາມ​ຄັ້ງ​ນີ້, ​​ເຊິ່ງ​ຄັ້ງ​ນີ້​ເປັນ​ຄັ້ງ​ທຳ​ອິດ​ແລະ​ຄັ້ງ​ປະຫວັດສາດ​ຂອງ​ປະ​ເທດ​ລາວ."

1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ